ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ພັກ ປປ ລາວ ຢ້ຽມຢາມຍີ່ປຸ່ນ

sounthone Japan1  sounthone Japan2

ໂດຍຕອບສະໜອງ​​ຕາມ​ການ​ເຊື້ອ​ເຊີນຂອງສູນກາງພັກກອມ​ມູ​ນິດ​ຍີ່​ປຸ່ນ, ຄະນະຜູ້ແທນ ​​ພັກປະຊາຊົນ ປະຕິວັດລາວ ນຳໂດຍ ​ສະ​ຫາຍ ປອ ນາງ ສູນ​ທອນ ໄຊ​ຍ​ະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ ປ​ປ ລາວ ພ້ອມດ້ວຍຄະນະ ໄດ້​​ໄປຢ້ຽມຢາມ ແລະເຮັດວຽກກັບພັກກອມມູນິດຍີ່ປຸ່ນ ແຕ່ວັນທີ 01-04 ມິ​ຖຸ​ນາ 2016.

ໃນ​ຕອນ​ບ່າຍຂອງ ​ວັນ​ທີ 02 ມິ​ຖຸ​ນາ 2016, ​ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ​ພ້ອມ​ຄະ​ນະ ໄດ້​​ເຂົ້າ​ຢ້ຽມ​ຂໍ່ານັບ ສະ​ຫາຍ ຊິອິກາຊູໂອະ, ປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນ. ໃນການພົບປະ, ສະຫາຍ ຫົວໜ້ານະພົວພັນຕ່າງປະເທດສູນກາງພັກ ໄດ້​ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວ ຂອງ ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປ​ປ ລາວ ເຖິງ ສະາຍຊິອິກາຊູໂອະ, ປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນ ແລະ ສະຫາຍ ຊິອິກາຊູໂອະ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວມາຍັງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ; ອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ​​ພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຍີ່ປຸ່ນ ໃນໄລທີ່ຜ່ານມາ ກໍ່ຄືປະຈຸບັນ; ເຫັນດີສືບຕໍ່ຮັກສາການໄປມາຫາສູ່ກັນ ລະຫວ່າງການນຳຂັ້ນຕ່າງໆຂອງສອງພັກນຳກັນ ຢ່າງເປັນປົກກະຕິ.

ສະຫາຍຊິອິກາຊູໂອະໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປປລາວແລະກອງປະຊຸມສະພາແຫ່ງຊາດສະໄໝທີ VIII ທີ່ໄດ້ໄຂຂຶ້ນໃນຕົ້ນປີ 2016 ຜ່ານມາດ້ວຍຜົນເລັດອັນຈົບງາມ ແລະ ເຊື່ອໜັ້ນວ່າພາຍໃຕ້ການຊີ້ນຳນຳພາຂອງພັກ ປປ ລາວ ອັມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກ ປປ ລາວ ເປັນແກນນຳນັ້ນຈະສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫລວງໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສຖະກິດ-ສັງຄົມ 5 ປີຄັ້ງທີ VIII ແລະນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຕາມເປົ້າໝາຍີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ ລາວໄດ້ວາງອອກ.

ສະຫາຍຊິອິກາຊູໂອະໄດ້ສະແດງຄວາມຂອບໃຈຕໍ່ພັກ ປປ ລາວ ທີ່ໄດ້ສົ່ງຄະນະ​​ຜູ້ແທນມາຢ້ຽຢາມ ແລະ ແລກປ່ຽນສະພາບການຕ່າງໆ ລະຫວ່າງ 2 ພັກ ໃນຄັ້ງນີ້, ເຊິ່ງເປັນການປະກອສ່ວນອັສຳຄັນເຂົ້າໃນການເພີ່ມທະວີສາຍພົພັນມິດຕະພາບອັນເປັນມູເຊື້ອ ລະຫວ່າງ ສອງພັກພວກເຮົາ ແລະ ທັງເປັນການຊຸກຍູ້ການພົວພັນດ້ານລັດຂອງສອງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວ​​ຍິ່ງໆຂຶ້ນ.

ສະຫາຍ ປອ ນາງ ສູນທອນໄຊຈັກ ໄດ້ສະແດງຄວາມ​​ຂອບໃຈ ຕໍ່ສູນກາງພັກກອມມູນິດຍີ່ປຸ່ນ ທີ່ໄດ້ສົ່ງໂທລະເລກອວຍພອນຜົນເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ສານຊົມເຊີຍມາຍັງສະຫາຍເລຂາທິການໃຫຍ່ບຸນຍັງວໍລະຈິດເນື່ອງໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫພັກ ລາວ;ໄດ້ຕີລາຄາສູງຕໍ່ການແລກປ່ຽນຄະນະຜູ້ແທນຂັ້ຕ່າງໆ ແລະ ການຮ່ວມມືລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຍີ່ປຸ່ນ ໃນໄລຍະຜ່ານມາ ກໍ່ຄື ໃນປະຈຸບັນ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະຫວ່າງ 2 ພັກ, ປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບຂະຫຍາຍຕົຂຶ້ນເລື້ອຍໆ.

ໃນເວລາຢູ່ຢ້ຽມຢາມຍີ່ປຸ່ນ, ຄະນະໄດ້​ພົບ​ປະເຮັດວຽກ​ກັບ ສະຫາຍ ຢາຊູໂອະ ໂອກາຕະ, ຮອງປະທານຄະນະກຳມະການບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຍີ່ປຸ່ນ,​ ເຊິ່ງການພົບປະເຮັດວຽກດັ່ງກ່າວໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບລະ​ຫວ່າງພັກລາວແລະພັກກອມມູນິດຍີ່ປຸ່ນ. ອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດ, ພ້ອມກັນແລກປ່ຽນຄຳຄິດ​​ເຫັນນຳກັກ່ຽວກັບການພົວພັນຮ່ວມມືລະຫວ່າງ ສອງພັກ ໃນ​ໄລ​ຍະ​ທີ່​ຜ່ານ​ມາກໍ່ຄືທິດທາງກາຮ່ວມືໃນຕໍ່ໜ້າແລະໃຫ້ທັດສະນະຕໍ່ສະພາບການພາກພື້ນແລະສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈ. ສອງຝ່າຍໄດ້ມີຄວາມເປັນເອກະພາບຈະສືບຕໍ່ຮ່ວມກັນເສີມຂະຫຍາຍສາພົວພັນ​ມິ​ດ​ຕະ​ພາບອັນເປັນມູນເຊື້ອ ແລະ ການຮ່ວມມື ລະ​ຫວ່າງ ສອງພັກໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂື້ນເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດກໍຄືເພື່ອພາລະກິດສັນຕິພາບ,ເອກະລາດ, ມິດຕະພາບແລະການຮ່ວມມືໃນພາກພື້ນແລະໃນໂລກ.

ນອກນັ້ນ, ໃນຕອນເຊົ້າ ຂອງ ັນທີ03 ມິຖຸນາ 2016, ສະຫາຍປອນາງ ສູນທອນ ໄຊຈັກ ພ້ອມດ້ວຍຄະນະຍັງໄດ້ພົບປະເຮັດວຽກກັບພະທ່ານ ຕາເກໂອະ ກາວາມູລະ, ປະທານຄະນະກຳມະການເລືອກຕັ້ງຂອງພັກເສລີປະຊາທິປະໄຕຍີ່ປຸ່ນ (ທີ່​ເປັນ​ພັກ​ກຳ​ອຳ​ນາດ), ປະ​ທານສະພາສະມາຄົມມິດຕະພາບ ລາວ​-ຍີ່ປຸ່ນ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ພົບໃນ​ນາມ​ເປັນ​ຄະ​ນະ​ຜູ້​ແທນ​ສາຍ​ພັກ ເຊິ່ງ​ທັງ​ສອງ​ຝ່າຍ ໄດ້​ແຈ້ງ​ໃຫ້​ກັນ​ຊາ​ບ​ສະ​ພາບ​ການ​ອັນ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ແຕ່​ລະ​ປະ​ເທດ ແລະ ຕີລາ​ຄາ​ວ່າ ການ​ເລີ່ມ​ຕົ້ນ​ການ​ພົວ​ພັນ​ດ້ານ​ພັກ ນີ້ ຈະເປັນ​ການ​ຊຸກ​ຍູ້​ການ​ພົວ​ພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ 2 ປະ​ເທດ ລາວ-ຍີ່​ປຸ່ນ ໃຫ້​ນັບ​ມື​້​ນັບໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງບໍ່​ຢຸດຢັ້ງ.

ໃນໄລະຢູ່ຢ້ຽມຢາມ, ສະຫາຍປອ ນາງ ສູນທອນ ໄຊຈັກ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມ​ຢາມ​ສະ​ຖານ​ທີ່​ສຳ​ຄັນທາງປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຈຳ​ນວນ​ໜຶ່ງ ຢູ່ນະຄອນຫລວງໂຕກຽວ ຂອງຍີ່ປຸ່ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486398
ມື້ນີ້94
ມື້ວານ220
ອາທິດນີ້60
ເດືອນນີ້5703