ໃນວັນທີ 06 ສິງຫາ 2017 ທີ່ຜ່ານມາ, ທ່ານ ຫລີ ບຸນຄ້ຳ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ ໄດ້ນຳພາພະນັກງານຈາກສະຖານທູດລາວ ທີ່ ບາງກອກ ເຂົ້າຮ່ວມກິດຈະກຳແຂ່ງຂັນກິລາ ແລະ ພົບປະສັງສັນລະຫວ່າງ ສະຖານທູດປະເທດອາຊຽນ ຫລື (ASEAN Family Day) ເຊິ່ງເປັນກິດຈະກຳໜື່ງເພື່ອສະເຫຼີມ ສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ຢ່າງຄືກຄື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍອັນເລີກເຊິ່ງໂດຍການເຂົ້າຮ່ວມຂອງບັນດານັກການທູດອາຊຽນ ພ້ອມດ້ວຍຄອບຄົວ ລວມທັງເຈົ້າໜ້າທີ່ກ່ຽວຂ້ອງຈາກກົມອາຊຽນ ແລະ ກົມອາຊີຕາເວັນອອກ ຂອງກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ອີກດ້ວຍ.
ໃນພິທີເປີດງານຢ່າງເປັນທາງການ, ບັນດາທູດອາຊຽນໄດ້ຂຶ້ນເວທີ ໂດຍມີທູດອິນໂດເນເຊຍ ໃນຖານະເປັນເຈົ້າພາບສະຖານທີ່ ກ່າວຈຸດປະສົງຫລັກຂອງການ ຈັດກິດຈະກຳ ເຊິ່ງເປັນການປະກອບສ່ວນ ໃນການສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 50 ປີ ທັງເປັນໂອກາດອັນດີໃນການສ້າງຄວາມລື້ງເຄີຍໃກ້ຊິດ ແລະ ສ້າງມິດຕະພາບລະຫວ່າງນັກການທູດ ຈາກປະເທດອາຊຽນ ແລະ ປະເທດເຈົ້າພາບ.
ສຳລັບກິດຈຳກຳການເຄື່ອນໄຫວໃນງານຄັ້ງນີ້ ປະກອບມີການແຂ່ງຂັນກິລາມິດຕະພາບ 4 ປະເພດ ຄື: ເຕະບານ, ຕີປີກໄກ່, ປີ່ງປ່ອງ ແລະ ເທນນິສ. ໂດຍໃນ ການແຂ່ງຂັນ ໄດ້ມີການປະສົມບັນດານັກກິລາຂອງແຕ່ລະສະຖານທູດ ເພື່ອແຂ່ງຂັນແບບມິດຕະພາບ ເນັ້ນໃສ່ການອອກກຳລັງກາຍ ໂດຍບໍ່ໄດ້ເນັ້ນໃສ່ຜົນຂອງການແຂ່ງຂັນ. ພ້ອມນີ້, ຍັງມີການຈັດກິດຈະກຳຫຼີ້ນເກມສຳລັບເດັກນ້ອຍ ແລະ ຄອບຄົວຂອງນັກການທູດ, ເຊີ່ງໄດ້ສ້າງຄວາມມ່ວນຊື່ນ ສາມັກຄີໃຫ້ແກ່ຜູ້ເຂົ້າຮ່ວມ. ພາຍຫຼັງສຳເລັດການແຂ່ງຂັນກິລາ ໄດ້ມີການຮ່ວມຮັບປະທານອາຫານທ່ຽງ ໂດຍແຕ່ລະສະຖານທູດໄດ້ນຳອາຫານ ປະຈຳຊາດຂອງຕົນມານຳສະເໜີ ເພື່ອຮ່ວມກັນຮັບປະທານ ແລະ ມີບາງປະເທດກໍນຳເອົາຂອງທີ່ລະນຶກຂອງຕົນ ເປັນຕົ້ນແມ່ນກະເປົາ, ຜ້າແພທີ່ເປັນເອກະລັກຂອປະເທດຕົນ ມາວາງສະແດງ ແລະ ຂາຍ, ເຊີ່ງກິດຈະກຳດັ່ງກ່າວຖືເປັນການແລກປ່ຽນ ທາງດ້ານວັດທະນະທຳ ຂອງບັນດາປະເທດອາຊຽນ. ຫຼັງຈາກນັ້ນ, ໄດ້ມີການຮັບຊົມການສະແດງດົນຕີ ແລະ ການຮ່ວມສັງສັນມ່ວນຊື່ນຂອງບັນດາຜູ້ເຂົ້າຮ່ວມທັງໝົດ.
ໃນໄລຍະຂອງການສະເຫຼີມສະຫຼອງອາຊຽນ ຄົບຮອບ 50 ປີ, ທາງປະເທດເຈົ້າພາບໄທ ກໍຄືປະເທດ ໃນອາຊຽນໄດ້ດຳເນີນກິດຈະກຳໃນຫລາຍຮູບແບບ ເຊັ່ນ: ການຈັດເວທີສຳມະນາວິຊາການ ກ່ຽວກັບ ຄວາມເປັນມາຂອງອາຊຽນ, ການຈັດກິດຈະກຳແລກປ່ຽນທາງດ້ານວັດທະນະທຳ ແລະ ການສະແດງສິນລະປະຂອງປະເທດອາຊຽນ, ເຊີ່ງຖືເປັນໂອກາດອັນດີ ທີ່ ສປປ ລາວ ໄດ້ປະກອບສ່ວນເຄື່ອນໄຫວ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງປະເທດ ແລະ ນຳສະເໜີຄວາມຄືບໜ້າທາງດ້ານການພັດທະນາທັງທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ ຂອງ ສປປ ລາວ.