ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມໃນສັນຍາ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບົດສະວານາ

  

  20231211 Laos and Botswana 01

  

  

ເພື່ອເປັນການເສີມຂະຫຍາຍສາຍພົວພັນການທູດກັບບັນດາປະເທດເພື່ອນມິດໃນທົ່ວໂລກ ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບົດສະວານາ, ໃນຕອນເຊົ້າຂອງ ວັນທີ 11 ທັນວາ 2023 ຢູ່ທີ່ ນະຄອນ ນິວຢອກ, ສະຫະລັດ ອາເມລິກາ, ໄດ້ມີພິທີລົງນາມໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບົດສະວານາ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສະຫະປະຊາຊາດ,​ ແລະ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ບົດສະວານາ ແມ່ນ ທ່ານ ດຣ. ເລໂມກັງ ເຄວາເປ (H.E. Dr. Lemogang Kwape), ລັດຖະມົນຕີການຕ່າງປະເທດ ແຫ່ງ ສາທານາລະນະ ບົດສະວານາ ໄດ້ຮ່ວມລົງນາມໃນຖະແຫຼງການ ໂດຍການເຂົ້າຮ່ວມເປັນສັກຂີພິຍານ ໃນພິທີດັ່ງກ່າວ ຂອງບັນດານັກການທູດ ຂອງທັງສອງຝ່າຍ.

  

ສາທາລະນະລັດ ບົດສະວານາ ຕັ້ງຢູ່ທາງໃຕ້ຂອງທະວີບ ອາຟຣິກາ, ມີຊາຍແດນຕິດກັບ 04 ປະເທດ ຄື:​ ສ. ອາຝຣິກກາໃຕ້, ນາມີບີ, ຊິມບັບເວ ແລະ ຊຳບີ, ມີ​ເນື້ອທີ່ທັງໝົດ 581,730 km2 ເຊິ່ງ 70% ຂອງເນື້ອທີ່ແມ່ນເປັນທະເລຊາຍ, ປະກອບດ້ວຍ 17 ແຂວງ; ມີນະຄອນຫຼວງຊື່ວ່າ ກາໂບໂລນີ ແລະ ມີປະຊາກອນ ປະມານ 2.7  ລ້ານ ຄົນ(ປີ 2023). ປະຊາຊົນ ບົດສະວານາ ນໍາໃຊ້ ພາສາອັງກິດ ແລະ ສະວານາ ເປັນພາສາ ທາງການ. ປະຊາຊົນ ຫຼາຍກວ່າ 70% ນັບຖືສາສະໜາ ຄຣິດສຕຽນ. ສ. ບົດສະວານາ ໄດ້ຮັບເອກະລາດຈາກ ອັງກິດ ໃນວັນທີ 30 ກັນຍາ 1966, ແຕ່ຍັງຢູ່ໃນກຸ່ມປະເທດເຄືອຈັກກະພົບ. ສ. ບົດສະວາ ມີການປົກຄອງລະບອບປະຊາທິປະໄຕ ໂດຍມີ ປະທານນາທິບໍດີ ທັງເປັນ ປະມຸກລັດ ແລະ ຫົວໜ້າລັດຖະບານ. ບົດສະວານາ ເປັນປະເທດທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດ, ພື້ນຖານເສດຖະກິດສ່ວນໃຫຍ່ ແມ່ນອີງໃສ່ ການກະສິກຳ ແລະ ແຮ່ທາດ, ມີການຜະລິດ ແລະ ສົ່ງອອກ ແຮ່ທອງ, ຖ່ານຫີນ, ຄໍາ, ເງິນ, ແກ້ວປະເສີດ, ແລະ ຫີນກຼານິດ ເຊິ່ງກາຍເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ. ນອກນັ້ນ, ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ສຳຄັນຫຼາຍແຫ່ງ ແລະ ໄດ້ຮັບການຈົດທະບຽນເປັນມໍລະດົກໂລກ ໂດຍອົງການ UNESCO.

  

ສ. ບົດສະວານາ ເຂົ້າເປັນສະມາຊິກຂອງ ອົງການ ສປຊ ໃນວັນທີ 17 ຕຸລາ 1966 ແລະ ຜ່ານມາໄດ້ເຄື່ອນໄຫວຢ່າງຫ້າວຫັນ ເປັນຕົ້ນ ໄດ້ປະກອບສ່ວນເຂົ້າໃນກອງກຳລັງຮັກສາສັນຕິພາບຂອງ ສປຊ, ເຄີຍໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນ ຂອງ ສະພາຄວາມໝັ້ນຄົງ ສປຊ ໃນສົກປີ 1995-1996, ເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ 04 ຄັ້ງ ໃນສົກປີ 1983-1985, 1991-1993, 2014-2016 ແລະ 2020-2022 ແລະ ເປັນສະມາຊິກສະພາສິດທິມະນຸດ ໃນປີ 2011-2017. ໃນບໍ່ດົນຜ່ານມານີ້, ສ.ບົດສະວານາ ຫາກໍສຳເລັດການເປັນປະທານ ສະພາເສດຖະກິດ ແລະ ສັງຄົມ ສປຊ ສົກປີ 2021-2022. ໃນເວທີ ສປຊ, ສປປ ລາວ ແລະ ບົດສະວານາ ໄດ້ມີການພົວພັນ ແລະ ຮ່ວມມືອັນດີ ໃນຖານະເປັນສະມາຊິກກຸ່ມຕ່າງໆຮ່ວມກັນ ເຊັ່ນ: ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs), ກຸ່ມ 77 ແລະ ຈີນ, ຂະບວນການບໍ່ຮ່ວມກຸ່ມ (NAM) ແລະ ອື່ນໆ.

  

ໃນໂອກາດນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນເພື່ອສືບຕໍ່ຄວາມພະຍາຍາມຮ່ວມກັນ ໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນແລະກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມສືບຕໍ່ເຮັດຫນ້າທີ່ ເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບ ສົກປີ 2023-2025 ແລະ ຈະເລີ້ມຕົ້ນປະຕິບັດຫນ້າທີ່ເປັນປະທານ ອາຊຽນ ໃນປີ 2024. ການສ້າງຕັ້ງສາຍພົວພັນການທູດຮ່ວມ ກັບປະເທດ ບົດສະວານາ ໃນຄັ້ງນີ້ ເປັນການສືບຕໍ່ປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະ ເທດ “ສັນຕິພາບ,  ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ແລະ ເຮັດໃຫ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີສາຍພົວພັນການທູດ ກັບ 149 ປະເທດ ໃນທົ່ວໂລກ.

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486359
ມື້ນີ້55
ມື້ວານ220
ອາທິດນີ້21
ເດືອນນີ້5664