ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງລາຍເຈົາ

   

   

20230310 Lao Am To VN 1

20230310 Lao Am To VN 2

  

    

ວັນທີ 10 ມີນາ 2023 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ​ແລະ ຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການ ປະຊາຊົນ ແຂວງລາຍ​ເຈົາ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມພັນລະຍາ ​ແລະ  ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ.

   

​​ໂອກາດ​ນີ້ສະຫາຍ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ ກໍໄດ້ລາຍງານ​ກ່ຽວກັບຄວາມເປັນມາ ຂອງແຂວງ ຊຶ່ງແຂວງລາຍເຈົາໄດ້ຮັບການສ້າງຕັ້ງ ແລະ ແຍກຕົວອອກເປັນທາງການນັບແຕ່ປີ 2004 ເປັນຕົົ້ນມາ (ກ່ອນໜ້ານີ້ແຂວງລາຍເຈົາ ແລະ ແຂວງດຽນບຽນ ເປັນແຂວງດຽວມີຊື່ວ່າແຂວງລາຍເຈົາທີ່ມີສຳນັກຕັ້ງຢູ່ເມືອງໄລ ທີ່ຂຶ້ນກັບແຂວງດຽນບຽນໃນປັດຈຸບັນ) ລວມທັງແຈ້ງໂດຍຫຍໍ້​ກ່ຽວ​ກັບສະພາບລວມຂອງແຂວງນັບທັງສະພາບ​ການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ ກໍຄືໝາກຜົນການພົວພັນ ຮ່ວມມືກັບ ສປປ ລາວ,  ໂດຍສະເພາະແຂວງລາຍ​ເຈົາໄດ້​ແຮກສຽວກັບ 3 ​ແຂວງພາກເໜືອ​ຄື: ​ແຂວງອຸດົມໄຊ, ​ແຂວງ​ຫຼວງພະບາງ ​ແລະ ​ແຂວງຜົ້ງສາລີ. ​ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການສ້າງຊັບພະຍາກອນມະນຸດໃຫ້ແກ່ 3 ​ແຂວງດັ່ງກ່າວໃນໄລຍະຜ່ານມາ.  ແຂວງລາຍເຈົາປະກອບດ້ວຍ 3 ເຜົາໃຫຍ່ຄື: ເຜົ່າໄຕກວມ 38%, ເຜົ່າມົ້ງ 32%, ເຜົ່າກິງ 30 % ສະຫາຍ​​ເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າໃນໄລຍະທີ່​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ມາດຳລົງຕຳແໜງຢູ່ ສສ ຫວຽດນາມ​ຈະເປັນຂົວຕໍ່ໃນການປະສານງານລະຫວ່າງ​ສອງ​ປະເທດເວົ້າລວມ, ​ເວົ້າສະເພາະແມ່ນແຂວງລາຍເຈົາ ແລະ ບັນດາແຂວງພາກເໜືອຂອງລາວ​.

   

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມໃນ ໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມ ສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງ ປະຊາຊົນແຂວງລາຍ​ເຈົາ. ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍ​ຄືການຮ່ວມມືລະ ຫວ່າງ ແຂວງລາຍເຈົາ ກັບ ບັນດາ​ແຂວງພາກເໜືອຂອງລາວໂດຍ​ສະເພາະແມ່ນການຊ່ວຍເຫຼືອສ້າງ​ຊັບພະຍາ ກອນມະນຸດໃຫ້ແກ່ ແຂວງອຸດົມໄຊ, ​ແຂວງຫຼວງພະບາງ ​ແລະ ແຂວງຜົ້ງສາລີ.

   

  

  

20230310 Lao Am To VN 3

   

 

ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ​ພ້ອມ​ດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ​ແລະ ​ພົບປະຄູອາຈານ ແລະ ນັກສຶກສາລາວທີ່ວິທະຍາໄລຊຸມຊົນ​ແຂວງລາຍເຈົາ, ​ໂດຍການຕ້ອນຮັບ ຂອງ ສະຫາຍ​ນາງ ​ເລືອງ ຈິ​ຕວ໋ຽນ, ອຳນວຍການພ້ອມດ້ວຍຄະນະອຳນວຍການ ຄູ - ອາຈານ ​ແລະ ນ້ອງນັກ ສຶກສາລາວ.​

  

ສະຫາຍນາງ ​ເລືອງ ຈິ ​ຕວ໋ຽນ ກໍ​ໄດ້ລາຍງານປະຫວັດ​ຄວາມເປັນມາຂອງໂຮງຮຽນ​ພ້ອມ​ທັງສະພາບການ​ສ້າງຊັບພະຍາກອນມະນຸດໃຫ້ແກ່​ 3 ​ແຂວງພາກເໜືອຂອງລາວ ເລີ່ມແຕ່ປີ 2014 ມາ​ໄດ້ມີນັກສຶກສາລາວມາສຶກສາຢູ່ໂຮງຮຽນແຫ່ງນີ້ທັງໝົດ 90 ຄົນ ​ໃນນັ້ນຈົບການສຶກສາກັບຄືນປດເທດເປັນ​ຈຳ ນວນຫຼາຍ, ປັດຈຸບັນຍັງມີນັກສຶກສາ​ຈຳນວນ 14ຄົນ ມາຈາກແຂວງອຸດົມໄຊ, ຮຽນສອງຂະແໜງ​ຄື:  ອະນຸບານຊັ້ນສູງ 05 ຄົນ ​ແລະ ​ການແພດຊັ້ນສູງ 09 ຄົນ, ສະຫາຍຍັງໄດ້ລາຍງານຕື່ມວ່າທາງໂຮງ ຮຽນໄດ້ ສ້າງເງື່ອນໄຂອຳນວຍຄວາມສະດວກທາງດ້ານທີ່ພັກ, ມີໂຮງອາຫານ ແລະ ມີເບ້ຍລ້ຽງໃຫ້,​ ສິ່ງທີ່ທ້າທາຍ​ແລະ ເປັນບັນຫາອຸປະສັກຂອງນັກສຶກສາສ່ວນໃຫຍ່ແມ່ນພາສາຫວຽດນາມເປັນຫຼັກ.

   

ໂອກາດນີ້,  ສະຫາຍ ​ເອກອັກຄະລັດຖະທູດ ​ແສງເພັດ​  ຮຸ່ງບຸນຍວງ ​ໄດ້ສະແດງຄວາມ​ຂອບໃຈ ພ້ອມຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານຫວຽດນາມ​ກໍຄືການນຳແຂວງລາຍເຈົາທີ່ໄດ້ໃຫ້ທຶນ​ຊ່ວຍເຫຼືອບັນດາແຂວງພາກເໜືອຂອງລາວ​ສະຫາຍໄດ້ຝາກຄວາມເປັນຫວງເປັນໄຍຈາກລັດຖະບານກໍຄື​ການ​ນຳຂັ້ນສູງຂອງສອງປະເທດຕໍ່ກັບຄຸນນະພາບການສຶກສາຂອງນັກສຶກສາລາວທີ່ ສສ ຫວຽດນາມ, ພ້ອມນັ້ນ​ທ່ານ​ຍັງຮຽກຮ້ອງໃຫ້ຄູ-ອາຈານ​ເອົາໃຈໃສ່ບໍ່ໃຫ້ມີຄະແນນນະໂຍບາຍໃນເວລາສອບເສັ່ງ,​ພ້ອມນັ້ນ ທ່ານຍັງໄດ້ປຸກລະ ດົມໃຫ້ກຳລັງໃຈນ້ອງໆນັກສຶກສາໃຫ້ພ້ອມກັນສຶກສາຄົ້ນຄວ້າຮ່ຳຮຽນ ແລະ ພ້ອມກັນຍາດແຍ່ງເອົາຄວາມຮູ້ ເພື່ອນຳ ເມືອພັດທະນາປະເທດຊາດກໍຄືພັດທະນາແຂວງຂອງຕົນ.

   

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485934
ມື້ນີ້65
ມື້ວານ168
ອາທິດນີ້970
ເດືອນນີ້5239