ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນພັກ ປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 37 ຂອງພັກກອມມູນິດຝຣັ່ງ

 

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພັກກອມມູນິດຝຣັ່ງ, ຄະນະຜູ້ແທນພັກ ປະຊາຊົນ ປະຕິວັດລາວ ນຳໂດຍ ສະຫາຍ ສົມພອນ ສີຈະເລີນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 37 ຂອງພັກກອມມູນິດຝຣັ່ງ, ຊຶ່ງໄດ້ຈັດຂຶ້ນແຕ່ວັນທີ 2-5 ມິຖຸນາ 2016, ທີ່ ນະຄອນຫຼວງປາຣີ, ສາທາລະນະລັດ ຝຣັ່ງ.

 

ກອງປະຊຸມໃຫຍ່ ຄັ້ງທີ 37 ຂອງພັກກອມມູນິດຝຣັ່ງ ເປັນເຫດການການເມືອງທີ່ມີຄວາມໝາຍສຳຄັນໃນຊີວິດການເມືອງຂອງພັກກອມມູນິດ ແລະ ຊາວຜູ້ອອກແຮງງານຝຣັ່ງ, ກອງປະຊຸມໃຫຍ່ໄດ້ໄຂຂຶ້ນໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນທີ່ຜັນແປໄປຢ່າງສັບສົນ. ກອງປະຊຸມໃຫຍ່ ໄດ້ສະຫຼຸບຕີລາຄາການຜັນແປຂອງສະພາບການສາກົນ ແລະ ພາຍໃນປະເທດ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 36 ຂອງພັກວາງອອກ, ຄົ້ນຄວ້າ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ 37 ເປັນຕົ້ນແມ່ນການກຳນົດທິດທາງໃນການສືບຕໍ່ເພີ່ມທະວີປັບປຸງບົດບາດການນຳພາ ແລະ ການຈັດຕັ້ງຂອງພັກໃຫ້ໜັກແໜ້ນເຂັ້ມແຂງ, ພ້ອມກຳນົດເປົ້າໝາຍສູ້ຊົນແນໃສ່ສ້າງສັງຄົມຝຣັ່ງ ເພື່ອສ່ວນລວມ, ເພີ່ມການພົວພັນຮ່ວມມືກັບພັກຝ່າຍ ແລະ ກຳລັງທີ່ກ້າວໜ້າໃນໂລກ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ 37.

 

ກອງປະຊຸມໃຫຍ່ຄັ້ງນີ້ມີຜູ້ແທນສົມບູນເຂົ້າຮ່ວມ 600 ກວ່າສະຫາຍ ແລະ ແຂກທີ່ຖືກເຊີນຈາກພັກການເມືອງ ແລະ ອົງການຈັດຕັ້ງຕ່າງໆໃນໂລກເຂົ້າຮ່ວມຮ້ອຍກວ່າຄະນະຈາກ 60 ກວ່າປະເທດ, ຄະນະຜູ້ແທນພັກເຮົາໄດ້ພົບປະແລກປ່ຽນຄຳຄິດຄຳເຫັນກັບພັກກອມມູນິດຝຣັ່ງ ແລະ ພັກອ້າຍນ້ອງຈຳນວນໜຶ່ງ ກ່ຽວກັບ ການຮ່ວມມືສອງຝ່າຍ, ສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນໃຈ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486370
ມື້ນີ້66
ມື້ວານ220
ອາທິດນີ້32
ເດືອນນີ້5675