ໃນວັນທີ 3 ພຶດສະພາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ອິນເດຍ ຄັ້ງທີ 26 ທີ່ ນິວແດນລີ, ອິນເດຍ ພາຍໃຕ້ການເປັນປະທານຮ່ວມຂອງ ສິງກະໂປ ແລະ ອິນເດຍ.
ກອງປະຊຸມຮັບຟັງການໂອ້ລົມ ແລະ ລະດົມຄວາມຄິດ ໃນການປັບປຸງໂຄງຮ່າງການຈັດຕັ້ງສະໂມສອນນັກການທູດລາວ ແລະ ແຜນການປະຕິບັດງານໃນຕໍ່ໜ້າ ໄດ້ຈັດຂຶ້ນໃນວັນທີ 07 ພຶດສະພາ 2024, ທີ່ ສະຖາບັນການຕ່າງປະເທດ ໂດຍໄດ້ຮັບກຽດເປັນປະທານກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ, ປະທານກິຕິມະສັກສະໂມສອນນັກການທູດລາວ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມ ດັ່ງກ່າວມີ ບັນດາອະດີດທ່ານທູດອາວຸໂສ, ອະດີດກົງສຸນໃຫຍ່, ພະນັກງານບໍານານ, ຄະນະສະຖາບັນ, ບັນດາຄະນະກົມ,...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫຼວງວຽງຈັນ, ວັນທີ 1 ພຶດສະພາ 2024 ພະນະທ່ານ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງ ພະນະທ່ານ ໃນໂອກາດທີ່ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່, ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງ ລັດຖະບານ ແລະ ປະຊາຊົນ ຣາຊະອານາຈັກໄທ ທີ່ມີຕໍ່...
ໃນວັນທີ 26 ສິງຫາ 2016, ທີ່ ໂຮງແຮມອ່າງຄຳ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ກົມການຂ່າວ, ກະຊວງການຕ່າງປະເທດ ແລະ ເຈົ້າໜ້າທີ ປກສ ເພື່ອຮັບໃຊ້ເຂົ້າໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ໂດຍການເປັນປະທານຂອງ ທ່ານ ພອນທະວີ ບຸດດາລາ, ຫົວໜາກົມການຂ່າວ,ກະຊວງການຕ່າງປະເທດ, ຫົວໜ້າສູນຂ່າວຕ່າງປະເທດ ໃນອານຸກຳມະການໂຄສະນາ, ວັດທະນາທຳ ແລະ ຂ່າວສານ, ມີຄະນະກົມການຂ່າວ, ບັນດາເຈົ້າໜ້າທີ່ ປກສ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຖອດຖອນແລກປ່ຽນບົດຮຽນ ລະຫວ່າງກົມຂ່າວ ແລະ ເຈົ້າໜ້າທີ ປກສ ໃຫ້ຮັບຮູ້ເຖິງຄວາມໝາຍຄວາມສຳຄັນຂອງກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ຈະເປັນເຈົ້າພາບ, ຄວາມໝາຍຄວາມສຳຄັນຂອງວຽກງານການຂ່າວ ແລະ ຄຸ້ມຄອງສື່ມວນຊົນຕ່າງປະເທດ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ນັກຂ່າວຕ່າງປະເທດ ທີ່ຈະມາເກັບກຳຂ່າວໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 28, 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ທີ່ ສປປ ລາວ ເປັນປະທານ ໃນລະຫວ່າງວັນທີ 6-8 ກັນຍາ 2016 ທີ່ຈະມາເຖິງນີ້. ກອງປະຊຸມແລກປ່ຽນໃນຄັ້ງນີ້, ໄດ້ມີການຜັດປ່ຽນການນຳສະເໜີວຽກງານຕ່າງໆເຊັ່ນ: ວຽກງານພາຫະນະ ແລະ ໂຮງແຮມ, ວຽກງານປະຊາສຳພັນ, ວຽກງານຄຸ້ມຄອງສື່ມວນຊົນຕ່າງປະເທດ ແລະ ຖອດຖອນບົດຮຽນຈາກກອງປະຊຸມຕ່າງໆໃນຜ່ານມາ ເພື່ອກຽມຄວາມພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ໃຫ້ປະສົມຜົນສຳເລັດຈົບງາມ.