ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານສະພາແຫ່ງຊາດ ໂອ້ລົມພະນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ

  

   

  

20230807 Lao Emb To VN 3 1

20230807 Lao Emb To VN 4 1

20230807 Lao Emb To VN 2 1

  

ຕອນບ່າຍຂອງວັນທີ 7 ສິງຫາ 2023, ທ່ານ ພົນໂທ ສຸວອນ  ເລືອງບຸນມີ,  ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ແຕ່ ວັນທີ 06-12 ສິງຫາ 2023.

  

ໃນໂອກາດທີ່ເດີນທາງຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້, ທ່ານ ພົນໂທ ສຸວອນ  ເລືອງບຸນມີ,  ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ໂອ້ລົມພະນັກງານສະຖານທູດ, ພະນັກງານອົງການຜູ້ຕາງໜ້າ ປກສ, ພະນັກງານຫ້ອງການສາຂາການບິນລາວ ແລະ ນັກສຶກສາ-ນັກຄົ້ນຄວ້າລາວ ທີ່ກຳລັງສຶກສາຢູ່ ສສ ຫວຽດນາມ  ຈໍານວນ  120 ຄົນ.

  

ໃນພິທີໂອ້ລົມ, ທ່ານ ຈັນທະພອນ  ຄຳມະນີຈັນ, ຮອງຫົວໜ້າສຳນັກງານ ສະຖາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບພາຍໃນສະຖານທູດໂດຍຫຍໍ້ ຕໍ່ທ່ານຮອງປະທານສະພາແຫ່ງຊາດ ແລະ ຄະນະຮັບຊາບ, ເປັນຕົ້ນ ແມ່ນການຊີ້ນຳ-ນຳພາບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານສະຖານທູດ ແລະ ການປະຕິບັດໜ້າທີ່ວຽກງານຂອງທຸກພາກສ່ວນພາຍໃນສະຖານທູດ ໃນການຕິດຕໍ່ພົວພັນ,  ປະສານງານ ແລະ ອຳນວຍຄວາມສະດວກຕາມລະບຽບການໃຫ້ແກ່ບັນດາອົງການຈັດຕັ້ງຕ່າງໆຂອງພັກ, ລັດຖະບານ, ສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນຂອງສອງປະເທດ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ໄປມາຫາສູ່ ແລະ ພົວພັນຮ່ວມມືນຳກັນບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອປົກ​ປັກ​ຮັກສາ ​​ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ລາວ-ຫວຽດນາມ, ຫວຽດນາມ-ລາວ.

     

   

  

20230807 Lao Emb To VN 1 1

   

ໃນໂອກາດດັ່ງກ່າວ ທ່ານຮອງປະທານສະພາ ໄດ້ມີຄຳເຫັນ, ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການຂອງໂລກ ແລະ ພາກພຶື້ນ, ຜົນກະທົບຂອງໄພທຳມະຊາດ ແລະ ຜົນກະທົບການລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ແຈ້ງຜົນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ IX, ແຈ້ງສະພາບຄວາມຍູ້ງຍາກທາງດ້ານເສດຖະກິດການເງິນຢູ່ ສປປ ລາວ,  ພ້ອມດຽວກັນນັ້ນທ່ານ ຮຽກຮອງມາຍັງຄະນະພັກ, ຄະນະນໍາສະຖານທູດ ແລະ ນັກສຶກສາ-ນັກຄົ້ນຄວ້າລາວ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ-ແນວຄິດ, ຈັດຕັ້ງເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງພັກ, ນິຕິກໍາລຸ່ມກົດໝາຍນັບທັງສະພາບການຂອງໂລກ, ພາກພື້ນ ແລະ ສະພາບການພົ້ນເດັ່ນຂອງຫວຽດນາມ ໃຫ້ແກ່ພະນັກງານ-ລັດຖະກອນທີ່ປະຕິບັດໜ້າທີ່ວຽກງານຢູ່ສະຖານທູດ ແລະ  ນັກສຶກສາ-ນັກຄົ້ນຄວ້າລາວ ທີ່ກຳລັງສຶກສາຄົ້ນຄ້ວາຮ່ຳຮຽນຢູ່ ສສ ຫວຽດນາມ ໃຫ້ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ຕັ້ງໜ້າຝຶກຝົນຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ; ເອົາໃຈໃສ່ຄົ້ນຄວ້າ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລັດວາງອອກໃຫ້ໄດ້ເປັນຢ່າງດີ, ຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຍາດແຍ່ງເອົາຄວາມຮູ້ ເພື່ອນຳໄປພັດທະນາປະເທດຊາດຂອງຕົນໃຫ້ນັບມື້ພັດທະນາດີຂື້ນ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486166
ມື້ນີ້82
ມື້ວານ215
ອາທິດນີ້1202
ເດືອນນີ້5471