ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີມານດິບ

 

20190801LaoAm20190801LaoAm1

     ໃນວັນທີ 25 ກໍລະກົດ 2019, ທີ່ທໍານຽບປະທານາທິບໍດີນະຫຼອນຫຼວງ ມາເລ, ສາທາລະນະລັດ ມານດິບ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ອິບຣາຮິມ ໂມຮາເມດ ໂຊລິ (Ibrahim Mohamed Solih),     ປະທານາທິບໍດີ ແຫ່ງ ສາທາລະນະລັດ ມານດິບ, ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາສາທາລະນະລັດ ມານດິບ ໂດຍມີສໍານັກງານຕັ້ງຢູ່ ນະຄອນຫຼວງນິວເດນລີ, ປະເທດອິນເດຍ.


   ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຖືເປັນກຽດຢ່າງຍິ່ງທີ່ ພະນະທ່ານ  ປະທານາທິບໍດີໄດ້ໃຫ້ກຽດຮັບສານຕາຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດຢູ່ມານດິບນີ້ ທ່ານຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບທີ່ດີງາມ ແລະ ການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານເອກອັກຄະລັດຖະທູດລາວກໍ່ໄດ້ນໍາເອົາຄໍາອວຍພອນອັນປະເສີດ ແລະ ຄໍາຊົມເຊີຍອັນອົບອຸ່ນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປ ລາວ, ຝາກເຖິງພະນະທ່ານປະທານາທິບໍດີ ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດ ມານດິບ ຄົບຮອບ 54 ປີ   ໃຫ້ພະນະທ່ານຈົ່ງມີພະລານາໄມແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ທັງສອງຝ່າຍໄດ້ຮັບຜົນສໍາເລັດໃນພາລະໜ້າທີ່ອັນມີກຽດຂອງພະນະທ່ານ ແລະ ຝາກຄໍາເຊື້ອເຊີນພະນະທ່ານປະທານາທິບໍດີມານດິບ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ພະນະທ່ານສະດວກ. ໃນວັນດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດລາວຍັງໄດ້ເຂົ້າຢ້ຽມຄໍານັບທ່ານ ອັບດູນລາ ຊາຮິດ (Abdulla Shahid) ລັດຖະມົນຕີຕ່າງປະເທດມານດິບ ແລະ ທ່ານ ອາເມດ ຄາລີ  (Ahmed Khaleel), ຮອງລັດຖະມົນຕີຕ່າງປະເທດມານດິບ, ເຊິງທ່ານທູດໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວໂດຍລວມ ແລະ ໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບທ່າແຮງໃນຂົງເຂດຕ່າງໆທີ່ສອງຝ່າຍສາມາດຮ່ວມມືກັນໄດ້, ໂດຍສະເພາະການພັດທະນາຊັບພະ ຍາກອນມະນຸດ, ການທ່ອງທ່ຽວ ແລະ ອື່ນໆ ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ຊຶ່ງຈະນໍາຜົນປະໂຫຍດມາສູ່ປະຊາຊົນສອງຊາດໃນຕໍ່ໜ້າ. ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດລາວພ້ອມຄະນະຍັງໄດ້ເຂົ້້າຮ່ວມງານລ້ຽງ ແລະ ພິທີສວນສະໜາມຄັ້ງໃຫຍ່ ເພື່ອສະເຫຼີມສະຫຼອງວັນຊາດມານດິບຄົບຮອບ 54 ປີ.  
     ສປປ ລາວ ແລະ ສ.ມານດິບ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນວັນທີ 10 ກຸມພາ 2012, ເຖິງວ່າຍັງເປັນໄລຍະເວລາສັ້ນໆ ແຕ່ສາຍພົວພັນຮ່ວມມືດັ່ງກ່າວກໍ່ໄດ້ກາຍເປັນມູນເຊື້ອດີງາມ ແລະ ທັງສອງຝ່າຍກໍ່ພະຍາຍາມຊອກຊ່ອງທາງ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ແລະ ຮ່ວມມືດັ່ງກ່າວ ຕາມທ່າແຮງຂອງຕົນ ໃຫ້ກາຍເປັນຮູບປະທໍາຫຼາຍຂຶ້ນ.
      ສາທາລະນະລັດ ມານດິບ ມີເນື້ອທີ່ທັງໝົດ 297,8 ຕາຕະລາງກິໂລແມັດ  ເຊິ່ງເປັນເນື້ອທີ່ດິນກວມເອົາພຽງ 1%, ສ່ວນທີ່ເຫຼືອ 99% ລ້ວນແຕ່ເປັນທະເລ ແລະ ມີປະຊາກອນທັງໝົດ 452,184 (2019). ມານດິບເປັນໜຶ່ງໃນບັນດາປະເທດອາຊີໃຕ້ທີ່ມີເສດຖະກິດຂະຫຍາຍຕົວໄວໃນລະດັບ 8.8% (2017) ແລະ ລາຍຮັບຕໍ່ຫົວຄົນແມ່ນ 10,535.79 USD (2017). ມານດິບເປັນປະເທດທີ່ມີທິວທັດທໍາມະຊາດທີ່ສວຍງາມ, ໂດຍສະເພາະບັນດາເກາະດອນທີ່ເປັນເອກະລັກ ທີ່ດຶງດູດນັກທ່ອງທ່ຽວຫຼາຍລ້ານຄົນ  ແລະ ໄດ້ກາຍເປັນຈຸດໝາຍການທ່ອງທ່ຽວທີ່ີມີຊື່ສຽງຂອງໂລກ ທີ່ສາມາດສ້າງເສດຖະກິດອັນດັບນຶ່ງໃຫ້ແກ່ປະເທດ ແລະ ຮອງລົງມາກໍ່ແມ່ນການປະມົງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486036
ມື້ນີ້167
ມື້ວານ168
ອາທິດນີ້1072
ເດືອນນີ້5341