ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ ແບກແລງ ຈັດປາຖະກະຖາ ແລະ ເຜີຍແຜ່ເອກະສານ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ

   

    

  

20231130 Lao Em to GM 2

  

  

ໃນວັນທີ 30 ພະຈິກ 2023,  ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ແບກແລງ ໄດ້ຈັດພິທີປາຖະກະຖາ ແລະ ເຜີຍແຜ່ເອກະສານສຳຄັນຈຳນວນໜຶ່ງ ເພື່ອຄຳນັບຮັບຕ້ອນ ແລະ ສະເຫລີມສະຫລອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ໂດຍການເປັນປະທານ ແລະ ໃຫ້ກຽດບັນລະຍາຍໂດຍ ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດລາວ ປະຈຳ ເຢຍລະມັນ ແລະ ມີພະນັກງານສະຖານທູດ, ສະມາຊິກຄອບຄົວ, ຄະນະສະມາຄົມຄົນເຊື້ອຊາດລາວ ແລະ ພີ່ນ້ອງຊາວລາວ ທີ່ ແບກແລງ ເຂົ້າຮ່ວມໃນພິທີຫລາຍກ່າວ 30 ທ່ານ. ເອກກະສານທີ່ນຳມາບັນຍາຍໃນຄັ້ງນີ້ ປະກອບມີ 3 ເອກະສານ ຄື: (1) ວັນເກີດປະທານສຸພານຸວົງ, (2) ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ ທົ່ງໄຫຫີນ ຊຽງຂວງ, ວິລະກຳໂຕນຄຸກມະຫັດສະຈັນ ຂອງ ບັນດາຜູ້ນຳພັກແນວລາວສ້າງຊາດ, ແລະ (3) ຍຸດທະສາດແຫ່ງຊາດ ວ່າດ້ວຍ  ການບໍລິຫານຂອງລັດຜ່ານປະຕູດຽວ ຮອດປີ 2030.

 

ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສັງລວມເອົາເນືຶ້ອໃນສຳຄັນຂອງທັງ 3 ເອກະສານ ມາທົບທວນຄືນ ແລະ ລະນຶກເຖິງເຫດການທາງປະຫວັດສາດຂອງຊາດລາວ, ການຕໍ່ສູ້ອັນພິລາດອາດຫານ ຂອງ ບັນດາຜູ້ນຳວິລະຊົນລາວ ເປັນຕົ້ນ ປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວທີ່ສຳຄັນ ຂອງ ປະທານສຸພານຸວົງ ໃນຂະບວນການປະຕິວັດ ຕໍ່ສູ້ປົດປ່ອຍປະເທດຊາດ ຈົນນຳມາເຖິງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

 

 

20231130 Lao Em to GM 1

 

 

ພ້ອມດຽວກັນນີ້, ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມຕັ້ງໜ້າ ແລະ ເອົາໃຈໃສ່ ຂອງ ລັດຖະບານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 48 ປີ ຜ່ານມາ ໂດຍຜ່ານການສ້າງ ແລະ ປັບປຸງບັັນດາກົດໝາຍ ແລະ ນິຕິກຳຕ່າງໆ ໃຫ້ສອດຄ່ອງກັບສະພາບຂອງຍຸກສະໄໝໃນແຕ່ລະໄລຍະ ເປັນຕົ້ນ ການວາງຍຸດທະສາດແຫ່ງຊາດ ວ່າດ້ວຍ ການບໍລິຫານຂອງລັດຜ່ານປະຕູດຽວ ຮອດປີ 2030 ພ້ອມທັງ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເພື່ອເປັນຂໍ້ມູນໃຫ້ສະມາຊິກພັກ-ພະນັກງານ ແລະ ພີ່ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ເຂົ້າໃຈແຈ້ງ ຕໍ່ກັບແນວທາງນະໂຍບາຍຂອງ ພັກ ແລະ ລັດ ໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຜົນສຳເລັດເປັນກ້າວໆໃນປັດຈຸບັນ ແລະ ຕໍ່ໜ້າ.

  

ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ຊົມເຊີຍວັນທີ່ມີຄວາມໝາຍສຳຄັນດັ່ງກ່າວ, 3 ອົງການຈັດຕັ້ງມະຫາຊົນ (ກຳມະບານ, ແມ່ຍິງ ແລະ ຊາວໜຸ່ມ) ປະຈຳ ສະຖານທູດລາວ ທີ່ ແບກແລງ ຍັງໄດ້ພ້ອມກັນຈັດການອອກແຮງງານອານາໄມລວມ ເຂດພາຍໃນ ແລະ ພາຍນອກ ອາຄານຕຶກສະຖານທູດ ຕື່ມອີກ. 

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486421
ມື້ນີ້117
ມື້ວານ220
ອາທິດນີ້83
ເດືອນນີ້5726