ໂດຍປະຕິບັດຕາມໂທລະສານທາງລັດຖະການຂອງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສະບັບເລກທີ 1919/ຕປທ.ກກສ.1, ລົງວັນທີ 8 ສິງຫາ 2016, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ສຳເລັດການຈັດພິທີມອບໃບຍ້ອງຍໍຢ່າງສົມກຽດໃຫ້ແກ່ ທ່ານ ສ.ຈ. ຕາດະຕາກະ ໂກອິເດະ (Prof. Tadataka KOIDE), ກົງສຸນກິດຕິມະສັກຂອງລາວ ປະຈຳ ນະຄອນ ນາໂກຢາ, ໂດຍແມ່ນ Prof. Nagato NATSUME, ຜູ້ຊ່ວຍກົງສຸນກິດຕິມາສັກຕ່າງໜ້າຂື້ນຮັບແທນ ແລະ ທ່ານ ໂຍຊິຮິໂຣ ໂອໂອະ (Mr. Yoshihiro OHNO), ກົງສຸນກິດຕິມະສັກຂອງລາວ ປະຈຳ ເມືອງ ກຽວໂຕ, ປະເທດ ຍີ່ປຸ່ນ ໃນວັນທີ 10 ກຸມພາ 2017 ໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ ເປັນຜູ້ຕາງໜ້າໃຫ້ລັດຖະບານລາວ ເປັນຜູ້ຂື້ນມອບໃບຍ້ອງຍໍ ໃຫ້ກົງສຸນກິດຕິມະສັກລາວ ໃນຄັ້ງນີ້, ຊື່ງໃນພິທີດັ່ງກ່າວ ໄດ້ມີບັນດາຜູ້ເຂົ້າຮ່ວມ ຈາກທັງສອງກົງສຸນ, ບໍລິສັດ Italian Tomato Limited ແລະ ພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສ.ຈ. ຕາດະຕາກະ ໂກອິດະ, ກົງສຸນກິດຕິມະສັກຂອງລາວ ປະຈຳ ນະຄອນ ນາໂກຢາ ຊື່ງໄດ້ຮັບການແຕ່ງຕັ້ງຈາກ ລັດຖະບານລາວ ໃນວັນທີ 01 ມີນາ 2005, ໃນໄລຍະ 11 ປີ ທີ່ຜ່ານມາ ສ.ຈ. ໂກອິເດະ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ເພື່ອອອກແຮງຊຸ້ກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລາວ ແລະ ຢີ່ປຸ່ນ ໃນນີ້ຕົ້ນຕໍ່ແມ່ນການຮ່ວມມື ແລະ ຊ່ວຍເຫຼືອ ດ້ານການແພດເຊັ່ນ: ຊ່ວຍສ້າງສູນເຝິກອົບຮົມໃຫ້ມະຫາວິທະຍາສາດການແພດ ທີ່ນະຄອນຫລວງວຽງຈັນ, ສ້າງໂຮງໝໍ ຢູ່ ເມືອງໂນນສະຫວັນ ແຂວງໄຊຍະບູລີ, ນໍາເອົາອຸປະກອນ ການແພດ ໄປຊ່ວຍໂຮງໝໍ ຢູ່ລາວ, ນຳເອົາຄະນະແພດຍີ່ປຸ່ນ ໄປຊ່ວຍຜ່າຕັດ ຄົນປາກແວ່ງ ແລະ ເພດານໂວ່ ຢູ່ ສປປ ລາວ.
ທ່ານ ໂຍຊິຮິໂຣ ໂອໂນະ, ກົງສຸນກິດຕິມາສັກລາວ ປະຈຳ ເມືອງ ກຽວໂຕະ, ໄດ້ຮັບການແຕ່ງຕັ້ງຈາກ ລັດຖະບານ ລາວ, ໃນວັນທີ 14 ຕຸລາ 2010. ໃນໄລຍະ 06 ປີຜ່ານມາ, ທ່ານ ໂອໂນະ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນໄດ້ຢ່າງຫ້າວຫັນ ໂດຍການເຄື່ອນໄຫວການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ປະຖະກະຖາ ກ່ຽວກັບ ສປປ ລາວ ຢູ່ຕາມສະຖານທີ່ຕ່າງໆ ໃນຍີ່ປຸ່ນ, ເຄື່ອນໄຫວພົບປະປືກສາຫາລືຮ່ວມກັບຫລາຍພາກສ່ວນທຸລະກິດ, ກຸ່ມນັກທຸລະກິດຍີ່ປຸ່ນ ແລະ ອົງການຕ່າງໆ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການພົວພັນຮ່ວມມືໃຫ້ຫລາຍຂື້ນ ໃນດ້ານການຄ້າ-ການລົງທືນ, ການສືກສາ, ວັດທະນະທຳ-ສັງຄົມ ແລະ ທ່ອງທ່ຽວ ຂອງ ສປປ ລາວ ແລະ ຍີ່ປຸ່ນ.
ໃນພິທີມອບໃບຍ້ອງຍໍຄັ້ງນີ້, ທ່ານທູດ ວິໂຣດ ສູນດາຣາ ໄດ້ຕາງໜ້າໃຫ້ລັດຖະບານລາວ, ກະຊວງການຕ່າງປະເທດ ແລະ ປະຊາຊົນລາວ ຂື້ນກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜົນງານ ແລະ ການປະກອບສ່ວນເຂົ້າໃນການຂະຫຍາຍສາຍພົວພັນມິດຕະພາບ ລາວ-ຍີ່ປຸ່ນ ແລະ ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ຊຶ່ງສະເໜີໃຫ້ 02 ກົງສຸນກິດຕິມະສັກສືບຕໍ່ປະຕິບັດໜ້າທີ່ໃຫ້ສຳເລັດ ແລະ ຍິ່ງໃຫ່ຍກົ່ວເກົ່າ ໂດຍສະເພາະແມ່ນການປະກອບສ່ວນເຄື່ອນໄຫວປຸກລະດົມດືງດູດການຊ່ວຍເຫຼືອ ດ້ານສາທາລະນະສຸກ, ການສືກສາ ແລະ ເສດຖະກິດ-ສັງຄົມຕໍ່ ສປປ ລາວ.
ໃນຂະນະດຽວກັນ, ທ່ານ ໂຍຊິຮິໂຣ ໂອໂນະ ໄດ້ກ່າວສະແດງຄວາມຂອບໃຈຢ່າງສຸດຊື້ງ ຕໍ່ລັດຖະບານລາວ ທີ່ໄດ້ໄວ້ວາງໃຈ ແລະ ມອບໃບຍ້ອງຍໍອັນມີກຽດສະຫງ່າ ໃຫ້ແກ່ທັງສອງທ່ານກົງສຸນກິດຕິມາສັກລາວ ໃນຄັ້ງນີ້ ພ້ອມທັງໃຫ້ສັນຍາວ່າ ຈະສືບຕໍ່ເອົາໃຈໃສ່ເຄື່ອນໄຫວປະຕິບັດໜ້າທີ່ ເປັນກົງສຸນກິດຕິມາສັກລາວຕໍ່ໄປ.