ນະຄອນຫຼວງວຽງຈັນ, ວັນທີ 27 ພະຈິກ 2017
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວດ້ວຍຄວາມເສົ້າສະຫຼົດໃຈ ແລະ ເສຍໃຈເປັນຢ່າງຢິ່ງ ກ່ຽວກັບ ເຫດການລະເບີດ ແລະ ການຍິງຂ້າໝູ່ ຢູ່ ວັດມຸດສະລິມ ທີ່ ເມືອງ Bir al –Abed, ໃນວັນທີ 25 ພະຈິກ 2017, ອັນເປັນເຫດເຮັດໃຫ້ມີປະຊາຊົນເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ.
ໃນນາມ ລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງທີ່ສຸດ ມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງ ລັດຖະບານ ແລະ ປະຊາຊົນ ເອຢິບ ກໍຄື ຕໍ່ຄອບຄົວຂອງຜູ້ໄດ້ຮັບເຄາະຮ້າຍ ຈາກເຫດການກະທຳອັນໂຫດຮ້າຍດັ່ງກ່າວ.
ດ້ວຍຄວາມເຄົາລົບ ແລະ ນັບຖື,
ບຸນຍັງ ວໍລະຈິດ
ປະທານປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ ອັບເດວ ຟາຕາ ເອລ-ຊິຊິ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ
ໄຄໂຣ