ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານແຕ່ງຕັ້ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມສານອາວຸດເຄມີ

 

ໃນວັນທີ 6 ມິຖຸນາ 2016, ທີ່ ສຳນັກງານໃຫຍ່ຂອງອົງການເກືອດຫ້າມສານອາວຸດເຄມີ OPCW, ນະຄອນລາຮາຍ, ປະເທດ ໂຮນລັງ, ທ່ານ ຄຳເຄື່ອງ ບຸນເຕີມ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣຸກແຊນ, ປະເທດ ແບນຊິກ, ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ Ahmet Uzumcu, ຫົວໜ້າກົມ ອົງການເກືອດຫ້າມສານອາວຸດເຄມີ ເພື່ອດຳລົງຕຳແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມສານອາວຸດເຄມີ.

 

ໃນໂອກາດດັ່ງກ່າວ ທ່ານເອກອັກຄະລັດຖະທູດ ຄຳເຄື່ອງ ບຸນເຕີມ ໄດ້ສະແດງຄວາມຂອບໃຈຕໍ່            ທ່ານ Ahmet Uzumcu ກໍ່ຄື ອົງການ OPCW ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານວິຊາການ ແລະ ທຶນຮອນ ເຮັດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຂອງ ສປປ ລາວ ໄດ້ມີໂອກາດເຂົ້າຮ່ວມເຄື່ອນໄຫວໃນວຽກງານຕ່າງໆຂອງອົງການ OPCW ຢ່າງເປັນປົກກະຕິ. ປັດຈຸບັນນີ້ ສປປ ລາວ ຍັງປະສົບກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ດ້ານການສຶກສາ, ການພັດທະນາຊັບພະຍາກອນມະນຸດ ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບ ສານເຄມີຕ່າງໆ. ສປປ ລາວ ໃນຖານະເປັນປະທານອາຊຽນ ປີ 2016 ນີ້ ຈະໄດ້ມີການປຶກສາຫາລືຫຼາຍຢ່າງ ກ່ຽວກັບ ການຮ່ວມມືດ້ານການສຶກສາ ລວມທັງການປັບປຸງຫຼັກສູດການສິດສອນວິຊາເຄມີ ແລະ ພ້ອມແລ້ວທີ່ຈະປະຕິບັດພັນທະຂອງຕົນຕໍ່ວຽກງານຂອງອົງການ OPCW ຮ່ວມກັນກັບ ບັນດາປະເທດອາຊຽນອື່ນໆ. ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ພາລະກິດອັນສູງສົ່ງຂອງອົງການ OPCW ທີ່ສາມາດປະຕິບັດໜ້າທີ່ວຽກງານໄດ້ດີ ແລະ ເປັນທີ່ຍອມຮັບຂອງສາກົນ, ຊຶ່ງໄດ້ສະແດງອອກໃນການໄດ້ຮັບລາງວັນໂນແບນ ສາຂາສັນຕິພາບ ປະຈຳປີ 2013.

 

ໃນໂອກາດດັ່ງກ່າວ, ທ່ານ Ahmet Uzumcu ກໍ່ໄດ້ແຈ້ງໃຫ້ຊາບວ່າ ໃນກອງປະຊຸມປະຈຳປີຂອງລັດພາຄີ ປີ 2015 ຜ່ານມາ, ໄດ້ຮັບຮອງເອົາໂຄງການ The Education and Outreach, ຊຶ່ງກໍາລັງມີການຈັດຕັ້ງໜ່ວຍງານສະເພາະຢູ່ OPCW ແລະ ຈະດໍາເນີນການໃຫ້ປະເທດພາຄີມີສ່ວນຮ່ວມສະເໜີໂຄງການຈັດຕັ້ງປະຕິບັດການສິດສອນ ໃນສະຖາບັນການສຶກສາຕ່າງໆຂອງປະເທດພາຄີ ແລະ ກິດຈະກຳອື່ນໆ ເພື່ອຄວາມປອດໄພຂອງສານເຄມີຕ່າງໆ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485921
ມື້ນີ້52
ມື້ວານ168
ອາທິດນີ້957
ເດືອນນີ້5226