ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິຊາການ ພາຍໃຕ້ຫົວຂໍ້: ຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” : ການເປັນຄູ່ຮ່ວມເພື່ອສົ່ງເສີມການເຊື່ອມຈອດພາກພື້ນ

 

2023611 IFA 2

2023611 IFA 1

 

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2023, ສະຖາບັນການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ ພາຍໃຕ້ເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT), ໃນຫົວຂໍ້: ຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” : ການເປັນຄູ່ຮ່ວມເພື່ອສົ່ງເສີມການເຊື່ອມຈອດພາກພື້ນ (Belt and Road Initiative: Partnership for Enhancing Regional Connectivity) ໂດຍການເປັນປະທານກ່າວເປີດກອງປະຊຸມຂອງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ເຊິ່ງມີຜູ້ເຂົ້າຮ່ວມຈາກສະຖາບັນການຕ່າງປະເທດ; ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ; ນັກຄົ້ນຄວ້າຈາກບັນດາເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT) ອາຊຽນ+3 ເຂົ້າຮ່ວມລວມທັງໝົດ 20 ທ່ານ.

 

ກອງປະຊຸມດັ່ງກ່າວ, ໄດ້ດຳເນີນໄປເປັນເວລາເຄິ່ງວັນໃນຮູບແບບກອງປະຊູມທາງໄກ (Zoom Platform). ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນ ຂອງແຕ່ລະປະເທດ ໃນຂອບຂອງອາຊຽນ+3 ກ່ຽວກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ, ໜຶ່ງເສັ້ນທາງ” ຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາ ໂດຍສະເພາະຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະເພື່ອສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ.

 

ໃນໂອກາດນີ້, ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ຊີ້ໃຫ້ເຫັນຜົນສໍາເລັດຂອງການຮ່ວມມືໃນຂອບຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” ທີ່ຍົກຂຶ້ນໂດຍທ່ານ ປະທານ ສີ ຈິ້ນຜິງ ໃນປີ 2013, ເຊີ່ງໃນໄລຍະ 10 ປີຜ່ານມາຂໍ້ລິເລີ່ມດັ່ງກ່າວ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປັບປຸງພື້ນຖານໂຄງລ່າງ, ສ້າງວຽກເຮັດງານທໍາ, ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດໃນພາກພື້ນ ແລະ ສາກົນ, ເຮັດໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າມີຄວາມສະດວກສະບາຍ ແລະ ວ່ອງໄວຫລາຍຂຶ້ນ, ສຳລັບ ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ໃຫ້ການສະໜັບສະໜູນຂໍ້ລິເລີ່ມດັ່ງກ່າວຕັ້ງແຕ່ຫົວທີ, ເສັ້ນທາງລົດໄຟລາວ-ຈີນແມ່ນໂຄງການທີ່ມີລັກສະນະປະຫວັດສາດ ແລະ ຍຸດທະສາດ ທີ່ເກີດຂຶ້ນພາຍໃຕ້ຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” ໄດ້ເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ, ກາຍເປັນປະເທດເຊື່ອມຈອດພາກພື້ນ ແລະ ສາກົນ.

 

ກອງປະຊຸມໃນຄັ້ງນີ້ ປະກອບດ້ວຍ 02 ວາລະໂດຍທ່ານຫົວໜ້າສະຖາບັນການຕ່າງປະເທດ ແລະ ຮອງຫົວໜ້າສະຖາບັນການຕ່າງປະເທດ ໄດ້ຜັດປ່ຽນກັນເປັນຜູ້ນໍາພາກອງປະຊຸມ, ເຊິ່ງມີຜູ້ຕາງໜ້າຈາກເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT) ອາຊຽນ+3 ເປັນຕົ້ນແມ່ນ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ, ອິນໂດເນເຊຍ, ຟີລິບປິນ, ໄທ, ຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ສປປ ລາວ ຜັດປ່ຽນກັນນໍາສະເໜີບົດ, ສຳລັບ ສປປ ລາວ ແມ່ນ ທ່ານ ເພັດທັນວາ ລາດຊະວົງ, ຜູ້ຕາງໜ້າຈາກ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຜູ້ນສະເໜີບົດ. ຜູ້ນໍາສະເໜີບົດໄດ້ຍົກໃຫ້ເຫັນບົດຮຽນໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” ໂດຍສະເພາະຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະ, ສ່ວນໃຫຍ່ແມ່ນໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ”ທີ່ຍາດມາໄດ້ໃນໄລຍະ 10 ປີຜ່ານມາ, ເຊິ່ງໄດ້ປະກອບສ່ວນສໍາຄັນໃນການປັບປຸງພື້ນຖານໂຄງລ່າງຂອງບັນດາປະເທດໃນແລວທາງດັ່ງກ່າວ, ເຮັດໃຫ້ການໄປມາຫາສູ່ກັນ ແລະ ການຂົນສົ່ງສິນຄ້າຂອງບັນດາປະເທດໃນພາກພື້ນມີຄວາມສະດວກວ່ອງໄວ ເຊີ່ງຈະກາຍເປັນປັດໃຈອັນສໍາຄັນໃນການດຶງດູດການລົງທຶນຈາກພາຍນອກ, ເຖິງຢ່າງໃດກໍຕາມການປະຕິບັດຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ”ຢູ່ບາງປະເທດຍັງພົບຄວາມຫຍຸ້ງຍາກຍ້ອນປັດໃຈພາຍໃນ ແລະ ສະພາບການພາຍນອກ ທີ່ສືບຕໍ່ຜັນແປໄປຢ່າງສັບສົນ.

 

ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນ. ວິທະຍາ ໄຊຍະວົງ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ໄດ້ສະແດງຄວາມຂອບໃຈຜູ້ຕາງໜ້າຈາກບັນດາເຄືອຂ່າຍຄັງປັນຍາອາຊີຕາເວັນອອກ (NEAT) ອາຊຽນ+3 ທີ່ໄດ້ສະຫລະເວລາເຂົ້າຮ່ວມ ແລະ ນໍາສະເໜີບົດທີ່ມີເນື້ອໃນເລີກເຊີ່ງ ໃນການແລກປ່ຽນຄຳຄິດຄຳເຫັນ ແລະ ຂໍ້ສະເໜີແນະທີ່ເປັນປະໂຫຍດ ເຊິ່ງຈະເປັນຂໍ້ມູນທີ່ສຳຄັນໃນການສົ່ງເສີມການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” ໃນຕໍ່ໜ້າ ເພື່ອໃຫ້ໄດ້ຮັບໝາກຜົນອັນໃຫມ່ທີ່ໃຫຍ່ຫລວງກວ່າເກົ່າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486345
ມື້ນີ້41
ມື້ວານ220
ອາທິດນີ້7
ເດືອນນີ້5650