ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນີດຫວຽດນາມ

 

20240104 LaoAmb cc HeadCERPCC Vietnam 01

 

ໃນຕອນເຊົ້າຂອງ ວັນທີ 04 ມັງ​ກອນ 2024, ສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​ ສະ​ຫາຍ ເລ ຮ​ວ່າຍ ຈຸງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໃນ​ໂອ​ກາດ​ທີ່​​ສະ​ຫາຍ ​​ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດ ເຕັມ ແຫ່ງ ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນລາວ ປະຈໍາ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມຫວຽດນາມ.

 

20240104 LaoAmb cc HeadCERPCC Vietnam 02

 

ສະ​ຫາຍ ເລ ຮ​ວ່າຍ ຈຸງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ກ່າວ​ຕ້ອນ​ຮັບ ແລະ ສະແດງ​ຄວາມ​ຊົມເຊີຍຕໍ່ການມາ​ປະ​ຕິ​ບັດ​ໜ້າ​ທີ່​ ດຳ​ລົງ​ຕຳ​ແໜ່ງເປັນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ປະຈໍາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມຫວຽດນາມ ຂອງ​ສະ​ຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ພ້ອມ​ທັງໄດ້​ຕີລາຄາສູງ​ຕໍ່ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ ທີ່​ເປັນ​ມູນ​ເຊື້ອ ແລະ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າ​ງ​ຕະຫຼອດ​ມາ. ພ້ອມກັນນີ້, ສະ​ຫາຍ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ, ​ໃນ​ບົດ​ບາດ​ອັນ​ສຳ​ຄັນ​ ບວກ​ໃສ່ຄວາມ​ຮູ້​ຄວາມ​ສາ​ມາດ ແລະ ປະ​ສົບ​ປະ​ການ​ຜ່ານ​ມາ, ສະຫາຍເອກອັກ ຄະລັດຖະທູດຄົນ​ໃໝ່ ຈະສືບ​ຕໍ່ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າເຂົ້າ​ໃນ​ການເພິ່ນທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຈະ​ເລີນງອກ​ງາມ​ຂຶ້ນ​ໄປ​ເລື້ອຍ​ໆ. ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ ແລະ ​ອວຍ​ພອນ​ໃຫ້ສະຫາຍ ເອກອັກຄະລັດຖະທູດ ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງທີ່​ພັກ ແລະ ລັດ​ຖະ​ບານ​ລາວ​ມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

 

ໂອກາດດຽວກັນນິ້, ສະຫາຍ ນາງ ຄຳ​ເພົາ ເອີນ​ທະ​ວັນ ເອກອັກຄະລັດຖະທູດລາວ ກໍ​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈສະ​ຫາຍ ເລ ຮ​ວ່າຍ ຈຸງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​​ທີ່​ໃຫ້​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​​. ສະ​ແດງ​ຄວາມຍິນ​ດີ​ຕໍ່​ໝາກ​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ຊຶ່ງ​ນຳ​ໂດຍ​ສະ​ຫາຍ ຫງວຽນ ຝູ ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ເຮັດໃຫ້​ປະ​ເທດ​ຊາດ​​ພັດ​ທະ​ນາ​ຢ່າງຮອ​ບ​ດ້ານ ແລະ ກ້າວ​ກະ​ໂດດ, ການ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາກທາງ​ດ້ານ​ເສດ​ຖະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ 19 ໄດ້​ຢ່າງວ່ອງ​ໄວ, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ອິດ​ທິ​ພົນ, ບົດ​ບາດ, ຊື່​ສຽງ​ຂອງ​ຫວຽດ​ນາມ​ນັບ​ມື້​ນັບ​ສູງ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ ແລະ ສາ​ກົນ. ພ້ອມນັ້ນ, ສະ​ຫາຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື​ຂອງສອງປະເທດ​ ເວົ້າ​ລວມ, ເວົ້າ​ສະ​ເພາະ ​ແມ່ນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ຊຶ່ງ​ສະ​ແດງ​ອອກ​ໃນ​ການ​ກະ​ກຽມ​ການ​ຢ້ຽມ​ຢາມ​ຂອງ​ຜູ້​ນຳ​ຂັ້ນ​ສູງ​ສຸດຂອງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ.

 

ສະຫາຍ ເອກອັກຄະລັດຖະທູດລາວ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້​ບຸນ​ຄຸນ ແລະ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ​ນ້ອງ ທີ່ຍາມ​ໃດ​ກໍໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ​ສະ​ແດງ​ເຖິງ​ນ້ຳ​ໃຈ ຄວາມ​ສາ​ມັກ​ຄີ​ພິ​ເສດ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ລາ​ວ-ຫວຽດ​ນາມ ຊຶ່ງ​ມີ​ໜຶ່ງ​ດຽວ​ໃນ​ໂລກນີ້.

 

*******************************

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486419
ມື້ນີ້115
ມື້ວານ220
ອາທິດນີ້81
ເດືອນນີ້5724