ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ປະຈໍາ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງນິງບິ່ງ, ສສ ຫວຽດນາມ

  

  

  20230610 Lao Am To VN 1

20230610 Lao Am To VN 2

20230610 Lao Am To VN 3

20230610 Lao Am To VN 4

20230610 Lao Am To VN 5

         

  

ວັນທີ 10 ມິຖຸນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງນິງບິ່ງ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຟາມ ກວາງ ຫງອກ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງນິງບິ່ງ, (ເຈົ້າແຂວງ), ມີການນໍາແຂວງເຂົ້າຮ່ວມຢ່າງພ້ອມພຽງ,  ໃນການຕ້ອນຮັບຄັ້ງນີ້ການນຳແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ ສະຫາຍ ເອກອັກຄະລັດຖະທູດ ທີ່ໃກ້ຈະສຳເລັດໜ້າທີ່ການທູດຢູ່ ຫວຽດນາມ.

  

​​ໂອກາດ​ນີ້, ສະຫາຍ ຟາມ ກວາງ ຫງອກ ກໍໄດ້ລາຍ​ງານ​ໂດຍຫຍໍ້​ກ່ຽວ​ກັບທີ່ຕັ້ງ, ທ່າແຮງ, ເງື່ອນໄຂທາງດ້ານທຳມະຊາດ ກໍຄືສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ ຊຶ່ງແຂວງເລັ່ງໃສ່ສາມຂະແໜງຕົ້ນຕໍໃນການພັດທະນາ ເປັນຕົ້ນແມ່ນ: ດ້ານອຸດສາຫະກໍາ, ການທ່ອງທ່ຽວ ແລະ ກະສິກໍາ. ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ຊາບການພົວພັນຮ່ວມມືກັບ ສປປ ລາວ,  ໂດຍສະເພາະ ແຂວງນິງບິ່ງໄດ້ເຊັນບົດບັນທຶກການແຮກສ່ຽວ ກັບແຂວງອຸດົມໄຊຂອງລາວ, ສອງຝ່າຍໄດ້ມີຄວາມພະຍາຍາມຮ່ວມໃນການຮັດແໜ້ນຄວາມສາມັກຄີ ຊຶ່ງແຕ່ລະປີມີການແຕ່ງຕັ້ງຄະນະຜູ້ແທນຂັ້ນຕ່າງໆຢ້ຽມຢາມກັນຢ່າງເປັນປົກກະຕິ, ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ໂດຍສະເພາະແຂວງນິງບີ່ງທີ່ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ​ໃຫ້ແກ່ແຂວງອຸດົມໄຊ. ນອກນີ້, ແຂວງຍັງມີຄວາມພະຍາຍາມໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບທ້ອງ ຖິ່ນອື່ນຂອງລາວໂດຍສະເພາະແຂວງຫຼວງພະບາງ ທີ່ມີລັກສະນະຄືກັບແຂວງນິງບີ່ງ ເພາະສອງແຂວງລ້ວນແຕ່ເປັນນະຄອນຫຼວງເກົ່າຂອງປະເທດ ພ້ອມທັງມີທ່າແຮງການທ່ອງທ່ຽວເຊັ່ນດຽວກັນ. ສະຫາຍ​​ເຈົ້າ​ແຂວງຍັງ​​ໃຫ້ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ໃນຕໍ່ໜ້າເຖິງວ່າ​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ຈະສິ້ນສຸດການດຳລົງຕຳແໜ່ງເປັນທູດລາວ ປະຈໍາ ຫວຽດ ນາມ ແລ້ວກໍຕາມຫວັງວ່າສະຫາຍ​ຈະສືບຕໍ່​ເປັນ​ຂົວ​ຕໍ່ທີ່ສຳຄັນ​ໃນ​ການ​ປະສານ​ງານລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ແຂວງ​ນິງບິ່ງ ​ແລະ ​ແຂວງ​ອຸດົມໄຊ.

  

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ, ຊຶ່ງບັນດາຜົນສຳເລັດດັ່ງກ່າວ ກໍໄດ້ສະແດງ ໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດ ໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການ ປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງນິງບິ່ງ. ພ້ອມ​ທັງຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງປະເທດ​ໂດຍ​ສະ​ເພາະ​ແມ່ນ​ປີ 2022 ​ເປັນ​ປີ​ສາມັກຄີ​ມິດຕະພາບ​ລາວ-ຫວຽດນາມ, ການນຳແຂວງນິງບິ່ງກໍໄດ້​ໄປ​ເຄື່ອນ​ໄຫ​ວຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ​ອຸດົມໄຊ,  ນອກຈາກ​ນັ້ນ​ ແຂວງນິງບິ່ງຍັງ​ໄດ້ໃຫ້ການຊ່ວຍເຫຼືອທາງດ້ານພື້ນຖານໂຄງລ່າງ​ໃຫ້ແກ່ແຂວງ​ອຸດົມໄຊ, ພ້ອມດຽວກັນນັ້ນສະຫາຍໄດ້ຕາງໜ້າໃຫ້ແກ່ການນຳ ແລະ ປະຊາຊົນແຂວງອຸດົມໄຊ ສະແດງຄວາມຂອບໃຈມາຍັງການນຳພ້ອມດ້ວຍອຳນາດການປົກຄອງ ແລະ ປະຊາຊົນ ແຂວງນິງບິ່ງທີ່ໄດ້ໃຫ້ການຊ່ວຍເຫຼືອປະກອບສ່ວນສ້າງພື້ນຖານໂຄງລ່າງໃຫ້ແກ່ແຂວງອຸດດົມໄຊ, ໂດຍສະເພາະແມ່ນການສ້າງບຸກຄະລາກອນ, ການໃຫ້ທຶນການສຶກສາແຂວງອຸດົມໄຊ,  ຂອບໃຈມາຍັງມະຫາວິທະ ຍາໄລຮວາລືທີ່ໄດ້ເອົາໃຈໃສ່ໃນການສິດສອນ, ຄຸ້ມຄອງນັກສຶກສາລາວເປັນຢ່າງດີ, ສະຫາຍຍັງເຊື່ອໝັ້ນວ່າໃນອະນາຄົດ ແຂວງນິງບິ່ງຈະສືບຕໍ່ຮ່ວມມືກັບບັນດາແຂວງຂອງລາວຕື່ມເຊັ່ນ: ແຂວງຫຼວງພະບາງ ເພື່ອນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຝ່າຍ.  ພ້ອມທັງຢືນຢັນວ່າ ໃນອະນາຄົດເຖິງວ່າຈະສຳເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ແລ້ວກໍຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນບັນດາທ້ອງຖິ່ນຂອງລາວກັບແຂວງນິງບິ່ງໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486189
ມື້ນີ້105
ມື້ວານ215
ອາທິດນີ້1225
ເດືອນນີ້5494