ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ບັນດາແຂວງພາກໃຕ້ຫວຽດນາມ

 

LAV b th thnh y HCM

 

ໃນໂອ​ກາດ​ດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຄົນ​ໃໝ່, ສະ​ຫາຍ ນາງ ຄໍາເພົາ ເອີນທະວັນ ພ້ອມດ້ວຍຄະນະຈາກ ສະຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ແລະ ສະຖານກົງສູນໃຫຍ່ລາວ ທີ່ ນະຄອນໂຮ່ຈີມິນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ບັນດາແຂວງພາກໃຕ້ຂອງຫວຽດນາມ ນັບ​ແຕ່​ວັນ​ທີ 25-30 ມີນາ 2024.

LAV 5

 

ໃນໂອກາດນີ້, ສະຫາຍເອກອັກຄະລັດຖະທູດພ້ອມຄະນະ ໄດ້​ເຂົ້າ​ຢ້ຽມຂ່ຳນັບ​ ແລະ ພົບປະກັບ ສະຫາຍ ຫງວຽນ ວັນ ເນນ, ກໍາມະການກົມການເມືອງສູນກາງພັກ, ເລຂາພັກນະຄອນໂຮ່ຈີມິນ; ສະຫາຍ ຟານ ວັນ ໝາຍ, ກໍາມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ​ໂຮ່ຈິ​ມິນ; ສະ​ຫາຍ ​ດວ່ານ ແອັງ ຢຸງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບິ່ງຖວັນ; ສະຫາຍ ຫງວຽນ ວັນ ເຖາະ, ຮອງເລຂາກພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບ່າ​ເລຍ​-ວຸ້ງ​ເຕົ່າ; ສະຫາຍ ຫວໍ ເຕີນ ດຶກ, ກໍາມະການຄະນະປະຈໍາພັກແຂວງ, ຮັກສາການປະທານຄະນະກໍາມະການປະຊາຊົນແຂວງດົ່ງນາຍ ​ແລະ ສະຫາຍ ​ຫວໍ ວັນ ມິງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງບິ່ງເຢືອງ.

 

LaoAmWorkingVisitVietnamSector 3

 

ໃນການເຂົ້າຢ້ຽມຂໍ່ານັບ ແລະ ພົບປະຄັ້ງນີ້, ບັນດາການ​ນຳ​ແຕ່ລະ​ແຂວງ ກໍໄດ້ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ນາງ ຄໍາເພົາ ເອີນທະວັນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຊິ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນລາວບັນ​ດາ​ເຜົ່າທີ່ມີຕໍ່ສະຫາຍ ພ້ອມທັງໄດ້ລາຍງານສະພາບການພາຍໃນຂອງແຂວງ ເປັນຕົ້ນແມ່ນ ວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນການພົວພັນຮ່ວມມືກັບບັນດາແຂວງ​ຕ່າງໆຂອງລາວ ​ຊຶ່ງ​ໃນ​ໄລ​ຍະ​ຜ່ານ​ມາ​ກໍໄດ້ຮັບການເພີ່ມພູນຄູນ​ສ້າງ ແລະ ມີຜົນສຳເລັດ​ເປັນ​ກ້າວໆ. ນອກຈາກນັ້ນ, ຍັງໄດ້ມີການແລກປ່ຽນຂໍ້ສະເໜີຕ່າງໆຮ່ວມກັນ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມືສອງຝ່າຍ, ຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດ ໃຫ້ມີການພົວພັນຮ່ວມມືດ້ານການຄ້າ-ການລົງທຶນ ແລະ ສະເໜີໃຫ້​ນັກ​ສຶກສາລາ​ວມາ​ສຶກສາທີ່​ພາກ​ໃຕ້​ໂດຍ​ສະພາະ​ແມ່ນຂະ​ແໜ່​ງກະສິກຳ, ສາທາລະນະ​ສຸກ  ແລະ ການບໍລິການ-ທ່ອງທ່ຽວ; ພ້ອມ​ທັງ​ສະ​ເໜີ ໃຫ້ຈັດ​ກິດຈະກຳ​ຮ່ວມ​ກັນ​ເພື່ອ​ສົ່ງ​ເສີມ​ວັດທະນະ​ທຳ​ຂອງ​ສອງ​ປະ​ເທດ​ເຮັດ​ໃຫ້​ຄົນ​ຮຸ່ນ​ໜຸ່ມ​​ໄດ້ສຶບທອດ​ມູນ​ເຊື້ອສາຍ​ພົວພັນ​ມິດຕະພາບ​ຫວຽດນາມ-ລາວ, ລາວ-ຫວຽດນາມ ​ແລະ ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືຂອງຄະນະຜູ້ແທນການນໍາຂັ້ນສູງຂອງພັກ-ລັດຂອງ 2 ປະເທດພວກເຮົາ ໃຫ້ມີການແລກປ່ຽນການຢ້ຽມຢາມ ແລະ ທັດສະນະສຶກສາບັນດາແຂວງພາກໃຕ້ ຂອງຫວຽດນາມ. ພ້ອມນັ້ນ, ບັນດາການນໍາແຕ່ລະແຂວງຍັງໃຫ້ການຍືນຍັນວ່າ ພ້ອມ​ທີ່ຈະສ້າງທຸກເງື່ອນໄຂ ເພື່ອອຳນວຍຄວາມສະດວກໃຫ້ສະຫາຍ ເອກອັກຄະລັດຖະທູດລາວ ໃນໄລຍະທີ່ສະຫາຍມາດຳລົງຕໍາແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ, ເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ - ລາວ, ລາວ - ຫວຽດນາມ ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ພາກ​ໃຕ້ ​ແລະ ​ແຂວງ​ແຮກ​ສ່ຽວຂອງ ສປປ ລາວ ໃຫ້ນັບມື້ແຕກດອກອອກຜົນ.

 

LAV 4

 

ນອກຈາກນີ້, ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍັງໄດ້ພົບປະໂອ້ລົມກັບບັນດານັກສຶກສາລາວ ທີ່ກໍາລັງສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາສະຖາບັນການສຶກສາຕ່າງໆຂອງນະຄອນໂຮ່ຈີມິນ, ແຂວງບິ່ງເຢືອງ ແລະ ແຂວງດົ່ງນາຍ ໂດຍສະຫາຍ ເອກອັກຄະລັດຖະທູດ ກໍໄດ້ເນັ້ນໜັກບັນຫາຄຸນນະພາບການສຶກສາ, ເພີ່ມທະວີຄວາມສາມັກຄີລະຫວ່າງນ້ອງນັກສຶກສາຄຽງຄູ່ກັບການເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ ກໍຄືລະບຽບຂໍ້ກຳນົດຕ່າງໆຂອງສະຖາບັນການສຶກສາວາງອອກຢ່າງເຂັ້ມງວດ. ພ້ອມນັ້ນ, ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ແລະ ໄຫວ້ເຄົາລົບບູຊາ ປະທານໂຮ່ຈີມິນ ຢູ່ຫໍພິພິທະພັນປະທານໂຮ່ຈີມິນ ຂອງແຂວງບິ່ງຖວັນ; ຢ້ຽມຢາມອະນຸສາວະລີໂຮງຮຽນ ດຶກ ແທັງ ເຊິ່ງເປັນຫຼັກຖານທາງປະຫວັດສາດກ່ຽວກັບແນວຄິດ ແລະ ຄວາມມຸ້ງຫວັງອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ ໃນພາລະກິດປົດປ່ອຍຊາດ ຢູ່ແຂວງບິ່ງຖວັນ; ອ່າງນໍ້າ ຝານຖຽດ ທີ່ອອກແບບໂດຍ ປະທານ ສຸພານຸວົງ ແລະ ເປັນສັນຍາລັກຂອງແຂວງບິ່ງຖວັນ; ຢ້ຽມຊົມປາສາດເຫຼົ້າວາຍ ແລະ ພູທະເລຊາຍ ຫມຸຍແນ່, ແຂວງບິ່ງຖວັນ; ຢ້ຽມຢາມຫໍພິພິທະພັນ ແລະ ພະລາດຊະວັງຂາວ ແຂວງບ່າເລຍ-ຫວຸ້ງເຕົ່າ; ຢ້ຽມຊົມໂຄງການອະສັງຫາລິມະຊັບ Aqua City ເຊິ່ງເປັນຮູບແບບຕົວເມືອງນິເວດສະຫຼາດ ຂອງແຂວງດົ່ງນາຍ ຕັ້ງຢູ່ທາງທິດຕາເວັນອອກຂອງນະຄອນໂຮ່ຈີມິນ; ແລະ ຢ້ຽມຢາມສໍານັກງານອົງການພຸດທະສາສະໜາສໍາພັນ ແຂວງບິ່ງເຢືອງ.

 

LAV 6LAV

 

ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງບັນດາການ​ນຳນະຄອນໂຮ່ຈີມິນ, ແຂວງບິ່ງຖວັນ, ແຂວງບ່າເລຍ-ຫວຸ້ງເຕົ່າ, ແຂວງດົ່ງນາຍ ແລະ ແຂວງບິ່ງເຢືອງ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ເຊິ່ງເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງ ພ້ອມທັງກ່າວວ່າ ໃນຖານະມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍກົງສູນໃຫຍ່ຢູ່ນະຄອນໂຮ່ຈີມິນ ກໍພ້ອມແລ້ວທີ່ຈະສືບຕໍ່ເປັນຂົວຕໍ່ທີ່ດີ ແລະ ເປັນຜູ້ປະສານງານທີ່ສຳຄັນ ໃຫ້ແກ່ບັນດາແຂວງ, ນະຄອນ ຂອງ ສສ ຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືກັບບັນດາແຂວງທ້ອງຖິ່ນ ຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຈະທຸ້ມເທເຫື່ອແຮງ ແລະ ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດສອງຊາດລາວ-ຫວຽດນາມ ໃຫ້ຈະເລີນແຕກດອກອອກຜົນຍິ່ງໆຂຶ້ນ ພ້ອມທັງສະແດງຄວາມຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ພັກ, ລັດ ແລະ ປະຊາຊົນລາວ ຕະຫຼອດມາ ໂດຍສະເພາະແມ່ນນະຄອນໂຮ່ຈີມິນ, ແຂວງບິ່ງເຢືອງ, ແຂວງດົ່ງນາຍ ແລະ ແຂວງບ່າເລຍ-ຫວຸ້ງເຕົ່າ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາແຂວງແຮກສ່ຽວຂອງລາວຕະຫຼອດມາ, ພິເສດແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ. ນອກຈາກນີ້, ສະຫາຍເອກອັກຄະລັດຖະທູດ ກໍໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ, ນະຄອນ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງຊາດບັນລຸເກີນຄາດໝາຍທີ່ວາງໄວ້, ເປັນແຂວງໜຶ່ງໃນບັນດາແຂວງ-ນະຄອນຂອງຫວຽດນາມ ທີ່ມີລະດັບການຂະຫຍາຍຕົວເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ.

 

ໂອກາດ​ນີ້ສະຫາຍ ນາງ ຄໍາເພົາ ເອີນທະວັນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຮອບດ້ານບັນດາ​ແຂວງ​ພາກ​ໃຕ້ຂອງຫວຽດນາມ ທັງໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງຕໍ່  ພັກ-ລັດ, ບັນດາ​ແຂວງ​ພາກ​ໃຕ້ຫວຽດນາມ ກໍຄືຂອງປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະ  ໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ ພັກ - ລັດຖະບານ ແລະ ປະຊາຊົນລາວ ຕະຫຼອດມາ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486546
ມື້ນີ້100
ມື້ວານ142
ອາທິດນີ້208
ເດືອນນີ້5851