ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຈໍາປີຄັ້ງທີ XIX ຂອງຄະນະກຳມະການຊາຍແດນຮ່ວມ ລາວ-ຈີນ

    

          ໃນວັນທີ 20 ມີນາ 2024, ທີ່ ນະຄອນຈູຫາຍ, ແຂວງກວາງຕຸ້ງ, ສປຈີນ ໄດ້ຈັດກອງປະຊຸມ ຄັ້ງທີ XIX ລະຫວ່າງ ຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ; ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ອານຸສິນ ຂັດຕິຍະລາດ, ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ,​ ກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນໍາໂດຍ ທ່ານ ຊຸ່ນ ລູຊານ, ທີ່ປຶກສາກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ. ໂດຍມີຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຈາກສູນກາງ ແລະ ບັນດາແຂວງ ຈາກແຂວງທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມຢ່າງພ້ອມພຽງ.

 

          ກອງປະຊຸມໄຂຂຶ້ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XVIII ແລະ ການປະຕິບັດສັນຍາ ວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ທີ່ໄດ້ລົງນາມຮ່ວມກັນໃນວັນທີ 23 ສິງຫາ 2011.

 

          ການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະໜຶ່ງປີຜ່ານມາເຫັນວ່າ ບັນດາເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ. ໄດ້ເປັນເຈົ້າການຫ້າວຫັນປະກອບສ່ວນສໍາຄັນເຂົ້າໃນວຽກງານຄຸ້ມຄອງຊາຍແດນ, ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ ເຊິ່ງໄດ້ເປັນການປະກອບສ່ວນ ອັນໃຫຍ່ຫຼວງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ, ຄວາມສາມັກຄີຖານບ້ານໃກ້ເຮືອນຄຽງ, ສະຫາຍອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລາວ-ຈີນ. ໄດ້ສ້າງໃຫ້ບໍລິເວນຊາຍແດນຂອງ ລາວ-ຈີນ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

 

          ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເອກະພາບກັນໃນການວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ເພື່ອປະຕິບັດວຽກງານຊາຍແດນໃຫ້ມີປະສິດທິພາບເພີ່ມຂຶ້ນເລື້ອຍໆ, ເປັນຕົ້ນແມ່ນໄດ້ມອບໃຫ້ເຈົ້າໜ້າທີ່ຊາຍແດນຂອງສູນກາງ ແລະ ທ້ອງຖິ່ນທັງສອງປະເທດສືບຕໍ່ເອົາໃຈໃສ່ໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ກວດກາລາດຕະເວນຮ່ວມກັນສອງຟາກຊາຍແດນເປັນປະຈໍາ, ຍົກສູງວຽກງານການຄຸ້ມຄອງຊາຍແດນ, ຫຼັກໝາຍຊາຍແດນ ແລະ ດ່ານຊາຍແດນ. ເພີ່ມທະວີເອົາໃຈໃສ່ວຽກງານການໂຄສະນາເຜີຍແຜ່ນະໂຍບາຍ ແລະ ກົດໝາຍຊາຍແດນໃຫ້ແກ່ບັນດາພໍ່ແມ່ປະຊາຊົນ ທີ່ດໍາລົງຊີວິດຢູ່ບໍລິເວນສອງຟາກຊາຍແດນ ລາວ-ຈີນ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ຈະແຈ້ງຕໍ່ລະບຽບກົດໝາຍຊາຍແດນ ແລະ ມີສ່ວນຮ່ວມເປັນເຈົ້າການປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນ, ສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ, ການຄ້າຊາຍແດນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານແດນ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ປະຊາຊົນຢູ່ລຽບຕາມຊາຍແດນ ມີການພັດທະນາ, ຄ້າຂາຍ, ໄປມາຫາສູ່ ແລະ ທໍາມາຫາກິນຮ່ວມກັນ.

 

          ໃນໂອກາດດຽວກັນນີ້, ຄະນະຜູ້ແທນທັງສອງຝ່າຍຍັງໄດ້ໄປຢ້ຽມຢາມທັດສະນະສຶກສາການປະຕິບັດວຽກງານການກວດກາ “ປະຕູດຽວ” ຢູ່ດ່ານ Heng Qing ລະຫວ່າງ ນະຄອນຈູຫາຍ ແລະ ເຂດປົກຄອງພິເສດມາເກົາ ເພື່ອຈະເອົາມາສຶກສາຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດ ຢູ່ດ່ານຊາຍແດນ ລາວ-ຈີນ ໃຫ້ມີຄວາມສະດວກດີຂຶ້ນ.

 

          ກອງປະຊຸມໄດ້ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນທ່າມກາງບັນຍາກາດອັນສະຫງ່າລາສີ ແຫ່ງ ສາຍພົວພັນມິດຕະພາບ ຄູ່ຮ່ວມຊາຕາກໍາ ບົນພື້ນຖານຈິດໃຈ 4 ດີຄື: ຖານບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ທີ່ນັບມື້ຍິ່ງໄດ້ຮັບການເພີ່ມພູມຄູນສ້າງ,​ ແຕກດອກອອກຜົນ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486085
ມື້ນີ້1
ມື້ວານ215
ອາທິດນີ້1121
ເດືອນນີ້5390