ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານກົງສຸນໃຫຍ່ ເເຫ່ງ ສປປ ລາວ ປະຈຳ ນະຄອນຄຸນມິງ ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອຕ້ານພະຍາດໂຄວິດ-19 ໃນການສ້າງສະຖານທີ່ອະເຊື້ອສໍາລັບສິນຄ້າ ເເລະ ອຸປະກອນການເເພດ.

 

2022 7 25 kunming11

2022 7 25 kunming0

 

ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022 ທີ່ຜ່ານມາ, ຢູ່ທີ່ຫ້ອງການປົກຄອງເຂດດ່ານບໍ່ຫານ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໄດ້ມີການຈັດພິທີມອບ-ຮັບໂຄງການຊ່ວຍເຫລືອຕ້າພະຍາດໂຄວິດ-19 ແລະ ອຸປະກອນການແພດ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ມອບໃຫ້ແກ່ ແຂວງຫລວງນໍ້າທາ ຂອງ ສປປ ລາວ.

 

ເຂົ້າຮ່ວມໃນພິທີດັ່ງກ່າວມີ  ທ່ານ ຫວັງ ເວີຍ, ຮອງຫົວຫນ້າຫ້ອງການພົວພັນຕ່າງປະເທດ ແຂວງຢູນນານ, ທ່ານ ສູ ເຄີ້ຮຸ່ຍ, ຮອງເຈົ້າກິ່ງແຂວງສິບສອງພັນນາ ແລະ ທ່ານນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນຄຸນມິງ ພ້ອມດ້ວຍພະນັກງານຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງສອງຝ່າຍ ຈໍານວນຫນຶ່ງ.

 

ໃນໂອກາດນີ້, ທ່ານກົງສຸນໃຫຍ່  ໄດ້ຕາງຫນ້າໃຫ້ພັກ-ລັດຖະບານ ກໍຄື ປະຊາຊົນລາວ ໂດຍສະເພາະອໍານາດການປົກຄອງ ແລະ ປະຊາຊົນແຂວງຫລວງນໍ້າທາ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດຖະບານ ແລະ ປະຊາຊົນ ແຫ່ງ ສປ ຈີນ ກໍ່ຄື ແຂວງຢູນນານ ແລະ ກິ່ງແຂວງສິບສອງປັນນາ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານການແພດ ເປັນຈໍານວນຫລວງຫລາຍ ແກ່ ສປປ ລາວ ກໍ່ຄື ບັນດາແຂວງພາກເຫນືອຂອງລາວ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແລະ ຄັ້ງນີ້ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫລືອໃນການສ້າງສະຖານທີ່ອະເຊື້ອສໍາລັບສິນຄ້າ ມູນຄ່າ 3.858.700 ຢວນ ແລະ ອຸປະກອນການແພດ ມູນຄ່າ 250.000 ຢວນແກ່ ແຂວງຫລວງນໍ້າທາຂອງລາວ ແລະ ເຊື່ອຫມັ້ນເປັນຢ່າງຍິ່ງວ່າ ການຊ່ວຍເຫລືອດັ່ງກ່າວນີ້  ຈະປະກອບສ່ວນຢ່າງສໍາຄັນເຂົ້າໃນການເພີ່ມທະວີການຮັດແຫນ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ພ້ອມທັງຈະເປັນການຊ່ວຍຫລຸດຕົ້ນທຶນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ບັນດາບໍລິສັດຈາກ ສປປ ລາວ ໃນການຂົນສົ່ງສິນຄ້າເຂົ້າໄປ ສປ ຈີນ ແລະ ຮອງຮັບສະພາບການຮ່ວມມືດ້ານການຄ້າ ທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງທີ່ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້. ນອກນັ້ນ, ກໍ່ຍັງຈະເປັນການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຫລວງນໍ້າທາ ອີກດ້ວຍ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486048
ມື້ນີ້179
ມື້ວານ168
ອາທິດນີ້1084
ເດືອນນີ້5353