ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3

lmc e

ໃນວັນທີ 24 ກຸມພາ 2016, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ເມືອງສັນຢາ, ແຂວງໄຫຫນານ, ສປ ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫລິວ ເຈິນໝິງ (Liu Zhenmin), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ ວິທະວັດ ສີວິຫົກ, ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດໄທ ແລະ ມີເຈົ້າໜ້າທີ່ອາວຸໂສ ຈາກ ກະຊວງການຕ່າງປະເທດ ຂອງ 6 ປະເທດ: ກຳປູ​ເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.

​ ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອ ກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1. ໃນນັ້ນ ກອງປະຊຸມໄດ້ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ຮ່າງຖະແຫລງການສັນຢາ ຂອງກອງປະຊຸມຜູ້ນໍາຄັ້ງທີ 1 (Sanya Declaration of the 1st Leaders Meeting), ຖະແຫລງການຮ່ວມວ່າດ້ວຍ ການຮ່ວມມືດ້ານການສ້າງຄວາມອາດສາມາດໃນການຜະລິດ (Joint Statement on Production Capacity among Lancang Mekong Countries) ແລະ ບັນຊີຮ່ວມໂຄງການເຫັນຜົນໄດ້ໄວ. ກອງປະຊຸມໄດ້ເຫັນດີໃນດ້ານຫລັກການ ຕໍ່ບັນດາຮ່າງເອກະສານ ຂອງ ຂອບການຮ່ວມມືດັ່ງກ່າວ ເພື່ອນໍາສະເຫນີ ຕໍ່ ກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1 ພິຈາລະນາຮັບຮອງເອົາ.

ໃນໂອກາດດຽວກັນ ຄະນະຜູ້ແທນກອງປະຊຸມ ໄດ້ເຂົ້າພົບປະ ທ່ານ ຫລິວ ສຶກຸ້ຍ (Liu Cigui), ເຈົ້າແຂວງໆໄຫຫນານ ແລະ ໄດ້ໄປຢ້ຽມຢາມສະຖານທີ່ຈັດກອງປະຊຸມຜູ້ນໍາ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 1, ເຊິ່ງຈະຈັດຂຶ້ນໃນວັນທີ 22-23 ມີນາ 2016 ທີ່ ສັນຢາ, ໄຫຫນານ, ສປ ຈີນ.

ສປປ ລາວ ເຫັນວ່າ ຂອບ​ການ​ຮ່ວມ​ມື ​ແມ່​ນໍ້າຂອງ-​ແມ່​ນໍ້າລ້ານ​ຊ້າງ ຊຶ່ງແມ່ນຂອບການຮ່ວມມື ທີ່ຫາກໍ່ສ້າງຕັ້ງໃນປີ 2015 ທີ່ຜ່ານມາ ຈະນໍາເອົາຜົນປະໂຫຍດ ມາສູ່ 6 ປະເທດອະນຸພາກພື້ນແມ່ນໍ້າຂອງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສັນຕິພາບ ແລະ ຮັດແຫນ້ນ ການພົວພັນຮ່ວມມື ລະຫວ່າງ 6 ປະເທດແມ່ນໍ້າຂອງໃຫ້ຫລາຍຍິ່ງຂຶ້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486033
ມື້ນີ້164
ມື້ວານ168
ອາທິດນີ້1069
ເດືອນນີ້5338