ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ໄປຢ້ຽມຢາມ ໂຮງຮຽນເຕັກນິກການຊ່າງເຢຍລະມັນ, ບໍລິສັດຜະລິດເຄື່ອງຈັກອຸດສາຫະກໍາ, ສູນຝຶກອົບຮົມວິຊາຊີບສາກົນ ທີ່ ເມືອງ Weiherhammer, ລັດ Bavaria, ປະເທດ ເຢຍລະມັນ

 

2023062021 LaoAmbtoGerman01

 

ໃນວັນທີ 20-21 ມິຖຸນາ 2023, ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ແລະ ທ່ານ ຄໍາສະໄຫວ ຍອມມີລາວົງ, ອໍານວຍການໂຮງຮຽນເຕັກນິກການຊ່າງ ລາວ-ເຢຍລະມັນ ພ້ອມດ້ວຍຄະນະຄູອາຈານ ໄດ້ເດີນທາງໄປ ຢ້ຽມຢາມ ໂຮງຮຽນເຕັກນິກການຊ່າງເຢຍລະມັນ Wiesau, ຊຶ່ງເປັນໂຮງຮຽນອາຊີວະສຶກສາຂະໜາດກາງຂອງລັດ ຕັ້ງຢູ່ ລັດ Bavaria ທາງພາກໃຕ້ຂອງເຢຍລະມັນ ທີ່ມີຊື່ສຽງ ແລະ ມີຫຼາກຫຼາຍສາຂາອາຊີບ ເຊັ່ນ: ສາຂາ IT ແລະ Digital ແມ່ນມີຄວາມໂດດເດັ່ນ ນອກນັ້ນຍັງມີ ຊ່າງອຸດສາຫະກໍາ, ໄມ້, ກົນຈັກ, ອີເລັກໂທນິກ, ບໍລິການ ໂຮງແຮມ, ທ່ອງທ່ຽວ, ຮ້ານອາຫານ, ປຸ່ງແຕ່ງ ແລະ ອຶ່ນໆ.

 

2023062021 LaoAmbtoGerman03

 

ຫຼັງຈາກນັ້ນ, ໄດ້ໄປຢ້ຽມຢາມສູນຝຶກອົບຮົມວິຊາຊີບສາກົນ ໃນພາກຕາເວັນອອກ ຢູ່ລັດ Bavaria (ÜBZO), ຊຶ່ງເປັນສະຖາບັນຝຶກອົບຮົມເອກະຊົນແຫ່ງທໍາອິດ ໃນປະເທດ ເຢຍລະມັນ ທີ່ພັດທະນາ ຄວາມສາມາດດ້ານເຕັກໂນໂລຊີການຜະລິດ, ສາມາດສ້າງໂປແກຼມໃໝ່ທີ່ປັບຕົວເຂົ້າກັບຄວາມຕ້ອງການຂອງບໍລິສັດ ແລະ ຕອບສະໜອງກັບການປ່ຽນແປງລະບົບດິຈິຕອລອຸດສາຫະກໍາ. ພ້ອມກັນນັ້ນ, ກໍ່ໄດ້ໄປຢ້ຽມຢາມ ບໍລິສັດ BHS ເປັນບໍລິສັດຍັກໃຫຍ່ຊັ້ນນໍາທີ່ມີປະສົບການຫຼາຍກວ່າ 60 ປີ ໃນການຜະລິດເຄື່ອງຈັກອຸດສາຫະກໍາຜະລິດເຈ້ຍ, ເຄື່ອງຈັກ ຜະລິດແກັດເຈ້ຍ ສົ່ງໄປໃນທົ່ວໂລກ 50% ແມ່ນມາຈາກບໍລິສັດດັ່ງກ່າວ, ປັດຈຸບັນມີສາຂາຢູ່ປະເທດ ສ. ເຊັກ, ອີຕາລີ, ອາເມຣິກາ, ບຣາຊິນ, ມາເລເຊຍ ແລະ ສປ. ຈີນ. ບໍລິສັດ BHS ໄດ້ໃຫ້ການຊ່ວຍເຫຼືອສ້າງໂຮງຮຽນປະຖົມສີເກີດ ແລະ ໂຮງຮຽນປະຖົມ ແລະ ມັດທະຍົມພາງແຫ້ງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ແຕ່ປີ 2004 ແລະ 2011 ເປັນຕົ້ນມາ ລວມທັງສົ່ງເສີ່ມກິດຈະກໍາໃນການຮຽນການສອນ, ອຸປະກອນ ແລະ ສົ່ງເສີ່ມໃຫ້ນັກຮຽນຂົ້າສູ່ການສຶກສາ ອາຊີວະ ເພື່ອຫຼຸດພົ້ນຄວາມທຸກຍາກ. ນອກນັ້ນ, ຍັງໃຫ້ທຶນການສຶກສາແກ່ນັກຮຽນໃນໂຮງຮຽນດັ່ງກ່າວ ແລະ ຊົນນະບົດ ປີລະ 40 ທຶນ ເພື່ອເຂົ້າຮຽນວິຊາຊີບ ຢູ່ ໂຮງຮຽນເຕັກນິກ ລາວ-ເຢຍລະມັນ. ນັບແຕ່ປີ 2019 ເປັນຕົ້ນມາໄດ້ໃຫ້ທຶນ ແກ່ນັກສຶກສາລາວ ຈໍານວນ 23 ທຶນ ໄປຮຽນຕໍ່ວິຊາຊີບ ແລະ ປະລິນຍາຕີ ທີ່ ປະເທດ ເຢຍລະມັນ, ຊຶ່ງເປັນການຮ່ວມ ມືກັນ ລະຫວ່າງ ບໍລິສັດ BHS, ເຢຍລະມັນ ແລະ ໂຮງຮຽນເຕັກນິກລາວ-ເຢຍລະມັນ ຂອງລາວເຮົາ.

 

2023062021 LaoAmbtoGerman02

 

ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານທູດ ໄດ້ພົບປະກັບ ທ່ານ Christian Engel, ປະທານບໍລິສັດ BHS, ທ່ານ Dr. Erich Bauer, ອໍານວຍການສູນຝຶກອົບຮົມວິຊາຊີບສາກົນ (ÜBZO), ຊຶ່ງໄດ້ຖືໂອກາດດັ່ງກ່າວ ຕາງໜ້າໃຫ້ ລັດຖະບານລາວ ສະແດງຄວາມຂອບໃຈ ບໍລິສັດ BHS ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຂະແໜງການສຶກສາ ໂດຍສະເພາະວຽກງານອາຊີວະສຶກສາ ຕະຫຼອດໄລຍະຜ່ານມາ ແລະ ສະເໜີໃຫ້ສືບຕໍ່ເພີ່ມການຊ່ວຍເຫຼືອດັ່ງກ່າວໃນ ຕໍ່ໜ້າ. ນອກນັ້ນ, ຍັງໄດ້ໂອ້ລົມກັບນັກສຶກສາລາວ  ທີ່ໄດ້ຮັບທຶນການສຶກສາໃນລະດັບປະລິນຍາຕີ ແລະ ຊັ້ນກາງ ຈາກບໍລິສັດ BHS ທີ່ກໍາລັງຮຽນຢູ່ສູນຝຶກອົບຮົມວິຊາຊີບສາກົນ ໃນເມືອງ Weiherhammer, ລັດ Bavaria.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486343
ມື້ນີ້39
ມື້ວານ220
ອາທິດນີ້5
ເດືອນນີ້5648