ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ແລກປ່ຽນ ໜັງສືທາງການທູດ ຮ່ວມກັນກັບ ສະຖານທູດຍີ່ປຸ່ນ

​ໃນວັນ​ທີ 23 ພຶດສະພາ 2016, ທີ່ ​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ການ​ແລກປ່ຽນໜັງສື​ທາງ​ການ​ທູດ ລະ​ຫວ່າງ ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຖານທູດ​ຍີ່ປຸ່ນ ປະຈຳ ສປປ ​ລາວ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ ​ສັນຍາ​ຂົນ​ສົ່ງ​ທາງ​ອາ​ກາດ (Air Service Agreement) ລະຫວ່າງ ສປປ ລາວ- ແລະ ຍີ່ປຸ່ນ. ຕາງໜ້າ​ໃຫ້​ລັດຖະບານ​ລາວແມ່ນ​ ທ່ານ ວິ​ໂຣດ ສຸນ​ດາຣາ, ຫົວໜ້າກົມ​ອາຊີ-​ປາຊີ​ຟິກ ​ແລ​ະ ອາຟຣິ​ກາ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຕາງໜ້າລັດຖະບານ​ຍີ່ປຸ່ນ ​ແມ່ນ ​ທ່ານ ຣຽວທາ​ໂຣະ ຊູ​ຊູ​ກິ, ອຸປະ​ທຸດຊົ່ວຄາວ​ຍີ່ປຸ່ນ ປະຈຳ​ ສປປ ລາວ ​ເພື່ອ​ແລກປ່ຽນໜັງສື​ດັ່ງກ່າວ.

​ໃນ​ເດືອນ​ມັງກອນ 2015 ຜ່ານ​ມາ, ​ໄດ້​ມີ​ການ​ລົງ​ນາມສັນຍາ​ຂົນ​ສົ່ງ​ທາງ​ອາກາດ​ ສະບັບ​ດັ່ງກ່າວ, ​ເພື່ອ​ສະ​ເຫລີ​ມສະຫລອງ ​ວັນ​ສ້າງ​ຕັ້ງສາຍ​ພົວພັນ​ການ​ທູດ ລາວ-​ຍີ່ປຸ່ນ ຄົບຮອບ 60 ປີ ຮ່ວມ​ກັນ. ການ​ແລກປ່ຽນໜັງສື ​ທາງ​ການ​ທູດ​ຄັ້ງ​ນີ້, ​ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍສາມາ​ດຈັດ​ຕັ້ງປະຕິບັດ​ບັນດາບັນ​ຍັດ ໃນ​ສັນຍາ​ດັ່ງກ່າວ ​ແລະ ​ເປັນ​ການ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຂົນ​ສົ່ງ​ທາງ​ອາກາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ​ໃນ​ການ​ແລກປ່ຽນການ​ໄປມາຫາ​ສູ່ກັນ ​ລະຫວ່າງປະຊາຊົນ​ສອງ​ຊາດ, ​ໂດຍ​ສະ​ເພາະການ​ພັດທະນາ​ ການທ່ອງທ່ຽວ ​ແລະ ການ​ລົງທຶນ ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ນັບ​ມື​ນັບ​ຂະຫຍາຍຕົວ​ ໃນ​ຊຸມ​ປີ​ຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485864
ມື້ນີ້163
ມື້ວານ206
ອາທິດນີ້900
ເດືອນນີ້5169