ໃນວັນທີ 4 ພະຈິກ 2016, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016ທີ່ ໂຮງແຮມຈຳປາສັກແກຣນ, ແຂວງຈຳປາສັກ. ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມດັ່ງກ່າວ ແລະ ມີຕາງຫນ້າພະແນກການຕ່າງປະເທດ, ພະແນກອຸດສະຫະກຳ ແລະ ການຄ້າແລະ ສະພາການຄ້າຂອງບັນດາແຂວງພາກກາງ, ພາກໃຕ້ ແລະ ນະຄອນຫລວງວຽງຈັນ ລວມທັງໝົດຈໍານວນປະມານ 150 ທ່ານ ເຂົ້າຮ່ວມ.
ຜູ້ຕາງຫນ້າຈາກ 3 ເສົາຄໍ້າປະຊາຄົມອາຊຽນ ຄື: ປະຊາຄົມການເມືອງ-ຄວາມຫມັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທໍາ-ສັງຄົມ ໄດ້ເຜີຍແຜ່ຜົນສໍາເລັດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄໍາຂວັນ“ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ” ໂດຍສະເພາະແມ່ນເນື້ອໃນຂອງບັນດາເອກະສານທີ່ຜູ້ນໍາອາຊຽນ ແລະ ອາຊຽນກັບຄູ່ເຈລະຈາໄດ້ລົງນາມ, ຮັບຮອງເອົາ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນໃນວັນທີ 6-8 ກັນຍາ 2016 ທີ່ ນະຄອນຫລວງວຽງຈັນ,ໃນນີ້ເອກະສານທີ່ສໍາຄັນມີແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ແລະ ແຜນງານສໍາລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3, ບັນດາຂອບວຽກທີ່ກ່ຽວຂ້ອງກັບການສົ່ງເສີມວິສະຫະກິດຈຸນລະ, ຂະໜາດນ້ອຍ ແລະ ກາງ, ການອໍານວຍຄວາມສະດວກດ້ານການຄ້າ; ການທ່ອງທ່ຽວ; ການສົ່ງເສີມວຽກເຮັດງານທໍາ; ການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ແລະ ເອກະສານອື່ນໆ ເຊິ່ງແມ່ນເອກະສານເພື່ອຈັດຕັ້ງຜັນຂະຫຍາຍ 8 ແຜນບູລິມະສິດ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2016. ພ້ອມດຽວກັນນີ້, ກອງປະຊຸມກໍ່ໄດ້ຊຸກຍູ້ໃຫ້ບັນດາຜູ້ເຂົ້າຮ່ວມຈາກບັນດາແຂວງ ແລະ ນະຄອນຫລວງວຽງຈັນ ນຳເອົາເນື້ອໃນຈິດໃຈຂອງບັນດາເອກະສານທີ່ກ່າວມາຂ້າງເທິງ ໄປຈັດຕັ້ງຜັນຂະຫຍາຍຕາມພາລະບົດບາດ ແລະ ໜ້າວຽກທີ່ຕົນຮັບຜິດຊອບ ແນໃສ່ເພື່ອເສີມຂະຫຍາຍຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມນັ້ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດອັນສູງສຸດມາໃຫ້ແກ່ ສປປ ລາວ.
ໂອກາດດັ່ງກ່າວນີ້, ບັນດາຜູ້ຕາງຫນ້າຈາກຂະແຫນງການຂອງແຂວງ ແລະ ນະຄອນຫລວງວຽງຈັນ ກໍໄດ້ແຈ້ງສະພາບດ້ານການພັດທະນາການຄ້າ ແລະ ການລົງທຶນ, ລວມທັງຍົກໃຫ້ເຫັນບັນດາຂໍ້ສະດວກ ແລະ ສິ່ງທ້າທາຍຕ່າງໆ ຢູ່ພາຍໃນແຂວງຂອງຕົນ ໂດຍສະເພາະແມ່ນພາຍຫລັງການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015.