ໃນວັນທີ 19 ກຸມພາທີ່ຜ່ານມານີ້, ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກໄທ ທີ່ ບາງກອກ ໄດ້ຈັດຕັ້ງການເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວໂດຍໃຫ້ກຽດເປັນປະທານຂອງ ທ່ານ ຫລີ ບຸນຄຳ້, ເອກອັກຄະລັດຖະທູດ, ມີຄະນະພັກ, ຄະນະນຳສະຖານທູດ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຫລາຍກວ່າ 30 ທ່ານ.
ທ່ານຫລີ ບຸນຄ້ຳ ໄດ້ຍົກໃຫ້ເຫັນເນື້ອໃນຈິດໃຈ ແລະ ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ເຊິ່ງໄດ້ມີການຮັບຮອງຢ່າງເປັນເອກະສັນບົດລາຍງານການເມືອງ, ວິໄສທັດຮອດປີ 2030, ຍຸດທະສາດການພັດທະນາ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII. ກອງປະຊຸມໄດ້ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຮອບດ້ານ ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຢຶດໝັ້ນການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫລັກການ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຍືນຍົງ ແລະ ກ້າວສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ຕອນຄໍ່າຂອງວັນທີ 20 ກຸມພາ, ສະຖານທູດລາວ ຍັງໄດ້ຈັດໃຫ້ມີກອງປະຊຸມປະຈຳປີ ຂອງສະມາຄົມນັກສຶກສາລາວ ກຸ່ມ ຈຸລາລົງກອນ ມະຫາວິທະຍາໄລ ຂຶ້ນທີ່ຫ້ອງ ປະຊຸມຂອງສະຖານທູດ ເຊັ່ນດຽວກັນ ໂດຍການເປັນປະທານ ຂອງ ທ່ານ ຫລີ ບຸນຄຳ້, ເອກອັກຄະລັດຖະທູດ. ກອງປະຊູມເຊິງມີນັກສຶກຈຳນວນທັງໝົດ 95 ຄົນຈາກກຸ່ມຈຸລາລົງກອນ ມະຫາວິທະຍາໄລເຂົ້າຮ່ວມ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວ ຂອງສະມາຄົມໃນ 1 ປີຜ່ານມາ ແລະ ແຜນການດຳເນີນງານໃນປີ 2016 ໂດຍມີການປະກອບຄຳເຫັນຂອງຜູ້ແທນກອງປະຊຸມ ແລະ ປ່ອນບັດຄັດ ເລືອກເອົາຄະນະສະມາຄົມຊຸດໃໝ່.
ໃນຕອນທ້າຍຜູ້ແທນກອງປະຊຸມໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ຫລີ ບຸນຄ້ຳ ໂດຍທ່ານໄດ້ຍົກໃຫ້ເຫັນບັນຫາສຳຄັນຫຼາຍປະເດັນເຊັ່ນ: ຜົນສຳເລັດກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດ ຄັ້ງທີ 10 ຂອງພັກ, ໝາກຜົນແຫ່ງການພັດທະນາ ເສດຖະກິດ-ສັງຄົມ ຂອງລາວເຮົາໃນໄລຍະຜ່ານມາ, ທິດທາງການພັດທະນາປະເທດໃນຕໍ່ໜ້າ, ຍົກໃຫ້ເຫັນສະພາບ ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ເພື່ອໃຫ້ພວກເຮົາມີສະຕິ. ນອກນັ້ນທ່ານຍັງເນັ້ນເຖິງຄວາມສຳຄັນໃນການໄປສຶກສາຮ່ຳຮຽນ ທີ່ຕ່າງປະເທດ, ການແຂ່ງຂັນ ແລະ ການເຊື່ອມໂຍງໃນອາຊຽນ ແລະ ການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດຮອບດ້ານເພື່ອຫຼ້ອນໜ້າທີ່ດັ່ງກ່າວໃນຕໍ່ໜ້າ ແລະ ຍາວນານ.