ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕາງໜ້າໃຫ້ແກ່ພັກ, ລັດ ແຫ່ງ ສປປ ລາວ ປະດັບຫຼຽນໄຊ, ຫຼຽນກາ ໃຫ້ແກ່ມະຫາວິທະຍາໄລ ແພດສາດຖ້າຍບິງ, ແຂວງຖ້າຍບີງ

  

  

  

20230628 Lao Am To VN 1 1

  

  

​ໃນວັນທີ 27 ມິຖຸນາ 2023, ໂດຍ​ໄດ້​ຮັບການ​ມອບສິດ​ຈາກ​ ກະຊວງສຶກສາ ແລະ ກິລາ ແຫ່ງ ສປປ ລາວ, ສະຖານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບ​ກັບ​ ພາກສ່ວນທີ່ກ່ຽວຂ້ອງ ຂອງຫວຽດນາມ ໄດ້​ຈັດ​ພິທີ​ປະດັບ​ຫຼຽນ​ໄຊ, ຫຼຽນກາ​ໃຫ້ແກ່ກົມກອງ ແລະ ບຸກຄົນມະຫາວິທະຍາໄລແພດສາດ ຖ້າຍບິງ ຊຶ່ງຝ່າຍ​ລາວ​ນຳໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ນຳ, ຝ່າຍ​ຫວຽດນາມ​ ມີ ສະຫາຍ ນາງ ເຈີນ ທິ ບິກ ຮັງ,  ກຳມະການພັກແຂວງ, ຮອງປະທານຄະນະກຳມະການ ປະຊາຊົນແຂວງ ( ຮອງເຈົ້າແຂວງ); ສະຫາຍ ພົນຕີ ຫງວຽນ ຕ່ຽນ ລອງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ; ສະຫາຍ ຮອງສາດສະດາຈານ ດຣ ຫງວຽນ ກວັ່ນ ຕຽນ, ປະທານສະພາບໍລິຫານໂຮງຮຽນມະຫາວິທະຍາໄລແພດສາດຖ້າຍບີງ ນອກຈາກນີ້, ຍັງມີຜູ້ຕາງໜ້າຈາກ ສະມາຄົມມິດຕະພາບຫວຽດນາມ-ລາວແຂວງຖ້າຍບິ່ງ  ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ຄູອາຈານ ​ແລະ ​ພາກສ່ວນ ກ່ຽວຂ້ອງຂອງຫວຽດນາມ​ເຂົ້າ​ຮ່ວມ ​ຢ່າງ​ພ້ອມພຽງ.

   

ໃນໂອກາດນີ້, ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ ​ໄດ້ຫວນຄືນມູນເຊື້ອຄວາມເປັນມາຂອງສາຍພົວພັນລາວ -ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ໂດຍແມ່ນ​ປະທານ ​ໂຮ່ ຈີ ມິນ​ ຜູ້​ຍິ່ງ​ໃຫຍ່ ຮ່ວມກັບປະທານ ​ໄກສອນ ພົມວິ ຫານ, ປະທານ​ ສຸພາ​ນຸວົງ ທີ່​ເຄົາລົບ​ຮັກເປັນຜູ້​ກໍ່​ສ້າງ​ຕັ້ງ ​ແລະ ໄດ້ຮັບຖະນຸຖະໜອມຈາກການນໍາຫຼາຍຮຸ້ນຄົນ, ພັກ, ລັດ ແລະ ປະຊາຊົນສອງປະເທດສືບຕໍ່ເພີ່ມພູນຄູນສ້າງ ຊຶ່ງສາຍພົວພັນດັ່ງກ່າວໄດ້ກາຍເປັນສາຍພົວພັນມິດຕະພາບ ອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືດ້ານ ທີ່ນັບມື້ເຂົ້າ​ສູ່​ລວງ​ກວ້າງ ​ແລະ ລວງ​ເລິກ, ມີ​ປະສິດທິ​ຜົນ.  ນອກ ຈາກນີ້,   ສະຫາຍ​ ກໍໄດ້​ຕາງໜ້າພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ, ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເວົ້າລວມ,  ເວົ້າສະເພາະອຳນາດການປົກຄອງ ແຂວງຖ້າຍບີງ ພິເສດແມ່ນມະຫາວິທະຍາໄລແພດສາດຖ້າຍບິ່ງ ​ທີ່ມີຜົນງານດີເດັ່ນປະກອບສ່ວນສຳຄັນເຂົ້າໃນການ ຄຸ້ມຄອງ ແລະ   ກໍ່ສ້າງບຸກຄະລາກອນການແພດ  ໃຫ້ແກ່ ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ ນັບແຕ່ປີ 1969 ເປັນຕົ້ນມາ ຊຶ່ງຕະຫຼອດໄລຍະ 54 ປີ ຜ່ານມາ ນອກຈາກມີຜົນງານຊ່ວຍສ້າງຊັບພະຍາກອນມະນຸດທາງ ດ້ານການແພດແລ້ວ ຍັງຕັ້ງໜ້າປະກອບສ່ວນ ແລະ ເສີມ​ຂະຫຍາຍ​ສາຍ​ພົວພັນ​ລວມຂອງສອງປະເທດ ເວົ້າລວມ, ​ເວົ້າ​ສະ​ເພາະ​ແຂວງຖ້າຍບີງ ແລະ ສປປ ລາວ ຕະຫຼອດມາ.

  

  

20230628 Lao Am To VN 3 1

20230628 Lao Am To VN 4 1

 

   

ໃນ​ພິທີ​ດັ່ງກ່າວ ສະຫາຍ​ ​ແສງ​ເພັ​ດ  ຮຸ່ງ​ບຸນຍວງ ໄດ້​ຕາງໜ້າໃຫ້ແກ່ພັກ, ລັດຖະບານແຫ່ງ ສປປ ລາວ  ປະດັບ ຫຼຽນໄຊໃຫ້ ກົມກອງລວມໝູ່ ຈຳນວນ 1 ຫຼຽນ ແລະ  ບຸກຄົນ ຈຳນວນ 16 ຫຼຽນ  ຄື: ປະດັບຫຼຽນໄຊແຮງງານຊັ້ນ  I  ໃຫ້ ມະຫາວິທະຍາໄລແພດສາດຖ້າຍບິງ,  ຫຼຽນໄຊແຮງງານຊັ້ນ III  ໃຫ້ ຈຳນວນ 2 ສະຫາຍ,  ຫຼຽນໄຊ ມິດຕະພາບ ໃຫ້ ຈຳນວນ  3 ສະຫາຍ,  ຫຼຽນກາມິດຕະພາບ ໃຫ້ ຈຳນວນ 5 ສະຫາຍ, ປະດັບຫຼຽນກາແຮງງານໃຫ້ ຈຳນວນ 6 ສະຫາຍ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ  ກໍ່ສ້າງບຸກຄະລາກອນການແພດ  ໃຫ້ແກ່ ສາທາລະນະລັດ  ປະຊາທິປະໄຕ  ປະຊາຊົນລາວ.

          ​

ໂອກາດ​ນີ້, ສະຫາຍ ຮສ.ປອ. ຫງວຽນ ກວກ ຕ່ຽນ, ເລຂາພັກ  ປະທານສະພາບໍລິຫານ ມະຫາວິທະຍາໄລ ແພດສາດ ຖາຍບິ່ງ ກໍ​​​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດ, ​ແລະ ປະຊາຊົນ​ລາວ ທີ່​ຍາມ​ໃດ​ກໍ​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຄຽງ​ບ່າ​ຄຽງ​ໄຫຼ່​ກັບ ພັກ, ລັດ, ​ແລະ ປະຊາຊົນ​ຫວຽດນາມ​ຕະຫຼອດ​ມາ, ນີ້​ກໍ​ເປັນ​ການ​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ທີ່​ພັກ, ລັດ, ​ແລະ ປະຊາຊົນ​ລາວ​ໄດ້​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໄວ້​ວາງ​ໃຈ​ຕໍ່ ມະຫາວິທະຍາໄລ ແພດສາດ ຖ້າຍບິງ, ໃນການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ທັງ​ເປັນ​ການ​ປຸກລະດົມ ​ແລະ ​ໃຫ້​ກຳລັງ​ໃຈ​ຕໍ່​ ມະຫາວິທະຍາໄລ ແພດສາດຖ້າຍບິງ ​ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ອັນ​ສູງ​ສົ່ງ​ດັ່ງກ່າວ​ໃຫ້​ມີ​ປະສິດ​ທິ​ພາບ ​ແລະ ປະສິດທິ​ຜົນ​ຂຶ້ນ​ເລື້ອຍໆ.

  

  

20230628 Lao Am To VN 5 1

         

ພ້ອມດຽວກັນນັ້ນ, ນອກຈາກຮ່ວມພິທີມອບຫຼຽນໄຊ, ຫຼຽນກາ ແລ້ວ ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຮ່ວມພິທີຮັບໃບປະກາດຂອງນັກສຶກສາລາວ ແລະ ກຳປູເຈຍ ທີ່ຈົບສົກສຶກສາ 2022-2023 ຈຳນວນ 72 ຄົນ, ໃນນັ້ນ ມີ ນັກສຶກສາລາວ  ຈໍານວນ 55 ຄົນ, ມີຜູ້ໄດ້ຄະແນນດີ 4 ຄົນ ທີ່ຈົບຂະແໜງການແພດ ຈາກມະຫາວິທະຍາ ໄລດັ່ງກ່າວ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486200
ມື້ນີ້116
ມື້ວານ215
ອາທິດນີ້1236
ເດືອນນີ້5505