ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ ປະທານສະພາມົນຕີການເມືອງເອີຣົບ

     

    

  

20231218 Lao Am to BG 1

    

    

ໃນວັນທີ 18 ທັນວາ 2023, ທີ່ ຕືກ ສະພາເອີຣົບ, ນະຄອນຫຼວງບຣຸກແຊນ, ປະເທດ ແບນຊິກ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ຊາກ ມິແຊນ,    ປະທານສະພາມົນຕີການເມືອງເອີຣົບ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສະຫະພາບເອີຣົບ.

       

ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບກຽດໂອ້ລົມກັບ ທ່ານ ຊາກ ມິແຊນ ດ້ວຍບັນຍາກາດອັດທະຍາໄສໄມຕີຈິດອັນດີ, ເຊິ່ງທ່ານທູດໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງມາຍັງ ທ່ານ ຊາກ ມິແຊນ. ພ້ອມດຽວກັນນັ້ນ, ທ່ານທູດ ຍັງໄດ້ກ່າວໃນນາມຕາງໜ້າລັດຖະບານລາວວ່າ ສປປ ລາວ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີມີມາແລ້ວ ນັບຕັ້ງແຕ່ ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1975 ແລະ ເຫັນໄດ້ວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວໄດ້ຮັບການເສີມຂະຫຍາຍຢ່າງເປັນປົກກະຕິ. ໃນພ້ອມດຽວກັນນັ້ນ, ທ່ານທູດ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ປີ 2024 ສປປ ລາວ ຈະໄດ້ຮັບກຽດເປັນປະທານໝູນວຽນອາຊຽນອີກຮອບໜື່ງ ແລະ ຫວັງວ່າ ສະຫະພາບເອີຣົບ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ແລະ ສະໜັບສະໜູນໃນການເປັນປະທານອາຊຽນ ກໍຄືຂອບການຮ່ວມມືສາກົນອື່ນໆ.

    

    

    

20231218 Lao Am to BG 2

    

     

ໃນໂອກາດດຽວກັນນີ້, ທ່ານ ຊາກ ມິແຊນ ກໍໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄໍາອວຍພອນຢື້ຢາມ ຖາມຂ່າວຄືນ ເຖິງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ, ທັງໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານທູດຄົນໃໝ່ ແລະ ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດທຸກປະການ. ທ່ານທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄໍາເວົ້າອັນຈົບງາມ ແລະ ຄໍາອວຍພອນດັ່ງກ່າວ ແລະ ຢືນຢັນວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ດີ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ນັບມື້ນັບດີຂື້ນ.

  

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486406
ມື້ນີ້102
ມື້ວານ220
ອາທິດນີ້68
ເດືອນນີ້5711