ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ບາງກອກ ເຂົ້າອວຍພອນວັນຊາດຫວຽດນາມ

 

Vietnam web

 

ໃນວັນທີ 30 ສິງຫາ 2016, ທີ່ ບາງກອກ, ຣາຊະອານາຈັກໄທ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍຄະນະນຳສະຖານທູດ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ຕັດ ທັນ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກໄທ, ເນື່ອງໃນໂອກາດວັນຊາດ ແຫ່ງ ສສ. ຫວຽດນາມຄົບຮອບ 71 ປີ (2 ກັນຍາ 1945 2 ກັນຍາ 2016).

ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດໃນຫລາຍດ້ານແຫ່ງການພັດທະນາເສດຖະກິດ-ສັງຄົມ ຂອງ ສສ. ຫວຽດນາມ ຕະຫລອດໄລຍະຜ່ານມາ, ຕີລາຄາສູງການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ; ອວຍພອນໄຊອັນປະເສີດແກ່ຜູ້ນໍາ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານ ຈົ່ງມີແຕ່ຄວາມສຸກໂຊກດີມີຜົນສໍາເລັດໃໝ່ໃນໜ້າທີ່ວຽກງານ, ນໍາພາປະເທດຫວຽດນາມ ກ້າວສູ່ຄວາມສໍາເລັດໃນທຸກດ້ານອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນໄປ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຫງວຽນ ຕັດ ທັນ ກໍ່ໄດ້ກ່າວສະແດງຄວາມດີໃຈ ແລະ ຂອບໃຈຕໍ່ຄຳອວຍພອນໄຊອັນປະເສີດມາຍັງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ພ້ອມດ້ວຍຄະນະນໍາສະຖານທູດລາວ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ຈະໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຈະເລີນງອກງາມເລື້ອຍໆໄປ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485892
ມື້ນີ້23
ມື້ວານ168
ອາທິດນີ້928
ເດືອນນີ້5197