ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣັດເຊຍ ກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄົບຮອບ 60 ປີ

 

2022 7 25 VN Laos RS

ໃນວັນທີ 22 ກໍລະກົດ 2022  ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ໄດ້ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ໄດ້ຈັດກິດຈະກຳ ທາງດ້ານກິລາ, ວັດທະນະທຳ ແລະ ສິນລະປະວັນນະຂະດີຂຶ້ນເພື່ອສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ວັນຄົບຮອບ 45 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຫວຽດນາມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວິລາວັນ ເຍ່ຍປໍເຮີ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ແລະ  ທ່ານ ດັງມິງຄອຍ, ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ພ້ອມດ້ວຍພະນັກງານຂອງສອງສະຖານທູດ ແລະ ນັກສຶກສາລາວ-ຫວຽດນາມ ຢູ່ທີ່ ສ.ຮັດເຊຍ ຫຼາຍກ່ວາ 100 ຄົນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນໂອກາດດັ່ງກ່າວ ທ່ານ ເອກອັກຄະລັດຖະທູດ ສອງປະເທດໄດ້ປ່ຽນກັນກ່າວຄຳເຫັນ ຊຶ່ງໄດ້ກ່າວຄວາມເຫັນສຳຄັນຂອງສອງວັນປະຫວັດສາດດັ່ງກ່າວ. ເພື່ອໃຫ້ພິທີດັ່ງກ່າວມີເນື້ອໃນຄວາມໝາຍເລິກເຊິ່ງ ສອງສະຖານເອກອັກຄະລັດຖະທູດ ໄດ້ມີການຈັດການແຂ່ງຂັນກິລາມິດຕະພາບ, ການສະແດງສິນລະປະວັນນະຂະດີ ທີ່ສະແດງເຖິງວັດທະນະທຳອັນດີງາມຂອງສອງປະເທດ ແລະ ພາເຂົ້າສາມັກຄີ.

 

ໃນພິທີ , ທ່ານ ນາງ ວິລາ ວັນ ເຍ່ຍປໍເຮີ ໄດ້ຍົກໃຫ້ເຫັນເຖິງຄຸນງາມຄວາມດີ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບທີ່ເປັນຜູ້ກໍ່ຕັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິດເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດເຮົາ. ປະຈຸບັນນີ້ການພົວພັນມິດຕະພາບ ແລະ ການຮ່ວມມື ໄດ້ກ້າວເຂົ້າສູ່ລວງເລິກ, ແໜ້ນແຟ້ນ ແລະຮອບດ້ານ. ນອກຈາກນັ້ນ, ໄດ້ກ່າວວ່າສອງວັນປະຫວັດສາດດັ່ງກ່າວມີຄວາມໝາຍສໍາຄັນທີ່ສຸດ ສໍາລັບສອງປະເທດເຮົາ, ເຊຶ່ງເປັນການໄຂສັງກາດໃໝ່ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນອັນເປັນມູນເຊື້ອມາແຕ່ຍາວນານ ແລະ ສ້າງສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮອບດ້ານລະຫວ່າງສອງພັກ, ສອງ​ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຊຶ່ງສະແດງອອກຫຼາຍເຫດການທີ່ສຳຄັນທີ່ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຮອບດ້ານ ໃນຂະບວນການຕໍ່ສູ້ປົດປ່ອຍຊາດໃຫ້ຫຼຸດພົ້ນອອກຈາກແອກຄອບຄອງຂອງຈັກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ກໍ່ຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງສອງປະເທດໃນປັດຈຸບັນ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຢືນຢັນວ່າ: ເສີມຂະຫຍາຍສາຍພົວພັນ, ການຮ່ວມມືຮອບດ້ານ ແລະ ການປະສານງານ ລະຫວ່າງສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ.ຣັດເຊຍ ກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສ.ຣັດເຊຍ ທັງນີ້ກໍ່ແມ່ນສືບຕໍ່ເສມີຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງພວກເຮົາ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.

 

ໃນຕອນທ້າຍຂອງພິທີ ທ່ານ ນາງ ວິລາວັນ ໄດ້ຕາງໜ້າໃຫ້ສະຖານທູດ ແລະ ໃນນາມສ່ວນຕົວໄດ້ກ່າວສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ອວຍພອນໄຊອັນປະເສີດຕໍ່ ທ່ານທູດ ດັງມິງຄອຍ ພ້ອມດ້ວຍນັການທູດ ພະນັກງານສະຖານທູດຫວຽດນາມ ແລະ ລາວ, ຂໍໃຫ້ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະຈະເລີນກ້າວໜ້າ, ທັງອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມກັຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ຈົ່ງໝັ້ນຄົງທະນົງແກ່ນ.

 

ພິທີສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ແລະ ວັນຄົບຮອບ 45 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວ ແລະ ຫວຽດນາມ ໄດ້ສຳເລັດຢ່າງຈົບງາມພາຍໃຕ້ບັນຍາກາດມິດຕະພາບ ແລະ ອົບອຸ່ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485870
ມື້ນີ້1
ມື້ວານ168
ອາທິດນີ້906
ເດືອນນີ້5175