ໃນຕອນເຊົ້າຂອງວັນທີ 25 ມີຖຸນາທີ່ຜ່ານມານີ້, ຢູ່ທີ່ສະຖານທູດລາວ ທີ່ບາງກອກ ຣາຊະອານາຈັກໄທ; ສະຖານເອກອັກຄະລັດຖະທູດ ແຫ່ງ ສ ປ ປ ລາວ ແລະ ສສ ຫວຽດນາມ ປະຈໍາຣາຊະອານາຈັກໄທ ໄດ້ຮ່ວມກັນຈັດພິທີໂຮມຊຸມນຸມ ເພື່ອສະເຫລີມສະຫລອງສອງວັນປະຫວັດຊາດ ລາວ-ຫວຽດນາມ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ( 5 ກັນຍາ 1962 - 5ກັນຍາ 2017) ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18 ກໍລະກົດ 1977 – 18 ກໍລະກົດ 2017) ຂຶ້ນຢ່າງມີເນື້ອໃນ ແລະ ຄືກຄື້ນມ່ວນຊື່ນ.
ພິທີໂຮມຊຸມນຸມດັ່ງກ່າວນີ້ ໄດ້ເລີ້ມຕົ້ນຂຶ້ນຕັ້ງແຕ່ເວລາ 9.00 ໂມງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ທ່ານ ຫວຽນ ຕັດ ຖັງ, ເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈຳປະເທດໄທ ໂດຍມີອ້າຍນ້ອງພະນັກງານ ຂອງທັງສອງສະຖານ ທູດເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດກ່າວຕໍ່ພິທີໂຮມຊຸມນຸມຄັ້ງນີ້, ທ່ານ ຫລີ ບຸນຄ້ຳ ແລະ ທ່ານ ຫວຽນ ຕັດ ຖັງ ໄດ້ຜັດປ່ຽນກັນກ່າວຫວນຄືນເຖິງມູນເຊື່ອແຫ່ງຄວາມສາມັກຄີພິເສດ ແລະ ມິດຕະພາບອັນຫຍິ່ງໃຫ່ຍ-ດູດດື່ມ ແລະ ສະຫງ່າລາສີຂອງທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນຕໍ່ສູ້ ຢ່າງຄຽງບ່າຄຽງໄຫລເພື່ອຕີເອົາຊະນະສັດຕູໂຕດຽວກັນ ແລະ ນຳພາປະເທດ ຊາດໄປສູ່ປະເທດທີ່ມີເອກກະລາດ ແລະ ອະຕິປະໄຕທີ່ຄົບຖ້ວນ. ພວກທ່ານ ໄດ້ກ່າວວ່າ: ຕັ້ງແຕ່ອາດິດ ຈົນມາຮອດ ປະຈຸບັນເຖິງແມ່ນວ່າສະພາບການຂອງໂລກ ແລະ ພາກພື້ນຈະຜັນແປໄປແນວໃດກໍ່ຕາມ, ແຕ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍ່ຍັງຍຶດໝັ້ນຖະນຸຖະໜອມ, ເພີ້ມພູມ ຄູນ ສ້າງມູນເຊື້ອການພົວພັນດັ່ງກ່າວນັ້ນຢ່າງບໍ່ຢຸດຢັ້ງ ເຊິ່ງເປັນການປະກອບສ່ວນ ທີ່ມີລັກສະນະຕັດສິນເຂົ້າ ໃນໄຊຊະນະ ແລະ ຜົນສຳເລັດແຫ່ງການປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ການພັດທະນາ ຂອງແຕ່ລະປະເທດ; ພ້ອມກັນນັ້ນກໍ່ເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ເອກະລາດແຫ່ງຊາດ, ມິດຕະພາບ ແລະ ການຮ່ວມມືພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກອີກດ້ວຍ.
ທ່ານທູດທັງສອງຍັງໃຫ້ການຢືນຢັນຢ່າງໝັກແໜ້ນວ່າ: ທັງສອງສະຖານທູດຈະສຸມກຳລັງ ແລະ ຄວາມພະຍາຍາມເພື່ອປະຕິບັດໃຫ້ໄດ້ຄວາມຕັດສິນໃຈຂອງຜູ້ນຳສູງສຸດ ກໍຄືຄວາມມຸ້ງມາດປາດຖະໜາ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມະຄີພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງ ແລະ ຫລໍ່ຫລອມ ໂດຍປະທານ ໂຮ ຈີ ມີງ ແລະ ປະທານ ໄກສອນ ພົມວິຫານ ນັ້ນໃຫ້ເປັນມໍລະດົກອັນລ້ຳຄ່າຕົກທອດຮອດເຊັ່ນລູກເຊັ່ນຫລານຕໍ່ໄປ.
ນອກຈາກການຈັດພິທີໂຮມຊຸມນຸມແລ້ວ, ທັງສອງສະຖານທູດໄດ້ຮ່ວມກັນຈັດກິດຈະກຳກິລາຕື່ມອີກ ເຊິ່ງລວມມີທັງການແຂ່ງຂັນ ກ໋ອຟ, ປິ່ງປອງ, ຕີດອກປີກໄກ່, ຕີບຸນ ແລະ ກິນເຂົ້າສາມັກຄິຮ່ວມ ກັນຢ່າງເບີກບານມ່ວນຊື່ນ.
ທ່ານ ຫລີ ບຸນຄ້ຳ ແລະ ທ່ານ ຫວຽນ ຕັດ ຖັງ ໄດ້ຕີລາຄາສູງຕໍ່ການຈັດກິດຈະກຳໃນຄັ້ງນີ້ວ່າ ເປັນການປະກອບສ່ວນສ້າງບັນຍາກາດປີແຫ່ງຄວາມສາມັກຄີຂອງລາວ-ຫວຽດນາມໃຫ້ພົດຟື້ນ ແລະ ມີຄວາມໝາຍເລີກເຊິ່ງຫຍິ່ງໆຂຶ້ນ, ເປັນການຢືນຢັນອີກເທື່ອໜື່ງເຖິງການພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ-ຫວຽດນາມ ໃຫ້ໄດ້ຮັບການຈັດຕັ້ງປະຕີບັດໃນທຸກຂົງເຂດວຽກງານ.