ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີເປີດຫໍວັດທະນະທຳຄົນໄທເຊື້ອສາຍລາວຄັ່ງ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມພິທີສະເຫຼີມສະຫຼອງປີໃຫມ່ລາວ ພ.ສ 2567 ທີ່ ສະຖານທູດລາວ ປະຈຳ ບາງກອກ
ລາວ-ໄທ ສືບຕໍ່ຮັດແໜ້ນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື
ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ບັນດາການນໍາຂັ້ນສູງຂອງ ຣາຊະອານາຈັກ ກໍາປູເຈຍ
ປະທານປະເທດລາວ ແລະ ພະມະຫາກະສັດ ກໍາປູເຈຍ ພົບປະປຶກສາຫາລື ເພື່ອເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ຣາຊະອານາຈັກ ກໍາປູເຈຍ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວປາໄສໃນພິທີເປີດກອງປະຊຸມໃຫຍ່ປະຈໍາປີ ສະໄໝທີ 80 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊີຟິກ
ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວມກັບ ບັນດາທູຕານຸທູດຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ສະເຫຼີມສະຫຼອງບຸນປີໃໝ່ລາວ ພ.ສ 2567
ສະເຫຼີມສະຫຼອງ ຄົບຮອບ 30 ປີ ຂອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ I
ພິທີສະເຫຼີມສະຫຼອງວັນສາກົນ ວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຄົບຮອບ 19 ປີ
ລາວ-ຈີນ ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຢູ່ສະຖານທູດ ຣັດເຊຍ ປະຈໍາ ລາວ
ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມທາງການ ທີ່ ສປປ ລາວ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າລັດຖະບານ ສປປ ລາວ ມອບໃບຢັ້ງຢືນພົນລະເມືອງກິດຕິມະສັກ ໃຫ້ແກ່ ທ່ານ ດຣ. ກິໂດ ກາແປນລີ, ອະດີດກົງສຸນ ກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາ ປະເທດ ສະວິດ
ການເຄື່ອນໄຫວຂອງຄະນະນຳກະຊວງການຕ່າງປະເທດ

ພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ພິທີລົງນາມເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

                ໃນວັນທີ 26 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມເອກະສານແລກປ່ຽນ ຮັບເອົາໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ຍີ່ປຸ່ນ ສໍາລັບ ໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນ ແລະ ລົດກົນຈັກຕ່າງໆ ສໍາລັບບູລະນະ ແລະ ສ້ອມແປງຖະໜົນຫົນທາງ ແລະ ຂົວທີ່ເປ່ເພ ຢູ່ ສປປ ລາວ...

ການເຄື່ອນໄຫວຂອງສະຖານທູດ ແລະ ບັນດາກົມ

ສະຖານທູດລາວ ປະຈຳ ຫວຽດນາມ ຈັດງານບຸນຕ້ອນຮັບປີໃໝ່ລາວ ພສ. 2567

ສະຖານທູດລາວ ປະຈຳ ຫວຽດນາມ ຈັດງານບຸນຕ້ອນຮັບປີໃໝ່ລາວ ພສ. 2567

    ວັນທີ 6 ເມ​ສາ 2024, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ໄດ້ຮ່ວມ​ກັນ​ຈັດ​ງານ​ບຸນເພື່ອ​ຕ້ອນ​ຮັບ ແລະ ສະ​ເຫຼີມ​ສະຫຼອງ​ປີ​ໃໝ່​ລາວ ປີ​ມະ​ໂລງ ພ​ສ 2567 ຂຶ້ນ​ຢູ່​ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິ​ສາ​ມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ​ສ​ສ ຫວຽດນາມ. ຝ່າຍ​ຫວຽດ​ນາມໃຫ້​ກຽດ​ເຂົ້າ​ຮ່ວມ​ມີ ​ທ່ານ ນາງ...

ຂ່າວອື່ນໆ

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13

ກອງປະຊຸມຄະນະກຳມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ  (JCC CLV DTA) ຄັ້ງທີ 13

                  ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...

ໂທລະສານ

ສານສະແດງຄວາມຊົມເຊີຍວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ

  ນະ​ຄອນ​ຫລວງວຽງ​ຈັນ, ວັນ​ທີ 10 ເມສາ 2024 ພະນະທ່ານ,   ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບ​ຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...

ກອງປະຊຸມເຜີຍແຜ່ ສຳລັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ທີ່ກ່ຽວຂ້ອງ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016

asean donechan

ໃນວັນທີ 22 ເມສາ 2016, ກົມອາຊຽນ, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມເຜີຍແຜ່ ສຳລັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016, ທີ່ໂຮງແຮມດອນຈັນ ພາເລສ, ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງ​ສະຫວັນ ສີ​ສຸລາ​ດ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ແລະ ບັນຍາຍໂດຍ ຜູ້ຕາງຫນ້າຈາກກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສໍາລັບ ແຕ່ລະເສົາຄໍ້າປະຊາຄົມອາຊຽນ ຄື: ປະຊາຄົມ ການເມືອງ-ຄວາມຫມັ້ນຄົງອາຊຽນ, ປະຊາຄົມ ເສດຖະກິດອາຊຽນ ແລະ ປະຊາຄົມ ວັດທະນະທໍາ-ສັງຄົມອາຊຽນ. ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຂະແຫນງການກ່ຽວຂ້ອງ, ບັນດາທູຕານຸທູດ, ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆຈໍານວນ 100 ກ່ວາທ່ານ.

ຈຸດປະສົງຂອງ ກອງປະຊຸມຄັ້ງນີ້ແມ່ນແນໃສ່ເຜີຍແຜ່ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ ສໍາລັບປີ 2016 ຊຶ່ງລວມມີ ບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ສໍາລັບທັງ 3 ເສົາຄໍ້າປະຊາຄົມອາຊຽນ, ຜົນຂອງກອງປະຊຸມຕ່າງໆທີ່ ສປປ ລາວ ເປັນປະທານໃນໄລຍະຜ່ານມາ ລວມທັງ ຜົນກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນຜ່ານມາ ແລະ ການກະກຽມດ້ານເນື້ອໃນ ແລະ ພາລາທິການຕ່າງໆ ສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມລັດຖະມົນຕີກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນເດືອນ ກໍລະກົດ 2016, ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເຮົາຈະເປັນປະທານທັງຫມົດ 11 ກອງປະຊຸມສຸດຍອດໃນເດືອນ ກັນຍາ 2016 ນີ້.

ໃນກອງປະຊຸມດັ່ງກ່າວ, ຜູ້ບັນຍາຍຈາກແຕ່ລະເສົ້າຄໍ້າ ໄດ້ອະທິບາຍກ່ຽວກັບ 8 ບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ທີ່ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນໄດ້ຮັບຮອງເອົາ ຄື: ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມຈອດ, ການຫັນປ່ຽນການຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບ ​ເພື່ອ​ກ້າວ​ໄປ​ສູ່​ການ​ສົ່ງ​ເສີມ​ວຽກທີ່​ມີ​ຄຸນຄ່າ​ໃນ​ອາຊຽນ, ແລະ ການສົ່ງເສີມການຮ່ວມມືພາກພື້ນເພື່ອການອະນຸລັກ, ປົກປັກຮັກສາແລະສົ່ງເສີມມໍລະດົກທາງດ້ານວັດທະນະທຳອາຊຽນ. ນອກຈາກນີ້, ຜູ້ບັນຍາຍຍັງໄດ້ອະທິບາຍກ່ຽວກັບການກະກຽມດ້ານເນື້ອໃນຕ່າງໆ ໂດຍສະເພາະການຜັນຂະຫຍາຍບັນດາບູລິມະສິດຕ່າງໆ ໃຫ້ເປັນເອກະສານອາຊຽນ ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ.

ນອກຈາກນີ້, ຫົວຫນ້າກົມພິທີການທູດ, ກະຊວງການຕ່າງປະເທດທີ່ຮັບຜິດຊອບດ້ານພິທີການແລະພາລາທິການກໍໄດ້ບັນລະຍາຍກ່ຽວກັບຄວາມພ້ອມດ້ານພິທີການ ແລະ ພາລາທິການສໍາລັບກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ.

ໃນຕອນທ້າຍຂອງກອງປະຊຸມ, ກໍມີການແລກປ່ຽນຄວາມຄິດຄວາມເຫັນ ທັງທາງດ້ານເນື້ອໃນ, ພີທີການ ແລະ ພາລາທິການ ເພື່ອໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະ ບັນດາທູຕານຸທູດ ແລະ ຕາງຫນ້າອົງການຈັດຕັ້ງພາກພື້ນ ແລະ ສາກົນ ມີຄວາມເຂົ້າໃຈແຈ້ງ ກ່ຽວກັບການເປັນປະທານອາຊຽນຂອງ ສປປ ລາວ, ລວມທັງການກະກຽມດ້ານຕ່າງໆ ສໍາລັບບັນດາກອງປະຊຸມທີ່ ສປປ ລາວຈະເປັນເຈົ້າພາບ ແລະ ເປັນປະທານໃນປີ 2016.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486043
ມື້ນີ້174
ມື້ວານ168
ອາທິດນີ້1079
ເດືອນນີ້5348