ໃນວັນທີ 26 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2016, ທີ່ ຫ້ອງວ່າການລັດຖະບານ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຟູມິໂອະ ກິຊິດະ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສ ປປ ລາວ ແຕ່ວັນທີ 4 -5 ພຶດສະພາ ນີ້.
ໃນໂອກາດນດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຂອງ ທ່ານ ຟູມິໂອະ ກິຊິດະ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອ, ສະໜັບສະໜູນດ້ານຕ່າງໆຂອງຍີ່ປຸ່ນ ແກ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ພ້ອມດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ຜ່ານທ່ານລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄປຍັງທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ໄດ້ສົ່ງສານຊົມເຊີຍໃນໂອກາດທີ່ທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ລວມທັງການສະໜັບສະໜູນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ນີ້ ແລະ ຫວັງວ່າຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ. ພ້ອມທັງຝາກຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມເຖິງ ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຢີ່ປຸ່ນ ແລະ ມີຄວາມຍິນດີ ທີ່ຈະໄດ້ຮັບຄະນະຜູ້ແທນຂັ້ນສູງຢີ່ປຸ່ນ ທີ່ຈະເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນເດືອນກັນຍາ ທີ່ຈະມາເຖິງນີ້.
ພ້ອມນີ້, ທ່ານ ຟູມິໂອະ ກິຊິດະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບອັນອົບອຸ່ນ. ພ້ອມທັງແຈ້ງຈຸດປະສົງ ໃຫ້ຊາບໃນການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້. ໃນວັນດຽວກັນ ທ່ານ ຟູມິໂອະ ກິຊິດະ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າວາງພວງມະລາທີ່ອານຸສາວະລີ ນັກຮົບນິລະນາມ.