ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ຫົວຫນ້າບໍລິຫານຂອງອົງການ ສົນທິສັນຍາວ່າດ້ວຍການຫ້າມທົດລອງນິວເຄຼຍທຸກຮູບແບບ

         20220504AT

         ໃນຕອນເຊົ້າຂອງວັນທີ 27 ເມສາ 2022, ທີ່ ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Dr. Robert Floyd,  ຫົວຫນ້າບໍລິຫານ ( Executive Secretary) ຂອງອົງການເກືອດຫ້າມການທົດລອງອາວຸດນິວເຄຼຍທຸກຮູບແບບ ( Comprehensive Nuclear Test Ban Treaty Organization-CTBTO), ເພື່ອດໍາລົງຕໍາແໜ່ງເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການດັ່ງກ່າວ.

          ທ່ານ Dr. Robert Floyd ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ CTBTO ແລະ ພ້ອມທີ່ ຈະໃຫ້ການຮ່ວມມື ແລະ ສະຫນັບສະຫນູນໃນການປະຕິບັດໜ້າທີ່ຂອງ ທ່ານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ, ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ CTBTO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວ້າງຂວາງຂື້ນຕື່ມ.

          ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ/ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການ ຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ກໍ່ຄືອາຊຽນໃນດ້ານຕ່າງໆໃນໄລຍະຜ່ານມາ ໂດຍສະເພາະແມ່ນການນຳໃຊ້ເຕັກໂນໂລຢີເຂົ້າໃນວຽກງານວິທະຍາສາດ ແລະ ພົນລະເຮືອນ ເປັນຕົ້ນແມ່ນການ ແຈ້ງເຕືອນການເກີດແຜ່ນດິນໄຫວ, ສຶນາມິ, ການປ່ຽນແປງຂອງດິນຟ້າອາກາດຂອງກົມອຸຕຸນິຍົມ ແລະ ອຸທົກ ກະສາດ ແລະ ການສະຫນັບສະຫນູນທາງດ້ານການພັດທະນາຊັບພະຍາກອນມະນຸດ, ການເຂົ້າຮ່ວມຝຶກອົບ ຮົມໃນຂົງເຂດວິຊາສະເພາະທີ່ມີຜົນປະໂຫຍດຕໍ່ການຮັບຮູ້ຂໍ້ມູນຂ່າວສານກ່ຽວກັບໄພທຳມະຊາດທີ່ເປັນໄພຂົ່ມຂູ່ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານຜູ້ຕາງ ໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Dr. Robert Floyd ພ້ອມດ້ວຍພະນັກ ງານທຸກຄົນໃນອົງການດັ່ງກ່າວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485928
ມື້ນີ້59
ມື້ວານ168
ອາທິດນີ້964
ເດືອນນີ້5233