ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫ່ຍ ສປປ ລາວ ທີ່ ນະຄອນດານັງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

  

  

20230706 Lao Cons in Danang

  

  

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ  ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ຂຶ້ນ ໃນວັນທີ 04 ກໍລະກົດ 2023 ຜ່ານມາ, ພາຍໃຕ້ການເປັນປະທານ  ແລະ ມອບໃບຢັ້ງຢືນຂອງ ສະຫາຍ ແສງເພັດ  ຮຸ່ງບຸນຍວງ, ເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ, ເອກອັກຄະລັດຖະທູດ ສປປລາວ ປະຈຳ ສສ ຫວຽດນາມ,  ມີສະຫາຍ ສຸພັນ ຫາດາວເຮືອງ,  ກຳມະການຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ, ເລຂາໜ່ວຍພັກ, ກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ,ມີຄະນະໜ່ວຍພັກ, ຄະນະຈຸພັກນັກສຶກສາລາວ, ບັນດາສະມາຊິກພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ,ແມ່ຍິງ,ຊາວໜຸ່ມ,ກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

  

ໃນພິທີ, ສະຫາຍ ສຸພັນ ຫາດາວເຮືອງ, ເລຂາໜ່ວຍພັກ, ກົງສຸນໃຫ່ຍ  ໄດ້ຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໂດຍໄດ້ຍົກໃຫ້ເຫັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ນໍາພາ-ຊີ້ນຳຂອງຄະນະໜ່ວຍພັກ-ຄະນະນຳສະຖານກົງສຸນໃຫ່ຍ ໃນການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ຂອງຄະນະໜ່ວຍພັກ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມດ້ານການເມືອງ-ນຳພາແນວຄິດ ອັນເຮັດໃຫ້ສະມາຊິກພັກ, ພະນັກງານມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຢຶດໝັ້ນຕໍ່ອຸດົມການຂອງພັກ, ມີລະບຽບວິໄນ, ເຄົາລົບນັບຖືການຈັດຕັ້ງ ແລະ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງທີ່ໜ່ວຍພັກຈະຕ້ອງໄດ້ສືບຕໍ່ແກ້ໄຂ ເພື່ອເຮັດໃຫ້ການປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ກໍຄື ການເຄື່ອນໄຫວນໍາພາ-ຊີ້ນຳວຽກງານຕ່າງໆຂອງສະຖານກົງສຸນໃຫ່ຍສປປລາວ ທີ່ ນະຄອນດານນັງ ສສ ຫວຽດນາມ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

  

ໃນໂອກາດນີ້, ສະຫາຍແສງເພັດ ຮຸ່ງບຸນຍວງ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍພັກ,ຄະນະຈຸພັກ ແລະ ບັນດາສະມາຊິກພັກ ທີ່ມີຄວາມບຸກບືນຫ້າວຫັນພະຍາຍາມປະຕິບັດໜ້າທີ່ ແລະ ແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍຜົນສຳເລັດ ແລະ ພ້ອມທັງໄດ້ຍົກໃຫ້ເຖິງຄວາມສຳຄັນຂອງວຽກງານປັບປຸງກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່ ແມ່ນເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກ-ພະນັກງານທຸກຄົນ ໃນນັ້ນ, ໜ່ວຍພັກ ຈະຕ້ອງບໍ່ເນັ້ນທາງດ້ານປະລິມານ,ຈະຕ້ອງໄດ້ເນັ້ນຄຸນນະພາບ ແລະ ກໍ່ຕ້ອງດີແທ້ໃຫ້ສົມກັບເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຊຶ່ງໃນນັ້ນການກໍ່ສ້າງໜ່ວຍພັກຕ້ອງຮັບປະກັນໃຫ້ໄດ້ ຕາມ 5 ຫຼັກການ 3 ທິດນໍາ, ຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ດີເດັ່ນ, ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ. ພ້ອມນີ້, ສະຫາຍເລຂາຄະນະພັກຮາກຖານສະຖານເອກອັກຄະລັດຖະທູດ ສປປລາວ ປະຈຳ ຮ່າໂນ້ຍ ສສ ຫວຽດນາມ  ຍັງໄດ້ເນັ້ນໜັກບາງຈຸດ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ແລະ ສູ້ຊົນສ້າງໜ່ວຍພັກ ປອດໃສ,ເຂັ້ມແຂງ,ໜັກ   ແໜ້ນໃນຕໍ່ໜ້າ,ໄປພ້ອມໆກັບ 5 ເນື້ອໃນຄື: - ດ້ານການເມືອງ; - ດ້ານແນວຄິດ;- ດ້ານການຈັດຕັ້ງ;- ດ້ານແບບແຜນການນຳພາ;     - ນຳພາປະຕິບັດໜ້າທີ່ການເມືອງ. ນອກຈາກນັ້ນ, ສະຫາຍ ເລຂາຄະນະພັກຮາກຖານ  ຍັງໄດ້ຊີ້ນຳຫຼາຍບັນຫາໃຫ້ຄະນະໜ່ວຍພັກ,ຄະນະຈຸພັກ, ສະມາຊິກພັກ-ພະນັກງານສະຖານກົງສຸນໃຫ່ຍ ນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ການປະຕິບັດແຜນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2023 ມີຜົນສໍາເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486266
ມື້ນີ້182
ມື້ວານ215
ອາທິດນີ້1302
ເດືອນນີ້5571