ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ ຄັ້ງທີ II ໜ່ວຍພັກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ

20200619KM

20200619KM1

       ໃນວັນທີ 06 ມີຖຸນາ 2020, ໜ່ວຍພັກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ນະຄອນຄຸນມິງ ສປ ຈີນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂື້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ຄຳພອນ ວົງສັນຕິ, ເລຂາໜ່ວຍພັກ. ເປັນກຽດເຂົ້າຮ່ວມມີ ສະຫາຍ ນ. ຄຳເພົາ ເອີນທະວັນ, ຄະນະປະຈຳພັກກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ, ມີສະມາຊິກພັກສະຖານກົງໃຫຍ່ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 14 ສະຫາຍ.

     ໃນກອງປະຊຸມ ສະຫາຍ ຄຳພອນ ວົງສັນຕິ, ເລຂາໜ່ວຍພັກ ໄດ້ຂື້ນຜ່ານບົດລາຍງານການເມືອງໂດຍໄດ້ຕີລາຄາຄືນຕໍ່ຜົນງານໃນຫຼາຍດ້ານທີໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ (2015 - 2020) ແລະ ໄດ້ສະເໜີທິດທາງແຜນການຈຸດສຸມທີ່ຈະໄດ້ປະຕິບັດໃນຕໍ່ໜ້າໃຫ້ໄດ້ຮັບປະສິດທິຜົນດີຂື້ນ. ພ້ອມນີ້ ກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ (2020 - 2025) ຈໍານວນ 03 ສະຫາຍ, ປະກອບດ້ວຍ ສະຫາຍ ຄຳພອນ ວົງສັນຕິ, ເປັນເລຂາໜ່ວຍພັກ, ສະຫາຍ ນ. ມະນີສຸກ ຈ່ຽມສີສຸລາດ, ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ສຸດາ ມິ່ງສີສຸພັນ, ເປັນກຳມະການໜ່ວຍພັກ ເພື່ອສືບຕໍ່ນຳພາໜວ່ຍພັກໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງກ່ວາເກົ່າ.

     ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳເພົາ ເອີນທະວັນ, ຄະນະປະຈຳພັກ ກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສປຈີນ, ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫ່ຍ ໜ່ວຍພັກ ແລະ ໃຫ້ການຊີ້ນຳແກ່ຄະນະໜ່ວຍພັກຊຸດໃໝ່ຈົ່ງເອົາໃຈໃສ່ເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆ ເພື່ອສືບຕໍ່ນຳພາໜ່ວຍພັກຂອງຕົນໃຫ້ນັບມື້ເຂັ້ມແຂງ, ອັນເປັນການປະກອບສ່ວນໃຫ້ການເຄື່ອນໄຫວວຽກງານລວມ ຂອງ ຂະ

ແໜງການຕ່າງປະເທດໃຫ້ນັບມື້ມີຜົນສຳເລັດຍີ່ງໆຂື້ນ ແລະ ຖືໂອກາດນີ້ຮຽກຮ້ອງມາຍັງສະມາຊິກພັກ ພະນັກງານທຸກ ສະຫາຍ ຈົ່ງສືບຕໍ່ເປັນແບບຢ່າງໃນທຸກຂະບວນການເພື່ອສ້າງຜົນງານຕ້ອນຮັບກອງປະຊຸມໃຫ່ຍ ຂອງ ອົງຄະນະພັກ ກະຊວງການຕ່າງປະເທດ ກໍ່ຄືກອງປະຊຸມໃຫ່ຍຂອງ ພັກປະຊາຊົນປະຕິວັດລາວໃນຕໍ່ໜ້າ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485838
ມື້ນີ້137
ມື້ວານ206
ອາທິດນີ້874
ເດືອນນີ້5143