ໃນວັນທີ 30 ສິງຫາ 2016, ທີ່ ບາງກອກ, ຣາຊະອານາຈັກໄທ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ອຸປະທູດຊົ່ວຄາວ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ພ້ອມດ້ວຍຄະນະນຳສະຖານທູດ ໄດ້ເຂົ້າອວຍພອນ ທ່ານ ຫງວຽນ ຕັດ ທັນ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກໄທ, ເນື່ອງໃນໂອກາດວັນຊາດ ແຫ່ງ ສສ. ຫວຽດນາມຄົບຮອບ 71 ປີ (2 ກັນຍາ 1945 - 2 ກັນຍາ 2016).
ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ສະແດງຄວາມຊົມເຊີຍຜົນສໍາເລັດໃນຫລາຍດ້ານແຫ່ງການພັດທະນາເສດຖະກິດ-ສັງຄົມ ຂອງ ສສ. ຫວຽດນາມ ຕະຫລອດໄລຍະຜ່ານມາ, ຕີລາຄາສູງການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ; ອວຍພອນໄຊອັນປະເສີດແກ່ຜູ້ນໍາ ພັກ-ລັດ ແລະ ປະຊາຊົນບັນດາເຜົ່າຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນ ທ່ານເອກອັກຄະລັດຖະທູດຫວຽດນາມ ພ້ອມດ້ວຍພະນັກງານ ຈົ່ງມີແຕ່ຄວາມສຸກໂຊກດີມີຜົນສໍາເລັດໃໝ່ໃນໜ້າທີ່ວຽກງານ, ນໍາພາປະເທດຫວຽດນາມ ກ້າວສູ່ຄວາມສໍາເລັດໃນທຸກດ້ານ; ອວຍພອນໃຫ້ສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມຍິ່ງໆຂຶ້ນໄປ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຫງວຽນ ຕັດ ທັນ ກໍ່ໄດ້ກ່າວສະແດງຄວາມດີໃຈ ແລະ ຂອບໃຈຕໍ່ຄຳອວຍພອນໄຊອັນປະເສີດມາຍັງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ພ້ອມດ້ວຍຄະນະນໍາສະຖານທູດລາວ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຫວຽດນາມ-ລາວ ຈະໄດ້ຮັບການເສີມຂະຫຍາຍໃຫ້ແຕກດອກອອກຜົນຈະເລີນງອກງາມເລື້ອຍໆໄປ.