ວັນທີ 25 ພະຈິກ 2021 ທີ່ກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະ ສະຫາຍ ຫງວຽນ ວັນ ເຖ (Nguyễn Văn Thể), ກຳມະການສູນກາງພັກ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ.
ໃນການຕ້ອນຮັບ,ສະຫາຍ ຫງວຽນ ວັນ ເຖ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງສອງປະທານປະເທດຫວຽດນາມ ແລະ ລາວ ທີ່ໄດ້ສໍາເລັດການຢ້ຽມຢາມສັນຖະວະໄມຕີຊຶ່ງກັນ ແລະ ກັນ ໃນເດືອນມິຖຸນາ ແລະ ສິງຫາ 2021 ຜ່ານມາ ຊຶ່ງເປັນການປະກອບສ່ວນເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດຫວຽດນາມ-ລາວລວມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ແລະ ເຊື່ອໝັ້ນວ່າສະຫາຍເອກອັກຄະລັດຖະທູດ ຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ເຖິງວ່າຈະສືບຕໍ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທົ່ວໂລກ ລວມທັງ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ກໍຕາມ ແຕ່ການພົວພັນຮ່ວມມືໃນທຸກຂະແໜງການຂອງສອງປະເທດພວກເຮົາ ຍັງສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ມີການພົບປະແລກປ່ຽນເປັນປະຈໍາດ້ວຍຮູບການທີ່ເໝາະສົມ ໂດຍສະເພາະຜົນສຳເລັດການເດີນທາງມາຢ້ຽມຢາມສັນຖະວະໄມຕີ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ໃນທ້າຍເດືອນ 6/2021, ການເດີນທາງໄປຢ້ຽມຢາມສັນຖະວະໄມຕີ ຢູ່ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສສ ຫວຽດນາມ ໃນກາງເດືອນ 8/2021 ທີ່ຜ່ານມາ.
ພ້ອມດຽວກັນນັ້ນ,ສະຫາຍເອກອັກຄະລັດຖະທູດ ຍັງໃຫ້ທັດສະນະວ່າ ສິ່ງດັ່ງກ່າວ, ເປັນການສະແດງໃຫ້ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີໜຶ່ງບໍ່ມີສອງໃນໂລກ. ແຕ່ເຖິງຢ່າງໃດກໍຕາມ ເຫັນວ່າການຮ່ວມມືທາງດ້ານເສດຖະກິດສອງປະເທດຍັງບໍ່ທັນສົມຄູ່ກັບການຮ່ວມມືທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະການເຊື່ອມຈອດທາງດ້ານຄົມມະນາຄົມລະຫວ່າງສອງປະເທດຍັງມີຂໍ້ຈຳກັດ ເຮັດໃຫ້ການຄ້າ, ແລກປ່ຽນສິນຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດພົບຄວາມຫຍຸ້ງຍາກ, ໃຊ້ເວລາດົນ ເນື່ອງຈາກສອງປະເທດຍັງບໍ່ທັນມີເສັ້ນທາງດ່ວນເຊື່ອມຈອດກັນ. ໃນອານາຄົດສອງປະເທດຈະພ້ອມກັນຈັດຕັ້ງປະຕິບັດໂຄງການຍົກລະດັບເສັ້ນທາງເລກ 8 ຜ່ານດ່ານຊາຍແດນສາກົນເກົາແຈ່ວ, ແຂວງຮ່າຕິງ-ນໍ້າພາວ, ແຂວງບໍລິຄຳໄຊ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ. ຄຽງຄູ່ກັນນັ້ນ, ການນໍາຂັ້ນສູງພັກ, ລັດສອງປະເທດ ກໍໃຫ້ສືບຕໍ່ຊຸກຍູ້ໂຄງການທີ່ເປັນຍຸດທະສາດການຮ່ວມມືສອງປະເທດ ເປັນຕົ້ນ: ເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ໂຄງການທາງລົດໄຟຄຳມ່ວນ-ທ່າເຮືອຫວຸ້ງອາງ ຊຶ່ງເປັນເສັ້ນທາງທີ່ຈະເຮັດໃຫ້ເສັ້ນທາງອອກສູ່ທະເລຂອງລາວມີໄລຍະທາງສັ້ນທີ່ສຸດ. ສະຫາຍເອກອັກຄະລັດຖະທູດ ຢືນຢັນວ່າຈະເຮັດສຸດຄວາມສາມາດຂອງຕົນເພື່ອເປັນຂົວຕໍ່ໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດນັບມື້ນັບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງປະເທດ.
ນອກຈາກນັ້ນ, ທັງສອງຝ່າຍກໍໄດ້ສົນທະນາ ແລະ ປຶກສາຫາລື ກ່ຽວກັບ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ທັງສອງປະເທດ, ການພົວພັນຮ່ວມມືທາງດ້ານການລົງທຶນ, ການຈໍລະຈອນສິນຄ້າລະຫວ່າງສອງປະເທດ ຕາມສັນຍາທີ່ສອງປະເທດໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ.