ໃນວັນທີ 16 ພະຈິກ 2016, ທີ່ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ແລກປ່ຽນສະພາບ ກ່ຽວກັບ ວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ, ສະຫຼຸບຕີລາຄາຜົນງານການເຄື່ອນໄຫວ ກ່ຽວກັບ ການພົວພັນຮ່ວມມືວຽກງານປ້ອງກັນຊາດອາຊຽນ ໃນໄລຍະ 1 ປີ ທີ່ ຜ່ານມາ ແລະ ມອບໂອນການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນຂອບທະຫານອາຊຽນ ໃຫ້ແກ່ສາທາລະນະລັດຟີລິບປິນ ໃນປີ 2017.
ໃນບົດກ່າວໄຂກອງປະຊຸມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຍົກໃຫ້ເຫັນບາງຕອນສຳຄັນວ່າ: ຕະຫຼອດຫຼາຍປີຜ່ານມາ ການຮ່ວມມືໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຮັບການພັດທະນາຢ່າງເປັນ ລະບົບ, ຕໍ່ເນື່ອງ ແລະ ປະສົບຜົນສຳເລັດຫຼາຍດ້ານ ຊຶ່ງສະແດງອອກໃນຜົນງານຂອງການສ້າງຕັ້ງບັນດາກົນໄກຮ່ວມມື ແລະ ການເຄື່ອນໄຫວໃນກິດຈະກຳຕ່າງໆຂອງອາຊຽນ, ສະແດງເຖິງເຈດຕະນາລົມ ແລະ ຄວາມພະຍາຍາມຂອງພວກ ເຮົາ ໃນການເຕົ້າໂຮມຄວາມສາມັກຄີ ແລະ ຮັກສາຄວາມເປັນແກນກາງຂອງອາຊຽນ ແນໃສ່ເຮັດໃຫ້ພາກພື້ນຂອງພວກເຮົາກາຍເປັນພາກພື້ນແຫ່ງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ພັດທະນາຢ່າງຕໍ່ເນື່ອງ. ຊຶ່ງ ສອດຄ່ອງກັບວິໄສທັດຂອງປະຊາຄົມອາຊຽນ ແຕ່ນີ້ຮອດປີ 2025; ທ່ານກ່າວຕື່ມວ່າ: ໃນຂະນະດຽວກັນ ພາກພື້ນຂອງພວກເຮົາກໍຍັງປະເຊີນກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍຫຼາຍປະການ ທັງແບບເກົ່າ ແລະ ໃໝ່ ຊຶ່ງບໍ່ມີປະເທດໃດໜຶ່ງທີ່ ສາມາດຮັບມືໄດ້ໂດຍລຳພັງ, ສະນັ້ນ ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ຈຶ່ງເປັນເວທີໜຶ່ງທີ່ສຳຄັນທີ່ພວກເຮົາຈະໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ, ພ້ອມທັງຊອກຫາວິທີການ ແລະ ມາດຕະການທີ່ເໝາະສົມ ໃນການຮັບມືກັບໄພຂົ່ມຂູ່ ແລະ ສິ່ງທ້າທາຍເຫຼົ່ານັ້ນ ໃຫ້ມີປະສິດທິພາບ ແລະ ທັນເວລາ.
ໃນວັນດຽວກັນ, ທີ່ ນະຄອນຫຼວງວຽງຈັນ, ກໍໄດ້ມີການຈັດກອງປະຊຸມບໍ່ເປັນທາງການຂອງ ລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນ ອີກດ້ວຍ.