ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ

 

18720223

1872022

     ໃນຕອນເຊົ້າ ຂອງ ​ວັນ​ທີ 07 ກໍ​ລະ​ກົດ  2022 ຜ່ານມາ, ທ່ານ ວັນທາ ແສງເມືອງ ໄດ້​ເຂົ້າ​ຍືນ​ສານ​ຕາ​ຕັ້ງຕໍ່ ພະ​ນະ​ທ່ານ Miguel Diaz-Canel, ປະ​ທານ​ປະ​ເທດ ແຫ່ງ ສ​າ​ທາ​ລະ​ນະ​ລັດ ກູ​ບາ ເພື່ອ​​ດໍາ​ລົງ​ຕໍາ​ແໜ່ງເປັນ ເອກ​ອັ​ກ​ຄະ​ລັດ​ຖະ​ທູດວິສາມັນ ຜູ້​ມີ​ອໍາ​ນາດ​ເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ປະ​ຈໍາ ສາ​ທາ​ລະ​ນະ​ລັດ ກູ​ບາ.

   

      ໃນໂອກາດດັ່ງກ່າວ ​ພະ​ນະ​ທ່ານ​ປະ​ທານ​ປະ​ເທດ Miguel Diaz-Canel ໄດ້​ສະ​ແດງຄວາມຍິນດີຕ້ອນຮັບ ແລະ  ​ຊົມ​ເຊີຍ​ຕໍ່​ການ​ມາ​ດໍາ​ລົງ​ຕໍາ​ແໜ່ງ ຂອງ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ຄົນ​ໃໝ່ ປະ​ຈໍາ ສາ​ທາ​ລະ​ນະ​ລັດ ກູບາ, ພ້ອມ​ທັງ​ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ຮ່ວ​ມ​ມື ລະ​ຫວ່າງ ສອງ​ປະ​ເທດ ລາວ ແລະ ກູ​ບາ ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຖານ​ອ້າຍ​ນ້ອງ​ແບບ​ໃກ້​ສິດ ແລະ ເພື່ອນ​ຮ່ວມ​ອຸ​ດົມ​ການ​ອັນ​ດຽວ​ກັນ, ພະນະທ່ານ ປະທານປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ກູ​ບາ ຍັງໄດ້ກ່າວສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ທີ່​ເວ​ລາ​ໃດ​ກໍ​ໃຫ້​ການ​ສະໜັບ​ສະ​ໜູນ ສາ​ທາ​ລະ​ນະ​ລັດ ກູ​ບາ ທັງ​ຢູ່​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ.  ພ້ອ​ມ​ກັນ​ນີ້, ທ່ານ​ຍັງ​ໄດ້ສະ​ແດງ​ຄວ​າມ​ເຊື່ອ​ໝັ້ນ​ວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ທີ່​ມີ​ມາ​ແຕ່​ດົນ​ນານ ລະ​ຫວ່າງ ສອງ​ພັກ-ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ຊາດ ກູບາ ແລະ ລາວ ຈະ​ໄດ້​ຮັບ​ການ​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​, ພ້ອ​ມ​ທັງ​ອວຍ​ພອນ​ໃຫ້​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈົ່ງ​ປະ​ສົບ​ຜົນ​ສໍາ​ເລັດອັນ​ຈົບ​ງາມ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ການ​ທູດ​ຄັ້ງ​ນີ້.

 

       ໃນ​ໂອ​ກາດ​ດຽວກັນ, ທ່ານ​ເອກອັກຄະລັດຖະທູດລາວ ກໍ​ໄດ້​ນໍາ​ເອົາ​ຄວາມ​ຢື້ຢາມ​ຖາມ​ຂ່າວ​ອັນ​ອົບ​ອຸ່ນ, ພອນ​ໄຊ​ອັນ​ປະ​ເສີດ ແລະ ຄວາ​ມ​ຮັກ​ແພງ​ຖານ​ອ້າຍ​ນ້ອງ​ເພື່ອນ​ມິດ ຈາກ ພະ​ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ສົ່ງ​ເຖິງ ພະ​ນະ​ທ່ານ Miguel Diaz-Canel ແລະ ຜ່ານ​ພະ​ນະ​ທ່ານ ໄປ​ຍັງ ພະ​ນະ​ທ່ານ Raul Castro Ruz  ກໍ​ຄື ປະ​ຊາ​ຊົນ​ກູ​ບາ, ພ້ອມ​ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນ​ພື້ນ​ຖານ​ແຫ່ງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຊ່ວຍເຫຼືອເຊິ່ງກັນ. ພ້ອ​ມ​ທັງ​ເຫັນ​ດີ​ເປັນ​ເອ​ກະ​ພາບ ທີ່​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​​ເປັນ​ຕົ້ນ ດ້ານສາ​ທາ​ລະ​ນະ​ສຸກ​, ການ​ສຶກ​ສາ, ກິລາ ແລະ ຂະແໜ່ງການອື່ນໆ ໃຫ້ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຍິ່ງໆ​ຂື້ນ. ທ່ານເອກອັກຄະລັດຖະທູດ ຍັງໄດ້ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ, ລັດ​ຖະ​ບານ ແລະ ປະຊາຊົນກູ​ບາ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ຕະລອດໃນ​ໄລ​ຍະ​ຜ່ານ​ມາ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486049
ມື້ນີ້180
ມື້ວານ168
ອາທິດນີ້1085
ເດືອນນີ້5354