ໃນວັນທີ 21 ມີນາ 2024, ທີ່ສຳນັກງານ ສະຖານເອກອັກຄະລັດຖະທູດລາວປະຈຳ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຕ້ອນຮັບສະຫາຍ ຫງວຽນ ມິງ ເຕິມ, ຮອງຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ເຂົ້າອວຍພອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955 – 22 ມີນາ 2024).
ສະຫາຍ ຫງວຽນ ມິງ ເຕິມ ໄດ້ນຳເອົາດອກໄມ້ ແລະ ຈົດໝາຍພອນອັນປະເສີດຈາກຜູ້ນຳ ພັກ, ລັດຖະບານ ຫວຽດນາມ ເຖິງຜູ້ນຳ ພັກ, ລັດຖະບານລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ. ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ຕະຫຼອດ 69 ປີຜ່ານມາ ຊຶ່ງໄດ້ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ຄວາມເປັນອິດສະຫຼະພາບມາສູ່ປະຊາຊົນ ເຖິງຈະພົບຄວາມຫຍຸ້ງຍາກ ແຕ່ກໍໄດ້ຮັບໄຊຊະນະອັນສະຫງ່າລາສີ. ພິເສດແມ່ນ 37 ປີ ແຫ່ງການປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍໄດ້ມີຜົນສຳເລັດອັນໃຫຍ່ຫຼວງ, ເສດຖະກິດມີການຂະຫຍາຍຕົວດີຂຶ້ນ, ມີສະຖຽນລະພາບທາງດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບມີຄວາມໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ມີຖານະບົດບາດໃນເວທີພາກພື້ນ ແລະ ສາກົນ. ສະຫາຍຍັງເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດເປັນແກນນຳ ຈະເຮັດໃຫ້ປະເທດຊາດສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ພິເສດປີ 2024 ນີ້ ລາວຈະເຮັດສຳເລັດໜ້າທີ່ເປັນປະທານອາຊຽນໄດ້ຢ່າງຈົບງາມ.
ໃນໂອກາດນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ສະແດງຄວາມຊົມເຊີຍຕໍ່ສະຫາຍ ຫງວຽນ ມິງ ເຕິມ ທີ່ໄດ້ຮັບໜ້າທີ່ໃໝ່ ເປັນຮອງຫົວໜ້າຄະນະພົວພັນຕ່າງປະເທດສຸນກາງພັກກອມມູນິດຫວຽດນາມ ແລະ ສະແດງຄວາມຂອບໃຈຕໍ່ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ນຳເອົາຄຳອວຍພອນອັນອົບອຸ່ນຈາກຜູ້ນຳ ພັກ, ລັດຖະບານຫວຽດນາມ ເຖິງຜູ້ນຳ ພັກ, ລັດຖະບານລາວ ໃນໂອກາດວັນສຳຄັນນີ້ຂອງພັກປະຊາຊົນປະຕິວັດລາວ. ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຕົ້ນກຳເນີດຈາກພັກກອມມູນິດອິນດູຈີນຮ່ວມກັນ ຊຶ່ງຍາມໃດສອງພັກກໍໄດ້ຊ່ວຍເຫຼືອ, ຊຸກຍູ້, ສະໜັບສະໜູນເຊິ່ງກັນແລະກັນຕະຫຼອດມາ. ສາຍພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແມ່ນເປັນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຊຶ່ງເປັນການພົວພັນທີ່ມີໜຶ່ງບໍ່ມີສອງຢູ່ໃນໂລກ. ສະຫາຍທູດຢືນຢັນວ່າ ຈະສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ທີ່ດີໃຫ້ແກ່ທຸກຂະແໜງການລະຫວ່າງສອງປະເທດ ເພື່ອເພີ່ມທະວີສາຍພົວພັນອັນພິເສດນີ້ເຂົ້າສູ່ລວງເລິກ ແລະ ລວງກວ້າງ ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນ.