ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໂຕະມົນຮ່ວມກັນ ລະຫວ່າງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

 

IFA lao viet 1

IFA lao viet 3

IFA lao viet 2

 

 ໃນວັນທີ 03 ເມສາ 2023, ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມໂຕະມົນຮ່ວມກັນ ລະຫວ່າງສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນຂອງ ວິທະຍາການທູດຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 01-05 ເມສາ 2023. ຈຸດປະສົງຂອງກອງປະຊຸມໂຕະມົນຄັ້ງນີ້ ແມ່ນເພື່ອເປັນການພົບປະປຶກສາຫາລື, ແລກປ່ຽນທັດສະນະທາງດ້ານວິຊາການຕໍ່ກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ແລະ ບັນຫາອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສໍາລັບຜູ້ເຂົ້າຮ່ວມຝ່າຍລາວ ປະກອບມີ ຄະນະສະຖາບັນການຕ່າງປະເທດ, ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກົມ ອາຊຽນ ແລະ ກົມ ເສດຖະກິດ ຈາກ ກະຊວງການຕ່າງປະເທດ; ຜູ້ຕາງໜ້າຈາກ ກົມອາຊີ-ປາຊີຟິກ ແລະ ອາຟຣິກາຄະນະພົວພັນຕ່າງປະເທດສູນກາງພັກ; ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ. ສໍາລັບຝ່າຍ ສສ ຫວຽດນາມ ນໍາໂດຍ ທ່ານ ປອ. ຫງວຽນ ຮຸ່ງ ເສິນ, ຮອງປະທານວິທະຍາຄານການທູດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ຈໍານວນ 05 ທ່ານ ທີ່ມາຈາກສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງຕ່າງໆເຊັ່ນ: ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ນະໂຍບາຍການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ສະຖາບັນທະເລຕາເວັນອອກ ລວມມີຜູ້ເຂົ້າຮ່ວມກອງປະຊຸມດັ່ງກ່າວທັງໝົດ 20 ທ່ານ.

 

          ກອງປະຊຸມໂຕະມົນໃນຄັ້ງນີ້ ແມ່ນເປັນການເສີມຂະຫຍາຍການພົວພັນ ແລະ ການຮ່ວມມືແບບເພື່ອນມິດ ລະຫວ່າງ ສອງສະຖາບັນ ແລະ ເປັນການສືບຕໍ່ຈັດຕັ້ງປະຕິບັດກົນໄກການຮ່ວມມືລະຫວ່າງ ສະຖາບັນການຕ່າງປະເທດ ແລະ ວິທະຍາຄານການທູດຫວຽດນາມ ເພື່ອແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນທາງດ້ານວິຊາການຢ່າງເປັນປົກກະຕິ ໃນຫົວຂໍ້ທີ່ຕິດພັນກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ, ວຽກງານອາຊຽນ, ການແຂ່ງຂັນຂອງບັນດາປະເທດມະຫາອໍານາດ, ການຮ່ວມມືຂອງບັນດາປະເທດລຸ່ມແມ່ນໍ້າຂອງ, ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ແລະ ຫົວຂໍ້ຕ່າງໆທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ. ກອງປະຊຸມດັ່ງກ່າວ ແມ່ນເປັນອີກບາດກ້າວໜຶ່ງເພື່ອສົ່ງເສີມຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ. ນອກນີ້, ກໍ່ເພື່ອເປັນການເພີ່ມທະວີການຮ່ວມມືໃນຖານະເປັນປະເທດເພື່ອນມິດຍຸດທະສາດ ແລະ ເສີມຂະຫຍາຍສາຍພົວພັນການທູດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂື້ນ.

 

ສປປ ລາວ ແລະ ສສ ຫວຽດນາມ  ໄດ້ມີສາຍພົວພັນການທູດອັນຍາວນານເປັນເວລາຫຼາຍກວ່າ 60  ປີ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 05 ກັນຍາ 1962. ມາເຖິງປັດຈຸບັນ, ການພົວພັນການທູດ ລະຫວ່າງ ສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ໃນວັນທີ 11 ມັງກອນ 2023 ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມື ວ່າດ້ວຍ ການຄົ້ນຄວ້າ ແລະ ຝຶກອົບຮົມ ໃຫ້ແກ່ ນັກການທູດ ແລະ ພະນັກງານການຕ່າງປະເທດ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ກໍຄື ສອງສະຖາບັນ. ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືດັ່ງກ່າວ ສອງສະຖາບັນ ໄດ້ສືບຕໍ່ແລກປ່ຽນການຢ້ຽມຢາມເຮັດວຽກຮ່ວມກັນ ຢ່າງເປັນປົກກະຕິ, ປະສານງານ ແລະ ແລກປ່ຽນປະສົບການຄົ້ນຄວ້າ, ທັດສະນະ, ຂໍ້ມູນຂ່າວສານ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ພ້ອມທັງຮ່ວມມືກັນໃນການຈັດຝຶກອົບຮົມ ແລະ ບໍາລຸງ ໃຫ້ແກ່ນັກການທູດ ແລະ ພະນັກງານ ໃນຂະແໜງການຕ່າງປະເທດຂອງ ສປປ ລາວ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486033
ມື້ນີ້164
ມື້ວານ168
ອາທິດນີ້1069
ເດືອນນີ້5338