ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ - ຫວຽດນາມ

 

202218

ໃນລະຫວ່າງວັນທີ 26-29 ກໍລະກົດ 2022 ທີ່ ເມືອງແປກ, ແຂວງຊຽງຂວາງ, ໄດ້ຈັດກອງປະຊຸມ ຄັ້ງທີ II ລະຫວ່າງ ຄະນະວິຊາການປະສົມຊາຍແດນ ລາວ-ຫວຽດນາມ. ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນຳໂດຍ ສະຫາຍ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ ແລະ ຄະນະວິຊາການຊາຍແດນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນຳໂດຍ ສະຫາຍ ຫງ້ວຽນ ແອ໋ງ ຢຸ້ງ, ຮອງປະທານຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ເປັນຫົວໜ້າຄະນະ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ຂອງສອງປະເທດ ແລະ ແຂວງຊຽງຂວາງ.

 

ກອງປະຊຸມໄດ້ສັງເກດຕີລາຄາຄືນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະ 6 ເດືອນ ຕົ້ນປີ 2022, ໂດຍສະເພາະແມ່ນ  ການຮ່ວມກັນລົງສໍາຫຼວດ ກວດກາ ແລະ ບູລະນະບັນດາຫຼັກໝາຍຊາຍແດນທີ່ເປ່ເພ, ການເຊາະເຈື່ອນຂອງຕາຝັ່ງ, ການເປີດ ແລະ ຍົກລະດັບດ່ານຊາຍແດນ ລາວ-ຫວຽດນາມ, ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ແຕ່ງງານບໍ່ຖືກລະບຽບຕາມບໍລິເວນຊາຍແດນຂອງສອງປະເທດ, ເຫັນວ່າ ການປະຕິບັດວຽກງານ ໄດ້ຮັບໝາກຜົນມີປະສິດທິພາບດີສົມຄວນ, ສອງຝ່າຍໄດ້ເຮັດໜ້າທີ່ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ເຮັດໃຫ້ບໍລິເວນຊາຍແດນມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີໂດຍພື້ນຖານ. ເຈົ້າໜ້າທີ່ຊາຍແດນນັບແຕ່ສູນກາງຫາທ້ອງຖິ່ນ ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າ ແລະ ທັງເປັນຜົນງານອັນໃຫຍ່ຫຼວງເຂົ້າໃນການສະເຫຼີມສະຫຼອງປີແຫ່ງສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (1962-2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ(1977-2022). ພ້ອມດຽວກັນນີ້, ຄະນະວິຊາການທັງສອງຝ່າຍກໍ່ໄດ້ຮ່ວມກັນປຶກສາຫາລື  ວາງທິດທາງແຜນການຮ່ວມມືການຈັດຕັ້ງປະຕິບັດວຽກງານຊາຍແດນໃນ 6 ເດືອນທ້າຍປີ 2022, ສືບຕໍ່ລົງສໍາຫຼວດ ແລະ ບູລະນະສ້ອມແປງຫຼັກໝາຍຊາຍແດນທີ່ເປ່ເພໃຫ້ຄືນສູ່ສະພາບເດີມ, ນໍາສະເໜີລັດຖະບານທັງສອງປະເທດພິຈາລະນາຍົກລະດັບດ່ານຊາຍແດນ, ສົ່ງເສີມການຮ່ວມມືພັດທະນາເສດຖະກິດ ຂອງສອງຝ່າຍໃນບໍລິເວນຊາຍແດນ. ນອກຈາກນັ້ນ, ກໍຍັງໄດ້ປຶກສາຫາລືກ່ຽວກັບ ແຜນການກະກຽມກອງປະຊຸມເຜີຍແຜ່ນິຕິກໍາທີ່ສໍາຄັນເປັນຕົ້ນແມ່ນ ສັນຍາວ່າດ້ວຍລະ ບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ 2016 ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ອານຸສັນຍາ ວ່າດ້ວຍເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ບັນດາເຖົ້າແກ່ແນວໂຮມ, ນາຍບ້ານ ແລະ ປະຊາຊົນລຽບຊາຍແດນສອງຟາກ ລາວ-ຫວຽດນາມ ໃຫ້ຮັບຮູ້ຈະແຈ້ງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຊາຍແດນ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຊຶ່ງກອງປະຊຸມດັ່ງກ່າວຄາດວ່າຈະໄດ້ຈັດຂຶ້ນໃນ ເດືອນຕຸລາ ປີ 2022, ທີ່ ແຂວງເຫງະອານ, ສສ ຫວຽດນາມ.

 

ກອງປະຊຸມໄດ້ຈັດຂື້ນ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງສາຍພົວພັນມິດຕະພາບ, ຄວາມສາມາຄີແບບພິເສດ, ຖານເພື່ອນມິດສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງ ພ້ອມທັງຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485862
ມື້ນີ້161
ມື້ວານ206
ອາທິດນີ້898
ເດືອນນີ້5167