ໃນວັນທີ 22 ສິງຫາ 2017, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ນຳໂດຍ ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ນັກສຶກສາລາວທີ່ ສິງກະໂປ ໄດ້ເຂົ້າຮ່ວມງານວັນອາຊຽນ (ASEAN Day) ແລະ ການສະເຫຼີມສະຫຼອງ ອາຊຽນ ຄົບຮອບ 50 ປີ ປະຈຳປີ 2017, ເຊິ່ງຈັດໂດຍ ກະຊວງການຕ່າງປະເທດ ສິງກະໂປ ເພື່ອພົບປະສັງສັນ ແລກປ່ຽນວັດທະນະທຳຮີດຄອງປະເພນີ ແລະ ອາຫານ ລະຫວ່າງບັນດາສະຖານທູດປະເທດສະມາຊິກ ອາຊຽນ ແລະ ບັນດາສະຖານທູດປະເທດຄູ່ຮ່ວມມືເຈລະຈາ ອາຊຽນ ປະຈຳ ສິງກະໂປ, ແລະ ມີຕົວແທນຈາກອົງການຈັດຕັ້ງພາກລັດ ແລະ ເອກະຊົນ, ນັກຮຽນນັກສຶກສາ ແລະ ຕົວແທນຈາກສະຖາບັນຕ່າງໆຂອງ ສິງກະໂປ ເຂົ້າຮ່ວມ 1000 ກວ່າຄົນ.
ໃນໂອກາດດັ່ງກ່າວ, ສະຖານທູດ ສປປ ລາວ ໄດ້ປະກອບສ່ວນນຳເອົາເຄື່ອງຫັດຖະກຳລາວ ໄປຈັດວາງສະແດງຢູ່ໃນງານ ແລະ ປະກອບສ່ວນອາຫານລາວ ໃຫ້ແກ່ງານດັ່ງກ່າວ. ນອກຈາກນັ້ນ, ລັດຖະມົນຕີຕ່າງປະເທດສິງກະໂປ ທ່ານ Dr. Vivian Balakrishnan ແລະ ບັນດາເອກອັກຄະລັດຖະທູດປະເທດສະມາຊິກ ອາຊຽນ ຍັງໄດ້ຖ່າຍຮູບຮ່ວມກັນ ແລະ ເປັນສັກຂີພະຍານໃນການເລີ່ມຈຳນາຍປຶ້້ມທີ່ມີຫົວຂໍ້ວ່າ: 50 ປີ ອາຊຽນ ແລະ ສິງກະໂປ (50 years ASEAN and Singapore)