ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມເຮັດວຽກ ຢູ່ ນະຄອນດານັງ, ແຂວງກວາງນາມ, ແຂວງກອນຕູມ, ແຂວງຢາລາຍ ແລະ ແຂວງດັກລັກ, ສສ ຫວຽດນາມ

   

  

20231216 Lao Am To VN 1

ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຮ່ ກີ່ ມິງ, ຮອງເລຂາຜູ້ປະຈໍາການພັກນະຄອນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ

  

  

ໃນລະຫວ່າງວັນທີ 12 - 16 ທັນວາ 2023, ສະຫາຍ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຈາກສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ແລະ ສະຖານກົງສຸນໃຫຍ່ລາວ ທີ່ ນະຄອນດານັງ ໄດ້ເດີນທາງໄປເຂົ້າຮ່ວມງານສັບປະດາ ອາຊຽນ - ເກົາຫຼີ ທີ່ນະຄອນດານັງ ແລະ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຄັ້ງທໍາອິດ ທີ່ແຂວງກອນຕູມ. ໃນໂອກາດນີ້, ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ເຂົ້າຢ້ຽມຂໍ່ານັບຕໍ່ ສະຫາຍ ໂຮ່ ກີ່ ມິງ, ຮອງເລຂາຜູ້ປະຈໍາການພັກນະຄອນ, ຮອງປະທານຄະນະກໍາມະການປະຊາຊົນນະຄອນດານັງ; ສະຫາຍ ເລ ຈີ ແທັງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວາງນາມ; ສະຫາຍ ອາ ປືດ, ຮອງເລຂາຜູ້ປະຈໍາການພັກແຂວງກອນຕູມ; ສະຫາຍ ເຈືອງ ຫ້າຍ ລັອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຢາລາຍ ແລະ ສະຫາຍ ນາງ ເຮີ ຢິມ ເຄິ ດໍ, ຮອງປະທານຄະນະກໍາມະການປະຊາຊົນແຂວງດັກລັກ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດມາດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.

  

  

  

  20231216 Lao Am To VN 4

ເຂົ້າຢ້ຽມຂໍ່ານັບ ສະຫາຍ ເຈືອງ ຫ້າຍ ລັອງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງຢາລາຍ

      

      

ໃນການເຂົ້າຢ້ຽມຂໍ່ານັບພົບປະບັນດາແຂວງຄັ້ງນີ້: ການນຳແຕ່ລະແຂວງ, ນະຄອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ຮັບການແຕ່ງຕັ້ງມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ສະຫາຍເອກອັກຄະລັດຖະທູດ ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ນະຄອນ ໂດຍຫຍໍ້ ກໍຄືການຮ່ວມມືບັນດາແຂວງແຮກສ່ຽວຂອງ ສປປ ລາວ ໃຫ້ຊາບ. ການນໍາແຕ່ລະແຂວງ, ນະຄອນ ກໍໄດ້ຕີລາຄາສູງ ທີ່ສະຫາຍເອກອັກຄະລັດຖະທູດ ໄດ້ນຳພາຄະນະສະຖານທູດລາວທີ່ ນະຄອນຫຼວງຮ່າໂນ້ຍ ແລະ ສະຖານກົງສຸນໃຫຍ່ຂອງລາວ ທີ່ ນະຄອນດານັງ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນດານັງ, ແຂວງກວາງນາມ, ແຂວງກອນຕູມ, ແຂວງຢາລາຍ ແລະ ແຂວງດັກລັກ ໃນຄັ້ງນີ້ ເຊິ່ງຈະເປັນການສືບຕໍ່ກະຕຸກຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍແມ່ນການພົວພັນຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດນາມ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

  

  

  

20231216 Lao Am To VN 3

ເຂົ້າຢ້ຽມຂໍ່ານັບ ສະຫາຍ ອາ ປືດ, ຮອງເລຂາຜູ້ປະຈໍາການພັກແຂວງກອນຕູມ

     

   

ນອກຈາກນີ້, ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປໄຕ້ທູບ ແລະ ວາງພວງມາລາ ຢູ່ອະນຸສາວະລີແມ່ວິລະຊົນ ແລະ ຢ້ຽມຢາມສະຖານທີ່ພື້ນຖານການປະຕິວັດ ລາວ-ຫວຽດນາມ ຕໍ່ສູ້ກັບຝຣັ່ງໃນຊຸມປີ 1945 – 1949 ຢູ່ບ້ານ ຟູ້ນິງ, ແຂວງກວາງນາມ; ຢ້ຽມຢາມ ສ່ວນວັດທະນະທໍາຊົນເຜົ່າ ແລະ ຫໍພິພິຕະພັນປະຫວັດສາດ ແຂວງຢາລາຍ; ແລະ ຢ້ຽມຢາມ ໂຮງຮຽນວັດທະນະທໍາຊົນເຜົ່າ ເຕີຍຫງວຽນ ເຊິ່ງມີນັກຮຽນລາວທີ່ກໍາລັງຮໍ່າຮຽນຢູ່ 179 ຄົນ ຢູ່ແຂວງດັກລັກ.

  

ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງການນຳ, ອຳນາດການປົກຄອງນະຄອນດານັງ, ແຂວງກວາງນາມ, ແຂວງກອນຕູມ, ແຂວງຢາລາຍ ແລະ ແຂວງດັກລັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງ ພ້ອມທັງກ່າວວ່າ ໃນຖານະມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍກົງສູນໃຫຍ່ຢູ່ນະຄອນດານັງ ກໍພ້ອມແລ້ວທີ່ຈະສືບຕໍ່ເປັນຂົວຕໍ່ທີ່ດີ ແລະ ເປັນຜູ້ປະສານງານທີ່ສຳຄັນ ໃຫ້ແກ່ບັນດາແຂວງ, ນະຄອນ ຂອງ ສສ ຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນ ຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຈະທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດສອງຊາດລາວ-ຫວຽດນາມ ໃຫ້ຈະເລີນແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງສະແດງຄວາມຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະແມ່ນນະຄອນດານັງ, ແຂວງກວາງນາມ, ແຂວງກອນຕູມ, ແຂວງຢາລາຍ ແລະ ແຂວງດັກລັກ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາແຂວງແຮກສ່ຽວຂອງລາວຕະຫຼອດມາ, ພິເສດແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ນະຄອນ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງຊາດບັນລຸເກີນຄາດໝາຍທີ່ວາງໄວ້, ເປັນແຂວງໜຶ່ງໃນບັນດາແຂວງ-ນະຄອນຂອງຫວຽດນາມ ທີ່ມີລະດັບການຂະຫຍາຍຕົວເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ ໂດຍສະເພາະແມ່ນການພັດທະນາຂະແໜງກະສິກໍາທີ່ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ຢືນຢູ່ແຖວໜ້າຂອງປະເທດ.

    

    

  

20231216 Lao Am To VN 2

ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ຈີ ແທັງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວາງນາມ

    

     

20231216 Lao Am To VN 5

ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ເຮີ ຢິມ ເຄິ ດໍ, ຮອງປະທານຄະນະກໍາມະການປະຊາຊົນແຂວງດັກລັກ

  

    

ໃນໂອກາດນີ້, ສະຫາຍ ນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ນະຄອນດານັງ, ແຂວງກວາງນາມ, ແຂວງກອນຕູມ, ແຂວງຢາລາຍ ແລະ ແຂວງດັກລັກ ຂອງ ສປປ ຫວຽດນາມ ກັບ ບັນດາ 5 ແຂວງພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຄື: ແຂວງສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ເຊິ່ງຈະເປັນການປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍ ແລະ ປົກປັກຮັກສາສາຍພົວພັນມິດຕະພາບຂອງສອງປະເທດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດຊົ່ວກະລານານ.

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486407
ມື້ນີ້103
ມື້ວານ220
ອາທິດນີ້69
ເດືອນນີ້5712