ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານກົງສຸນໃຫ່ຍ ສປປລາວ ທີ່ ນະຄອນດານັງ ຕ້ອນຮັບການນຳນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສ.ສ ຫວຽດນາມເຂົ້າອວຍພອນວັນຊາດ ແຫ່ງສປປ ລາວ ຄົບຮອບ 48 ປີ.

 

Con Lao Danang

 

ໃນຕອນເຊົ້າຂອງວັນທີ 01 ທັນວາ 2023, ທີ່ ສະຖານກົງສຸນໃຫ່ຍ ​ແຫ່ງ ສປປລາວ ທີ່ ນະຄອນດານັງ  ໄດ້ຕ້ອນຮັບສະຫາຍ ເລືອງ ຫງວຽນ ມິງ ຈຽດ, ກຳມະການສູນກາງພັກ, ປະທານສະພາປະຊາຊົນ ນະຄອນດານັງ ພ້ອມດ້ວຍຄະນະພັກ, ຄະນະນຳ, ອໍານາດການປົກຄອງ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ເຂົ້າອວຍພອນ  ເນື່ອງໃນໂອກາດວັນຊາດ ແຫ່ງ ສປປລາວ ທີ 2 ທັນວາ ຄົບ ຮອບ 48 ປີ.

 

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ສະຫາຍ ເລືອງ ຫງວຽນ ມິງ ຈຽດ ໄດ້ຕາງໜ້າຄະນະພັກ, ຄະນະນຳ ອຳນາດການປົກຄອງ ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ  ອວຍພອນໄຊອັນປະເສີດໃຫ້ສະຫາຍ ສຸພັນ ຫາດາວເຮືືອງ  ແລະ ພະນັກງານສະຖານກົງສຸນໃຫ່ຍ ສປປລາວ ປະຈໍາ ນະຄອນດານັງ  ແລະ ຜ່ານສະຖານກົງສຸນໃຫ່ຍ ໄປຍັງພັກ,ລັດ ແລະ ປະຊາຊົນລາວ ມີສຸຂະພາບແຂງແຮງ ມີຄວາມຜາສຸກ  ແລະ ມີຜົນສຳເລັດໃນໜ້າທີ່ວຽກງານ ໃຫ່ຍຫຼວງກວ່າເກົ່າ. ເນື່ອງໃນວັນສຳຄັນດັ່ງກ່າວ, ສະຫາຍ ເລືອງ ຫງວຽນ ມິງ ຈຽດ ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາໝາກຜົນທີ່ ປະຊາຊົນລາວບັນດາເຜົ່າສາມາດຍາດມາໄດ້ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫລອດໄລຍະ 48 ປີ ຜ່ານມາ  ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ສປປລາວ ໄດ້ມີບາດກ້າວພັດທະນາທີ່ສຳຄັນ ແລະ ນັບມື້ນັບສູງເດັ່ນຂຶ້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນຖຶກຕ້ອງຂອງພັກປະຊາຊົນປະຕິວັດລາວ, ສປປລາວ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆໄດ້ຢ່າງແນ່ນອນ. ບົນພື້ນຖານການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຫຍິ່ງໃຫ່ຍ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງບັນດາແຂວງພາກໃຕ້-ກາງ ສປປລາວ ກັບ ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ກໍ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບຜົນດີ. ມາຮອດປະຈຸບັນ ສະເພາະນະຄອນດານັງ ໄດ້ເຊັນສັນຍາ 37 ສະບັບ ແລະ ບົດບັນທຶກຄວາມເຂົ້າໃຈ ຮ່ວມກັບ 07 ທ້ອງຖິ່ນຂອງລາວ , ໃນນັ້ນມີແຂວງສະຫວັນນະເຂດ, ແຂວງຈຳປາສັກ, ແຂວງເຊກອງ, ແຂວງສາລະ ວັນ, ແຂວງ ອັດຕະປື, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ນອກນັ້ນ ຍັງມີນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ. ແຜນການພົວພັນຮ່ວມມືລະຫວ່າງ ນະຄອນດານັງ ກັບ 05 ແຂວງພາກໃຕ້ ແລະ ພາກກາງ ສປປລາວ ກໍ່ແມ່ນໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ໂດຍຜ່ານແຜນງານການຮ່ວມມື 5 ປີ ໄລຍະ 2023-2027 ໃນນັ້ນ ກໍ່ແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ສຶກສາ, ສາທາລະນະສຸກ, ທ່ອງທ່ຽວ, ບໍ່ແຮ່, ຄົມມະນາຄົມ ຂົນສົ່ງ (ໂລຈິສະຕິກ), ກະສິກໍາ, ປ້ອງກັນຊາດປ້ອງກັນຄວາມສະຫງົບຕາມບໍລິເວນຊາຍແດນ, ການເຂົ້າ-ອອກດ່ານຊາຍແດນ;  ສຳລັບດ້ານການຄ້າ ແລະ ການລົງທຶນ, ໃນປີ 2023 ນະຄອນດານັງ ໄດ້ສົ່ງອອກສິນຄ້າປະເພດຕ່າງໆ ແລະ ລົງທຶນຢູ່ບັນດາແຂວງພາກໃຕ້-ກາງ ສປປລ ມີມູນຄ່າເຖິງ 10 ລ້ານໂດລາ, ສ່ວນດ້ານການສຶກສາແຕ່ລະປີ ແມ່ນສຸ່ມໃສ່ໂຄງການຊ່ວຍເຫຼືອແກ່ບັນດາແຂວງທ້ອງຖິ່ນ ສປປລາວ ໃນການກໍ່ສ້າງຊັບພະຍາກອນມະນຸດ ແລະ ຍົກລະດັບພື້ນຖານໂຄງລ່າງໂຮງຮຽນ, ຕຶກອາຄານຮຽນ, ສະໂມສອນຫຼີ້ນກິລາ ໃນມູນຄ່າຈຳນວນເງິນ 115,924 ຕື້ດົງ. ນັບແຕ່ປີ 2022 ມາປີ 2023, ນະຄອນດານັງ ແລະ ບັນດາແຂວງພາກກາງ-ໄຕຫງວຽນ ໄດ້ໃຫ້ທຶນການສຶກສາປະມານ 100-120 ທຶນ/ປີ; ມາຮອດປະຈຸບັນ ມີນັກສຶກສາລາວ ກໍາລັງສຶກສາ ແລະ ຄົ້ນຄວ້າຢູ່ສະຖາບັນ ແລະ ມະຫາວິທະຍາໄລ ນະຄອນດານັງ-ບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ ທັງໝົດ 3,456 ຄົນ,ສຶກສາຢູ່ 41 ສະຖາບັນໃນ 01 ນະຄອນ ແລະ 11 ແຂວງ.

 

ໃນຂະນະດຽວກັນ, ສະຫາຍ ສຸພັນ ຫາດາວເຮືອງ, ກົງສຸນໃຫ່ຍ ສປປລາວ ປະຈຳ ນະຄອນດານັງ ສສ ຫວຽດນາມ  ກໍ່ໄດ້ຕາງໜ້າຄະນະພັກ, ຄະນະນຳ ບັນດາແຂວງພາກໃຕ້-ພາກກາງ ສປປລາວ ສະແດງຄວາມຂອບໃຈຕໍ່ສະຫາຍ ເລືອງ ຫງວຽນ ມິງຈຽດ  ພ້ອມດ້ວຍຄະນະພັກ, ຄະນະນຳຂອງບັນດາແຂວງພາກກາງ-ໄຕຫງວຽນ ສສ ຫວຽດນາມ  ທີ່ມາອວຍພອນວັນຊາດລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈໄປຍັງຄະນະພັກ, ຄະນະນຳອຳນາດການປົກຄອງ ແລະ ປະຊາຊົນຫວຽດນາມ ນະຄອນດານັງ ແລະ ພາກກາງ-ໄຕຫງວຽນ  ທີ່ໄດ້ສະໜັບສະໜູນອັນໃຫ່ຍຫຼວງ,ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ທີ່ມີຕໍ່ບັນດາແຂວງພາກໃຕ້-ກາງ ສປປລາວ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486360
ມື້ນີ້56
ມື້ວານ220
ອາທິດນີ້22
ເດືອນນີ້5665