ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດການເຂົ້າຮ່ວມກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ຄັ້ງທີ 11

 

WhatsApp Image 2022 07 21 at 21414 PM

 

ໃນວັນທີ 13 ກໍລະກົດ 2022 ທ່ີຜ່ານມານີ້, ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ຄັ້ງທີ 11 ຂຶ້ນ ທີ່ ສຳນັກງານໃຫຍ່ ສະຫະພາບເອີຣົບ (ອີຢູ), ທີ່ ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດວງມະນີ ຍອດສີອຸດົມ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າຄະນະຜູ້ແທນຝ່າຍລາວ ແລະ ທ່ານ ນ.  ບາບະຣາ ພຣິງເກີລ, ຫົວໜ້າກົມອາຊີຕາເວັນອອກ ແລະ ອາຊຽນ, ກຳມະທິການຕ່າງປະເທດຂອງສະຫະພາບເອີຣົບ, ທັງເປັນຫົວໜ້າຄະນະຜູ້ແທນຂອງຝ່າຍສະຫະພາບເອີຣົບ ແລະ ມີຜູ້ເຂົ້າຮ່ວມທີ່ມາຈາກກະຊວງຂະແໜງການກ່ຽວຂ້ອງຂອງ ສປປ ລາວ, ເປັນຕົ້ນແມ່ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະແຫລງຂ່າວ,​ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ ນະຄອນຫລວງບຣຸກແຊນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງສະຫະພາບເອີຣົບ.   

 

ໃນກອງປະຊຸມຄັ້ງນີ້ສອງຝ່າຍໄດ້ສົນທະນາກັນ ແລະ ແລກປ່ຽນນໍາກັນຢ່າງກົງໄປກົງມາ ແລະ ສ້າງສັນ, ບົນພື້ນຖານຄວາມສະເໝີພາບ, ການເຄົາລົບຊຶ່ງກັນ ແລະ ການເຂົ້າໃຈຊຶ່ງກັນແລະກັນ ກ່ຽວກັບ ຄວາມຄືບໜ້າໂດຍລວມ ໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງກັນ ແລະ ກັນໃນໜຶ່ງປີຜ່ານມາ ນັບແຕ່ການປຶກສາຫາລືຄັ້ງທີ 10 ໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ, ເປັນຕົ້ນແມ່ນ ບັນຫາທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດສິດທິທາງດ້ານການເມືອງ ແລະ ພົນລະເຮືອນ, ສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ສິດທິຂອງແມ່ຍິງ, ເດັກນ້ອຍ, ສິດຂອງຄົນພິການ, ແລະ ສິດຂອງຊົນເຜົ່າ, ວຽກງານບັງຄັບປະຕິບັດກົດໝາຍຂອງເຈົ້າໜ້າທີ່, ການເຂົ້າເຖິງຂະບວນການຍຸຕິທໍາຂອງພົນລະເມືອງ, ການຮ່ວມມືກັບກົນໄກສິດທິມະນຸດພາກພື້ນ ແລະ ສາກົນ, ແລະ ບັນຫາອື່ນສະເພາະທີ່ສອງຝ່າຍມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ,  ພ້ອມທັງຄວາມຄືບໜ້າໃນການກະກຽມຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງ ສປປ ລາວໃນປີ 2026

         

ສອງຝ່າຍໄດ້ຕີລາຄາສູງຄວາມພະຍາຍາມ ແລະ ຜົນສໍາເລັດຂອງການປະຕິບັດວຽກງານສິດທິມະນຸດຂອງກັນແລະ ກັນໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມສໍາຄັນຕໍ່ເວທີການປຶກສາຫາລືດັ່ງກ່າວ ໃນນາມທີ່ເປັນເວທີສໍາລັບການແລກປ່ຽນບົດຮຽນ, ປະສົບການ ແລະ ພາກປະຕິບັດທີ່ດີນໍາກັນໃນວຽກງານສິດທິມະນຸດ, ທັງເປັນເວທີ ໃນການໂຄສະນາເຜີຍແຜ່ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງເປັນທໍາຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນວຽກງານສົ່ງເສີມ ແລະ ປົກປ້ອງສິດທິມະນຸດ. ນອກຈາກການພົບປະສົນທະນານໍາກັນແລ້ວ, ສະຫະພາບເອີຣົບຍັງໄດ້ຈັດການສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາຊາວໜຸ່ມ” ໃນວັນທີ 11 ກໍລະກົດ 2022 ໃນນາມເປັນກິດຈະກໍາຂ້າງຄຽງ, ໂດຍມີເຂົ້າຮ່ວມຈາກສູນກາງຊາວໜຸ່ມ ແລະ ບັນດາສະມາຄົມຕ່າງໆຂອງ ສປປ ລາວ  ແລະ ສະຫະພາບເອີຣົບທີ່ເຮັດວຽກໃນຂົງເຂດຊາວໜຸ່ມ, ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນ ແລະ ປະສົບການນໍາກັນ ແລະ ກັນໃນວຽກງານພັດທະນາຊາວໜຸ່ມ ແລະ ການມີສ່ວນຮ່ວມຂອງຊາວໜຸ່ມໃນການພັດທະນາ.

         

ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບແມ່ນກົນໄກ ສົນທະນາແລກປ່ຽນຄຳຄິດຄຳເຫັນແບບບໍ່ເປັນທາງການ ທີ່ຈັດຂຶ້ນປີລະຄັ້ງ ໂດຍມີການຜັດປ່ຽນກັນເປັນເຈົ້າພາບ. ຄັ້ງທີ 12 ແມ່ນຈະຈັດຂຶ້ນຢູ່ ສປປ ລາວ ໂດຍຝ່າຍລາວຈະເປັນເຈົ້າພາບ.  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486027
ມື້ນີ້158
ມື້ວານ168
ອາທິດນີ້1063
ເດືອນນີ້5332