ໃນວັນທີ 22 ກໍລະກົດ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານກອງ ປະຊຸມຄະນະບໍລິຫານງານ ຂອງຄະນະກຳມາທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສຳນັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ, ໂດຍມີຫົວໜ້າເຈົ້າຫນ້າທີ່ອາວຸໂສຈາກ ປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າການເມືອງ-ຄວາມຫມັ້ນຄົງອາຊຽນ ພ້ອມດ້ວຍຄະນະ ຜູ້ແທນເຂົ້າຮ່ວມ.
ກອງປະຊຸມຄະນະບໍລິຫານງານ ຂອງຄະນະກຳມາທິການ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ແມ່ນໄດ້ທົບທວນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອສົ່ງເສີມການຈັດຕັ້ງປະຕິບັດສົນທິສັນຍາ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ (2013-2017) ແລະ ປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ພ້ອມນີ້, ກອງປະຊຸມເຫັນວ່າ ຄວນສືບຕໍ່ການປຶກສາຫາລືກັບ 5 ປະເທດນິວເຄລຍ ເພື່ອຊອກຫາຊ່ອງທາງແນໃສ່ໃຫ້ 5 ປະເທດດັ່ງກ່າວ ລົງນາມໃນອານຸສັນຍາຂອງສົນທິສັນຍາ ວ່າດ້ວຍ ເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສຽງໃຕ້ ໃນເວລາອັນຄວນ ໂດຍໄດ້ມອບໝາຍໃຫ້ ກອງປະຊຸມໜ່ວຍງານວິຊາການຂອງຄະນະບໍລິຫານງານ ຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນ ອອກສຽງໃຕ້ ສືບຕໍ່ປຶກສາຫາລືບັນຫານີ້.