ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນສົງຊິ້ງ, ສປ ຈີນ ໃນລະຫວ່າງວັນທີ 20-25 ຕຸລາ 2021. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມວ່າດ້ວຍສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.ໃນນັ້ນ, ຝ່າຍຈີນມີ ທ່ານ ຕູ້ຈຽງ, ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຊາຍຢຸນເກີ, ຮອງເຈົ້າຄອງນະຄອນສົງຊິ້ງ ເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ. ນອກນັ້ນ, ຍັງມີທ່ານເອກອັກຄະລັດຖະທູດມຽນມາ, ບັນດາທູຕານຸທູດຈາກບັນດາປະເທດແມ່ນໍ້າຂອງ ແລະ ຕາງໜ້າບັນດາເມືອງທີ່ເຂົ້າຮ່ວມສະຫະພັນດັ່ງກ່າວ ເຂົ້າຮ່ວມ ແລະ ປະກອບຄໍາເຫັນ.
ໃນພິທີເປີດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຕີລາຄາສູງການຮ່ວມມືໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຕະຫຼອດໄລຍະ 5 ປີ ແຫ່ງການຮ່ວມມື ໂດຍສະເພາະ ການຈັດຕັ້ງປະຕິບັດແຜນການ 5 ປີ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍ່ຄືຖະແຫຼງການວຽງຈັນຂອງກອງປະຊຸມຜູ້ນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3. ນອກນັ້ນ, ຍັງໄດ້ສະເໜີແນະບາງທິດທາງການຮ່ວມມືໃນອະນາຄົດ ຂອງສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນຕົ້ນແມ່ນ ແນ່ໃສ່ຟື້ນຟູສະພາບການພັດທະນາການທ່ອງທ່ຽວ ພາຍຫຼັງພະຍາດໂຄວິດ-19 ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່ວມກັບບັນດາທູຕານຸທູດແມ່ນໍ້າຂອງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕູ້ຈຽງ, ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ຂອງຈີນ. ໃນການພົບປະ, ທັງສອງຝ່າຍໄດ້ຕີລາຄາ ແລະ ເຫັນດີຮ່ວມກັນຕໍ່ຜົນສໍາເລັດຂອງການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຕະຫຼອດໄລຍະ 5 ປີທີ່ຜ່ານມາ, ໂດຍສະເພາະຂະແໜງການທ່ອງທ່ຽວ ແລະ ວັດທະນະທໍາ, ເຊິ່ງເປັນຖະແຫຼງການທີ່ສໍາຄັນໃນວຽກງານການພັດທະນາເສດຖະກິດສັງຄົມ. ທັງສອງຝ່າຍ ຍັງໄດ້ຢໍ້າຄືນຄວາມພ້ອມໃນການຮ່ວມມືເຊິ່ງກັນ ແລະ ກັນ ໃນຂະແໜງການພັດທະນາການທ່ອງທ່ຽວ ໃນຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍ່ຄືຂອບການຮ່ວມມືອື່ນໆ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ນອກຈາກນັ້ນ ເຈົ້າພາບ (ຝ່າຍຈີນ) ໄດ້ຈັດການຢ້ຽມຢາມທັດສະນະສະຖານທີ່ທ່ອງທ່ຽວທີ່ສໍາຄັນ, ເຊິ່ງໄດ້ຮັບການຍົກຍ້າຍອອກຈາກພື້ນທີ່ການກໍ່ສ້າງເຂື່ອນໄຟຟ້າຊານເສຍ (Three Georges Hydropower Dam) ທີ່ ຕັ້ງຢູ່ເມືອງອີຈາງ, ແຂວງເຫີເປີຍ. ເຂື່ອນດັ່ງກ່າວເປັນເຂື່ອນທີ່ໃຫຍ່ທີ່ສຸດໃນໂລກ, ເຊິ່ງມີຄວາມກວ້າງຂອງໜ້າເຂື່ອນ ຫຼາຍກວ່າ 2000 ແມັດ ແລະ ສູງເຖິງ 180 ແມັດ.