ໃນວັນທີ03ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ ເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ (ຊ້າຍມື)
ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ຜູ້ໃໝ່ (ຊ້າຍມື)
ໃນຕອນເຊົ້າ ຂອງວັນທີ 26 ພຶດສະພາ 2020, ກະຊວງການຕ່າງປະເທດໄດ້ຈັດພິທີປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່ ແລະ ການມອບ-ຮັບໜ້າທີ່ຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຄະນະກົມ ແລະ ຄະນະພະແນກ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 14 ພຶດສະພາ 2020, ທີ່ ກະຊວງປ້ອງກັນປະເທດ, ຄະນະພັກ ຄະນະນຳກະຊວງການຕ່າງປະເທດ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ໄຫວ້ອາໄລຕໍ່ການເສຍຊີວິດຂອງ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ, ອະດີດກຳມະການສູນກາງພັກ ສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກຳມະການກົມການເມືອງສູນກາງພັກ ສະໄໝທີ IV,VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.