ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ບັນດາການນໍາ ສສ ຫວຽດນາມ

   

  

20240319 Lao Am to VN 1

20240319 Lao Am to VN 2

20240319 Lao Am to VN 3

  

  

ໃນວັນທີ 19 ມີ​ນາ 2024, ທ່ານ ນາງ ຄໍາເພົາ ເອີນທະວັນ, ເອ​ກອັກຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ ​​ທ່ານ ຟ້າມ ມິງ ຈິງ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ທີ່ ນະ​ຄອນຫຼວງ ຮ່າ​ໂນ້ຍ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ຄົນ​ໃໝ່​ປະ​ຈຳ ສ​ສ ຫວຽດ​ນາມ.

   ​         

ທ່ານ ນາງ ຄໍາເພົາ ເອີນທະວັນ ​ໄດ້​ນຳ​ເອົາ​ຄໍາຢື້​ຢາມ​ຖາມຂ່າວ ແລະ ຄໍາ​ອວຍ​ພອນອັນ​ປະ​ເສີດ ຈາກ​ທ່ານ ສອນ​ໄຊ ສີ​ພັນ​ດອນ, ກໍາ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສ​ປ​ປ ລາວ ເຖິງ​ທ່ານ ຟ້າມ ມິງ ຈິງ ແລະ ການ​ນຳ​ພັກ, ລັດ​​ຫວຽດ​ນາມ. ພ້ອມທັງ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນ​ຮັບ​​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​ຂອງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕ​ີ ແລະ ສະ​ແດງ​ຄວາມ​​ປິ​ຕິ​ຍິນ​ດີ​​ຕໍ່​ຜົນ​ສຳ​ເລັດ​​ໃນກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໂດຍ​ມີ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ​ຝູ​ ຈ້ອງ ເປັນ​ຜູ້​ນຳ​ພາ​ ຊຶ່ງ​ເຮັດ​ໃຫ້ປະ​ເທດ​ຊາດຫວຽດ​ນາມ​ໄດ້​ຮັບ​​ພັດ​ທະ​ນາຮອ​ບ​ດ້ານຢ່າງວ່ອງ​ໄວ ແລະ ກ້າວ​ກະ​ໂດດ, ​ເສດ​ຖະ​ກິດ​ສືບ​ຕໍ່​ເຕີບ​ໂຕ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ດີ​ຂຶ້ນ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.

             

ທ່ານ ຟ້າມ ມິງ ຈິງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​​ທ່ານ ນາງ ຄໍາ​ເພົາ ເອີນ​ທະ​ວັນ ທີ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ​ ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ລາວ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ​ໄດ້ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ແລະ ລາວ​ມີ​ສາຍ​ພົວ​ພັນ​ພິ​ເສດ, ເປັນມໍ​ລະ​ດົກ​ອັນ​ລ້ຳ​ຄ່າ ຊຶ່ງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຜິດ​ຊອບ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ຂຶ້ນ​ໄປ​ຢ່າງບໍ່​ຢຸດຢັ້ງ. ພັກ, ລັດ ແລະ​ ປະ​ຊາ​ຊົນ​ຫວຽດ​ນາມ ຖື​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດອັນ​ດັບ​ໜຶ່ງ​ແກ່​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ກາ​ນ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ; ສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ບົນ​ພື້ນ​ຖານ​ເຄົາ​ລົບ​ຄວາມ​ເປັນ​ເອ​ກະ​ລາດ ແລະ ອະ​ທິ​ປະ​ໄຕ​ຂອງ​ກັນ; ສອງ​ຝ່າຍ​ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກລົງ​, ກົກ​ໄກການ​ຮ່ວມ​ມື​ສອງ​ຝ່າຍໃຫ້​ມີ​ປະ​ສິດ​ທິ​ຜົນ​ສູງ ເປັນ​ຕົ້ນ​ແມ່ນ​ຜົນ​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ສອງ​ພ​ັກ ແລະ ກອງ​ປະ​ຊຸມ​ທະ​ວີ​ພາກ​ຄີ ຄັ້ງ​ທີ 46 ຂອງ​ຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ ຫວຽດ​ນາມ-ລາວ​ ທີ່​ຜ່ານ​ມາ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ພົບ​ປະ ແລະ ໂຄ​ສະ​ນາ​ເຜີຍ​ແຜ່​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ ແລະ ສາຍ​ພົວ​ພັນ​ມີ​ໜຶ່ງບໍ່​ມີ​ສອງ ຫວຽດ​ນາມ-ລາວ ໃນ​ໝູ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ຄົນ​ຮຸ່ນ​ໜຸ່ມ. ​ຫວຽດ​ນາມ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ລາວ​ຮັບ​ໜ້າ​ທີ່​ເປັນ​ປະ​ທານ​ຈັດ​ກອ​ງ​ປະ​ຊຸມອາ​ຊຽນ ​ປີ 2024, ປະ​ທານ AIPA 45, ຮ່ວມ​ກັນ​ຊຸກ​ຍູ້​​ ປັບ​ປ​ຸງຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ເປັນ​ສູນ​ລວມ​ຂອງ​ອາ​ຊຽນ. ທ່ານ​ມີ​ຄວາມຫວັງ​ວ່າ, ທຸກພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ ຈະ​ປະ​ສົມ​ປະ​ສານ​ກັນໃຫ້​ດີ​ຂຶ້ນກວ່າເກົ່າ, ຕັດ​ສິນ​ແກ້​ໄຂ​ບັນ​ຫາ​ທີ່​ກີດ​ຂວາງ​ເພ​ື່ອ​​ເຮັດ​ໃຫ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ​ພັດ​ທະ​ນາ​ໃຫ້​ສົມ​ຄູ່​ກັບ​ການ​ພົວ​ພັນ​ທາງດ້ານ​ການ​ເມືອງ​ ເຊື່ອ​ໝັ້ນ ແລະ ຕິດ​ພັນ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ; ໃນ​ນັ້ນ, ​ໃຫ້ເອົາ​ໃຈ​ໃສ່​ຊຸກ​ຍູ້​ບັນ​ດາໂຄງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ​ໂຄງ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ ຄົມ​ມະ​ນາ​ຄົມ, ພະ​ລັງ​ງານ; ຮ່ວມ​ມືກໍ່​ສ້າງ​ຊັບ​ພ​ະ​ຍາ​ກອນ​ມະ​ນຸດ; ຊຸກ​ຍູ້​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ແລະ ບັນ​ດາ​ກິດ​ຈະ​ການ​ລົງ​ທຶນ; ສ້າງ​ເງື່ອ​ນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ເພີ່ມ​ການ​ລົງ​ທຶນ​ເຊິງ​ກັນ​ແລະ​ກັນ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ລຽບ​ຕາມ​ຊາຍ​ແດນ; ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ, ແບ່ງ​ປັນ​ຂໍ້​ມູນ, ຊ່ວຍ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ເວ​ທີ​ສາ​ກົນ​ ແລະ ພ​າກ​ພື້ນ.

  

ໃນ​ໂອ​ກາດນີ້, ທ່ານ​ທູດ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ຮັບ​ໜ້າ​ທີ່​ເປັນ​ເອ​ກ​ອັກ​ຄະ​ລັດ​ຖະ​ທູ​ດ​ລາວ​ປະ​ຈຳ ສ​ສ ຫວຽດ​ນາມ ແລະ ຈະເຮັດສຸດຄວາມສາມາດເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງບັນດາອົງການ ສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ, ພ້ອມທັງ ສະ​ແດງ​ຄວາມ​ຂອບ​ໃຈຕໍ່ ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ ຍາມ​ໃດ​ກໍໄດ້​ຢູ່​ຄຽງ​ບ່າ​ຄຽງ​ໄຫລ່, ໃຫ້​ການ​ສະ​ໜັບ​ສະ​ໜູນ ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ແຫ່​ງ​ຊາດໃນ​ເມື່ອ​ກ່ອນ ກໍ​ຄື​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​​ຂອງ​ລາວໃນ​ປັດ​ຈຸ​ບັນ.

   

------------------------------------------//-------------------------------------------------

  

  

  

20240314 Lao Am to VN 1

20240314 Lao Am to VN 2

20240314 Lao Am to VN 3

  

  

ໃນຕອນ​ແລງຂອງວັນທີ 14 ມີ​ນາ 2024, ທີ່ສຳ​ນັກ​ງານ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ   ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ສະ​ຫາຍ ນາງ ຄໍາເພົາ ເອີນທະວັນ    ເອ​ກອັກຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ   ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ຫວຽດ​ນາມ ພ້ອມ​ຄະ​ນະ  ໄດ້ເຂົ້າຢ້ຽມ​ຂ່ຳ​ນັບ​​ສະ​ຫາຍ ນາງ ເຈືອງ ຖິ ມາຍ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໃນ​ໂອ​ກາດ​ທີ່​​​ສະ​ຫາຍໄດ້​​​ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດລາວ​ຄົນ​ໃໝ່ປະຈໍາ ສ​ສ ຫວຽດນາມ.

​         

​ສະ​ຫາຍ ນາງ ຄໍາເພົາ ເອີນທະວັນ ​ໄດ້​ນຳ​ເອົາ​ຄໍາຢື້​ຢາມ​ຖາມຂ່າວ ແລະ ຄໍາ​ອວຍ​ພອນ​ປີ​ໃໝ່​​ອັນ​ປະ​ເສີດ ຈາກການ​ນຳ​ພັກ​, ລັດ​ລາວ​ໄປ​ຍັງ​ການ​ນຳ​ພັກ, ລັດ​ຫວຽດ​ນາມ ແລະ ຈາກສະ​ຫາຍ ​ນາງ ສີ​ໃສ ລື​ເດດ​ມູນ​ສອນ ກໍາ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ມາ​ຍັງ​ສະ​ຫາຍ ນາງ ເຈືອງ ຖິ ມາຍ ແລະ ຄະ​ນະ. ໃນ​ໂອ​ກາດ​ນີ້, ສະ​ຫາຍ​ທູດ​​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ການ​ຕ້ອນ​ຮັບ​​ອົບ​ອຸ່ນ, ​ສະ​ໜິດ​ສະ​ໜົມ​ຂອງ​ສະ​ຫາຍຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ສະ​ແດງ​ຄວາມ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​​ຕໍ່​ຜົນ​ສຳ​ເລັດຮອບ​ດ້ານ​ຂອງ​ຫວຽດ​ນາມ ​​​​ພາຍ​ໃຕ້ກາ​ນ​ນຳ​ພາ​​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມໂດຍ​ມີ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ ​ຝູ​ ຈ້ອງ ເປັນ​ຜູ້​ນຳ​ພາ​ໃນ​ໄລ​ຍະ​ຜ່ານ​ມາ. ໂດຍ​ສະ​ເພາະ​ແມ່ນການ​ພົວ​ພັນ​ຮ່ວມ​ມືກັບຕ່າງ​ປະ​ເທດ​ໂດຍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຢ່າງ​ຫ້າວ​ຫັນ ເຂົ້າ​ສູ່​ລວງ​ກວ້າງ ແລະ ເລິກ​ເຊິ່ງ, ການນຳຂັ້ນສູງ ພັກ-ລັດຫວຽດ​ນາມ ໄດ້ໄປເຄື່ອນໄຫວຢ້ຽມຢາມ, ເຮັດວຽກຢູ່ຫຼາຍປະເທດ ແລະ ກໍໄດ້ຕ້ອນຮັບການ​ມາຢ້ຽມຢາມ, ເຮັດວຽກຂອງຜູ້ນຳຫຼາຍປະເທດ ຊຶ່ງໄດ້ສະແດງເຖິງ ຖານະ ບົດບາດ ແລະ ຊື່ສຽງຂອງຫວຽດນາມ ນັບມື້ນັບພົ້ນເດັ່ນໃນເວທີພາກພື້ນ ແລະ ສາກົນ. ສຳ​ລັບ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ປ​ະ​ເທດ ລາວ ແລະ ຫວຽດ​ນາມ ແມ່ນນັບມື້ນັບຂະຫຍາຍຕົວ ແລະ ເລິກເຊິ່ງ, ພົ້ນ​ເດັ່ນ​ແມ່ນ​ການ​ພົບ​ປະ​ຂອງ​ສອງ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ໃນ​ທ້າຍ​ເດືອນ​ກຸມ​ພາ, ການ​ຢ້ຽມ​ຢາມ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ທະ​ວີ​ພາ​ຄີ ຄັ້ງ​ທີ 46 ທີ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ ລ້ວນ​ແຕ່ໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍບັນດາແຜນການຮ່ວມມືໃນໄລຍະຜ່ານມາ ແລະ ສືບຕໍ່ຊຸກຍູ້ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນການເຄື່ອນໄຫວໃນຕໍ່ໜ້າ.

  

ສະ​ຫາຍ ນາງ ເຈືອງ ຖິ ມາຍ ໄດ້ສະແດງ​ຄວາມ​ຊົມເຊີຍສະ​ຫາຍ ນາງ ຄໍາ​ເພົາ ເອີນ​ທະ​ວັນ ​​ທີ່ໄດ້ມາ​ດຳ​ລົງ ຕຳ​ແໜ່ງເປັນເອກອັກຄະລັດຖະທູດ​ລາວປະຈໍາ ສ​ສ ຫວຽດນາມ ແລະ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ຜູກ​ພັນ​ສະ​ໜິດ​ສະ​ໜົມ​ກັບ​​ຫວຽດ​ນາມ ບວກ​ໃສ່​ປະ​ສົບ​ປະ​ການ​ທາງ​ການ​ທູດ​, ສະ​ຫາຍ​ທູດ​ຈະ​ເຮັດ​ໜ້າ​ທີ່ທີ່​ພັກ, ລັດ​ ແລະ​ ປະ​ຊາ​ຊົນ​ລາວມອບ​ໝາຍໃຫ້​ສຳ​ເລັດ​ຜົນຢ່າງ​ພົ້ນ​ເດັ່ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ພິ​ເສດ​ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ໃຫ້​ນັບ​ມື້​ນັບກວ້າງ​ຂວາງ ແລະ ​​ເຂົ້າສູ່​ລວງ​ເລິກ. ສະ​ຫາຍ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູງ​ການ​ພັກ​ກອມ​ມູນິດ​ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ບົດ​ບາດ​ຂອງ​ສະ​ຖານ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ແລະ ຫວັງ​ວ່າ ສະ​ຖານ​ທູດ​ລາວ​ຈະ​ເປັນ​ຂົວ​ຕໍ່​ຊ່ວຍ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແລກ​ປ່ຽນບົດ​ຮຽນ, ​ຂໍ້​ມູນ​ຂ່າວ​ສານ, ຊ່ວຍ​ເຫຼືອ​ກັນ ແລະ ພ້ອມ​ກັນ​ພັດ​ທະ​ນາ. ພ້ອມ​ດຽວ​ກັນ​ນີ້, ສະ​ຫາຍ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ກາ​ນ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ລາວ​ໃນ​ໄລ​ຍະ​ຜ່ານ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ ແລະ ຢັ້ງ​ຢືນ​ວ່າ​ ຈະ​​ຄຽງ​ຄູ່​ກັບ​ລາວ ​ຮັກ​ສາ ແລະ   ​ເສີ​ມຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບອັນ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ​ໃຫ້​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ​ໄປ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດວຽກ​ງານ ແລະ ຖ່າຍ​ທອດ​ໃຫ້​ຄົນ​ຮຸ່ນຫຼັງ​ໄດ້​ສືບ​ທອດ​ຕໍ່​ໄປ.

  

ໃນໂອກາດດຽວ​ກັນນີ້, ສະ​ຫາຍ​ທູດ​ຍັງ​ໄດ້ຕາງໜ້​າໃຫ້ ພັກ, ລັດ ແລະ ປະຊາຊົນລາວບ​ັນ​ດາ​ເຜົ່າ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ ສ​ປ​ປ ລາວ ໃນ​ໄລ​ຍະ​ຜ່ານ​ມາ ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ​ເຂົ້າ​ໃນການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ  ແລະ ການຮ່ວມມືຮອບດ້ານ ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ​ລາ​ວ - ຫວຽດ​ນາມ ແລະ ​​ຢືນ​ຢັນວ່າ ຈ​ະສືບ​ຕໍ່​ເປັນ​ຂົວ​ຕໍ່ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ດັ່ງ​ກ່າວນີ້​ໃຫ້​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ.

     

----------------------------------------//----------------------------------------------

  

  

  

20240315 Lao Am to VN 1

20240315 Lao Am to VN 2

  

  

ໃນ​ວັນ​ທີ 15 ມີ​ນາ 2024, ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ ເອ​ກະ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນ​າດ​ເຕັມ​ ແຫ່ງ ສ​ປ​ປ ລາວ ປະ​ຈຳ​ ສ​ສ ຫວຽດ​ນາມ ໄດ້ເຂົ້າຢ້ຽມ​ພົບ​ປະ ທ່ານ ຟານ ແອັງ ເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ທີ່ ​ນະ​ຄອນຫຼວງຮ່າ​ໂນ້ຍ, ສ​ສ ຫວຽດ​ນາມ.

   

ໂດຍ​​ສອງ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​​​ ກ່ຽວກັບວິທີການ ກໍ່ຄື ທິດທາງການຮ່ວມມື ເພື່ອຊຸກຍູ້ ແລະ ເສີມຂະຫຍາຍ ການພົວພັນຮ່ວມມື ໃນຂອບ​ການ​ທູດ​ປະ​ຊາ​ຊົນ ໃຫ້ນັບມື້ນັບ ກວ້າງຂວາງ ແລະ ເລິກເຊິ່ງກວ່າເກົ່າ.

  

--------------------------------------------------//-----------------------------------------------------

   

  

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486084
ມື້ນີ້0
ມື້ວານ215
ອາທິດນີ້1120
ເດືອນນີ້5389