ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກິດຈະກຳສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2024 ເພື່ອສະເຫຼີມສະຫຼອງການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 8 ປີ (23 ມີນາ 2016-23 ມີນາ 2024)

 

WhatsApp Image 2024 03 22 at 35130 PM

  

 

ໃນວັນທີ 23 ມີນາ ຂອງທຸກໆປີ ບັນດາປະເທດສະມາຊິກ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ     (ກໍາປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ສສ. ຫວຽດນາມ) ໄດ້ຈັດກິດຈະກໍາສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນໃນທ້າຍເດືອນມີນາ ຂອງທຸກໆປີ ເພື່ອເປັນການສະເຫຼີມສະຫຼອງການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຊິ່ງໃນປີ 2024,

ສປປ ລາວ ກໍໄດ້ຈັດກິດຈະກໍາສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂຶ້ນຮ່ວມກັບສໍານັກງານຜູ້ຕາງໜ້າຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳ ສປປ ລາວ ໂດຍປະກອບມີ 2 ກິດຈະກຳຄື: ໄດ້ເຜີຍແຜ່ບົດຄວາມ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເພື່ອເປັນການສະແດງຄວາມຊົມເຊີຍ ແລະ ອວຍພອນຕໍ່ການສ້າງຕັ້ງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 8 ປີ, ພ້ອມດຽວກັນນັ້ນ,​ ກະຊວງການຕ່າງປະເທດ ກໍໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ” ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແລະ ທ່ານ ປອ. ສົມເດດ ແກ້ວວົງສັກ, ຮອງຄະນະບໍດີ ຄະນະນິຕິສາດ -ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍ ທ່ານ DU Changqing, ຫົວໜ້າພະແນກການເມືອງ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນວັນທີ 22 ມີນາ 2024 ທີ່ ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ໃນນີ້,​ ໄດ້ມີຜູ້ຕາງໜ້າຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ,​ ບັນດາຄູອາຈານ ແລະ ນັກສຶກສາ ຈາກຄະນະນິຕິສາດ ແລະ ລັດຖະສາດ ພ້ອມທັງພະນັກງານກົມເສດຖະກິດ, ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເປັນໂອກາດອັນດີໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາ ໄດ້ແລກປ່ຽນຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ລວມທັງວຽກງານການຕ່າງປະເທດ ແລະ ນະໂຍບາຍການເຊື່ອມໂຍງພາກພື້ນ ແລະ ສາກົນຫຼາຍຂຶ້ນ ເພື່ອສາມາດນຳໄປເປັນຂໍ້ມູນໃນການເຮັດບົດຄົ້ນຄວ້າຕ່າງໆ ແລະ ສືບຕໍ່ປະກອບສ່ວນຈັດຕັ້ງຜັນຂະຫຍາຍການຮ່ວມມືດັ່ງກ່າວໃນຕໍ່ໜ້າ.

 

 

WhatsApp Image 2024 03 22 at 35130 PM 1

  

 

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນໂອກາດກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງປະຖົມມະເລິກ ໃນວັນທີ 23 ມີນາ 2016 ທີ່ ເມືອງ ຊານຢາ, ສປ ຈີນ. ໃນນີ້, ປະກອບມີປະເທດສະມາຊິກທັງໝົດ 6 ປະເທດ: ກໍາປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ຈຸດປະສົງຂອງການສ້າງຕັ້ງຂອບການຮ່ວມມືດັ່ງກ່າວແມ່ນເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາການເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ້ງຫວັງຂອງບັນດາປະເທດໃນອະນຸພາກພື້ນ ບົນພື້ນຖານ 3 ເສົາຄໍ້າຄື: ການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການພັດທະນາແບບຍືນຍົງ, ແລະ ສັງຄົມ-ວັດທະນະທໍາ ແລະ ການແລກປ່ຽນລະຫວ່າງປະຊາຊົນ ແລະ ລົງເລິກ 5 ຂົງເຂດ ຄື: ການເຊື່ອມຈອດ, ຄວາມອາດສາມາດດ້ານການຜະລິດອຸດສາຫະກໍາ, ເສດຖະກິດຂ້າມຊາຍແດນ, ການຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ ແລະ ກະສິກໍາ ແລະ ການຫຼຸດຜ່ອນຄວາມທຸກຍາກ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486082
ມື້ນີ້213
ມື້ວານ168
ອາທິດນີ້1118
ເດືອນນີ້5387