ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວິຊາການຂອງຄະນະກໍາມະການຊີ້ນໍາຮ່ວມ ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022 - 2026

 

Lao UN2024 1

 

ໃນຕອນບ່າຍຂອງວັນທີ 19 ມີນາ 2024 ທີ່ ໂຮງແຮມ ແລນມາກ, ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມວິຊາການຂອງຄະນະກໍາມະການຊີ້ນໍາຮ່ວມ ໃນຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສົກປີ 2022 - 2026 (Technical Meeting of the Joint Streering Committee for the Lao PDR – UN Sustainable Development Cooperation Framework 2022 - 2026), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດາວວີ ວົງໄຊ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

 

ໃນໂອກາດນີ້, ປະທານຮ່ວມທັງສອງທ່ານ ໄດ້ຢໍ້າຄືນເຖິງຄວາມຫມາຍຄວາມສຳຄັນຂອງກົນໄກ ປຶກສາຫາລືລະດັບວິຊາການ ລະຫວ່າງ ບັນດາຈຸດປະສານງານຄະນະກໍາມະການຊີ້ນໍາຮ່ວມ ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການຮ່ວມມືດ້ານຕ່າງໆ ລະຫວ່າງພາກລັດ ແລະ ອົງການເຄືອຂ່າຍ ສປຊ, ຊຶ່ງໄດ້ປະກອບສ່ວນສະຫນັບສະຫນູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX. ນອກຈາກນັ້ນ, ຍັງໄດ້ເນັ້ນໜັກວ່າການກຳນົດທິດທາງແຜນການໃນຕໍ່ຫນ້າ ຕ້ອງສອດຄ່ອງກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ໃນປັດຈຸບັນ ກໍ່ຄືບັນດາບູລິມະສິດຂອງລັດຖະບານ ລວມທັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຢ່າງໂລ່ງລ່ຽນ, ຍືນຍົງ ແລະ ມີຄຸນນະພາບ ໂດຍສຸມໃສ່ 4 ຂົງເຂດ: 1. ຊີວິດການເປັນຢູ່ທີດີ; 2.ຄວາມຈະເລີນຮຸ່ງເຮືອງທີ່ກວມລວມ; 3.ການຄຸ້ມຄອງບໍລິຫານລັດ ເເລະ ການປົກຄອງດ້ວຍກົດໝາຍ; ແລະ 4.ສິ່ງເເວດລ້ອມ, ການປ່ຽນເເປງດິນຟ້າອາກາດ ເເລະ ການສ້າງຄວາມທົນທານ ຕາມທີ່ໄດ້ກໍານົດໄວ້ໃນຂອບວຽກການຮ່ວມມື.

 

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາຄິດເຫັນຈາກຜູ້ຕາງໜ້າຈາກບັນດາກະຊວງ ແລະ ບັນດາອົງການເຄື່ອຂ່າຍ ສປຊ ກ່ຽວກັບ ຮ່າງບົດລາຍງານການຈັດຕັ້ງປະຕິບັດຂອບວຽກການຮ່ວມມືດັ່ງກ່າວ ປະຈໍາປີ 2023, ແຜນງານຮ່ວມກັນ ປະຈໍາປີ 2024 ແລະ ການປຶກສາຫາລືກະກຽມເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບ ອານາຄົດ (Summit of the Future) ທີ່ຈະຈັດຂຶ້ນໃນເດືອນກັນຍາ 2024, ທີ່ ນິວຢອກ, ຊຶ່ງໃນນັ້ນໄດ້ຊີ້ໃຫ້ເຫັນຜົນສຳເລັດ ແລະ ຄວາມຄືບໜ້າດ້ານຕ່າງໆ ກໍ່ຄືຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການຈັດຕັ້ງປະຕິບັດຜ່າມາ, ພ້ອມນັ້ນ ໄດ້ມີການປຶກສາຫາລືຊອກຫາວິທີທາງເພື່ອເພີ່ມທະວີການຮ່ວມມື ແລະ ປະສານງານເພື່ອຂົນຂວາຍການສະໜັບສະໜູນຊ່ວຍເຫຼືອໃຫ້ດີຍິ່ງຂຶ້ນ. ສໍາລັບຫມາກຜົນຂອງກອງປະຊຸມດັ່ງກ່າວ ຈະເປັນບ່ອນອີງສໍາຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບວຽກການຮ່ວມມື ສຳລັບສົກປີ 2024 ໃຫ້ມີປະສິດທິຜົນດີ  ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ.

 

Lao UN2024 2

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486169
ມື້ນີ້85
ມື້ວານ215
ອາທິດນີ້1205
ເດືອນນີ້5474